ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ ນາຍົກອັງກິດ ຢ້ຽມຢາມ ສປປ ລາວ


Автомайдан. Португалія
Автомайдан. Португалія
ອະດີດນາຍົກລັດຖະມົນຕີສະຫະລາດຊະອານາຈັກອັງກິດ
ຢ້ຽມຢາມ ສປປ ລາວຢ່າງເປັນທາງການ ເພື່ອປຶກສາຫາລື
ກ່ຽວກັບຄວາມສຳພັນສອງຝ່າຍ.

ລາຍງານຂ່າວແຈ້ງວ່າ ທ່ານ Tony Blair ອະດີດນາຍົກລັດ
ຖະມົນຕີອັງກິດ ໄດ້ເດີນ ທາງໄປເຖິງນະຄອນວຽງຈັນ ໃນວັນ
ຈັນທີ 15 ຕຸລາຜ່ານມາ ແລະກໍໄດ້ພົບປະກັບທ່ານທອງສິງ ທຳ
ມະວົງ ນາຍົກລັດຖະມົນຕີ ສປປ ລາວ ທີ່ທຳນຽບລັດຖະບານ.

ສື່ມວນຊົນລາວລາຍງານວ່າວ່າ ທ່ານ Blair ແລະທ່ານທອງ
ສິງ ໄດ້ປຶກສາຫາລືກັນກ່ຽວຊ່ອງທາງ ເພື່ອເສີມຂະຫຍາຍ
ຄວາມສຳພັນສອງຝ່າຍ ຕະຫຼອດທັງຄວາມຮ່ວມມືໃນການ
ພັດທະນາສັງຄົມເສດຖະກິດ ການຄ້າ ແລະການພັດທະນາ
ແບບຍືນຍົງ.

ໃນໂອກາດດັ່ງກ່າວ ທ່ານທອງສິງ ຍັງໄດ້ສະແດງຄວາມຂອບ
ອົກ ຂອບໃຈຕໍ່ລັດຖະບານອັງກິດໃນການຮ່ວມມືລະຫວ່າງປະ ເທດທັງສອງໃນໄລຍະຜ່ານມາ ແລະການຊ່ອຍເຫຼືອ ອັນລໍ້າ
ຄ່າຂອງອັງກິດຕໍ່ລາວ ຮວມທັງການຊ່ອຍເຫຼືອໃນການເກັບກູ້ ລະເບີດທີ່ບໍ່ທັນແຕກແລະດ້ານສາທາລະນະສຸກ. ນັບແຕ່ປີ
1996 ເປັນຕົ້ນມາ ອັງກິດໄດ້ໃຫ້ການຊ່ອຍເຫຼືອ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ລາວ ຫຼາຍກວ່າ 7 ລ້ານໂດລາ.

ນອກນັ້ນ ທ່ານ Blair ຍັງໄດ້ພົບປະກັບພົບປະກັບທ່ານສົມດີ ດວງດີ ລັດຖະມົນຕີແຜນ ການແລະການລົງທຶນ ແລະທ່ານສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ.

ກ່ອນມາຢ້ຽມຢາມ ສປປ ລາວ ທ່ານ Blair ໄດ້ຢ້ຽມຢາມປະເທດຫວຽດນາມເປັນເວລາ ສອງມື້.

ທ່ານ Blair ເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີອັງກິດ ແຕ່ເດືອນພຶດສະພາ ປີ 1997 ຫາເດືອນມິຖຸນາ ປີ 2007.
XS
SM
MD
LG