ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ຫົວໜ້າສືບລັບ ຂອງສະຫະລັດ ລາອອກ


ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຂອງສະຫະລັດ ທ່ານ DENNIS BLAIR ໃຫ້ການຢືນຢັນວ່າ ທ່ານໄດ້ຂໍລາອອກ ຈາກຕຳແໜ່ງ ແລະຈະມີຜົນບັງຄັບ ໃນວັນທີ 28 ພຶດສະພານີ້.

ທ່ານ BLAIR ໄດ້ອອກຖະແຫລງຂ່າວ ສະບັບນຶ່ງ ໃນວັນພະຫັດວານນີ້ ໂດຍເວົ້າວ່າ ທ່ານໄດ້ແຈ້ງ ໃຫ້ປະທານາທິບໍດີ ບາຣັກ ໂອບາມາ ຊາບກ່ຽວກັບ ການຕັດສິນໃຈ ດັ່ງກ່າວແລ້ວ ດ້ວຍຄວາມຮູ້ສຶກ ເສຍໃຈເປັນທີ່ສຸດ ໃນຕອນເຊົ້າ ຂອງມື້ວານນີ້. ທ່ານ BLAIR ເວົ້າວ່າ ທ່ານຮູ້ສຶກ ເປັນກຽດທີ່ສຸດ ທີ່ໄດ້ມີໂອກາດ ນຳພາ ທັງພວກຜູ້ຊາຍ ແລະແມ່ຍິງ ຂອງປະຊາຄົມສືບລັບ ໂດຍເອີ້ນ ພວກເຂົາເຈົ້າວ່າ ມີຄວາມສາມາດ ເປັນພິເສດ ແລະຄວາມຮັກຊາດ ທີ່ໜ້າສັງເກດໄດ້.

ໃນເວລາຕໍ່ມາ ປະທານາທິບໍດີ ໂອບາມາ ໄດ້ອອກຖະແຫຼງຂ່າວ ກ່ຽວກັບເລື່ອງນີ້ ໂດຍເວົ້າວ່າ ທ່ານ BLAIR ມີປະວັດດີເດັ່ນ ເປັນພິເສດ ໃນການຮັບໃຊ້ ປະເທດຊາດ ແລະທ່ານໂອບາມາ ເວົ້າວ່າ ໃນລະຫວ່າງ ການເປັນຜູ້ອຳນວຍການ ອົງການສືບລັບ ແຫ່ງຊາດສະຫະລັດ ຂອງທ່ານ BLAIR ນັ້ນ ປະຊາຄົມສືບລັບ ໄດ້ປະຕິບັດໜ້າທີ່ ເປັນທີ່ໜ້າ ປະທັບໃຈ ແລະມີປະສິດທິພາບ ໃນເວລາທີ່ມີ ບັນຫາທ້າທາຍ ຕໍ່ຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ.

ໃນຖານະ ທີີ່ເປັນຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ຂອງສະຫະລັດນັ້ນ ທ່ານ BLAIR ເປັນຜູ້ປະສານງານ ໜ່ວຍສືບລັບຕ່າງໆ 16 ໜ່ວຍດ້ວຍກັນ.

ທ່ານ BLAIR ໄດ້ຖືກຕຳໜິຕິຕຽນ ພາຍໃນລັດຖະບານ ແລະໃນ ລັດຖະສະພາສະຫະລັດ ກ່ຽວກັບຄວາມລົ້ມແຫຼວ ໃນດ້ານສືບລັບ ແລະການປະສານງານ ໃນການແບ່ງປັນຂໍ້ມູນ ໂດຍໜ່ວຍສືບລັບຕ່າງໆ.

XS
SM
MD
LG