ຣິກາ ໄດ້ກາຍເປັນວັນທີ່ຮູ້ກັນວ່າ ວັນສຸກດໍາ ຊຶ່ງເປັນມື້ນຶ່ງ ທີ່ມີ
ການຊື້ເຄື່ອງໃຊ້ ຂອງສອຍຕ່າງໆ ໃຫຍ່ທີ່ສຸດປະຈໍາປີ.
ມື້ນີ້ ເປັນມື້ທີ່ບັນດາຮ້ານຄ້າຍ່ອຍຂອງສະຫະລັດ ຊຶ່ງແຕ່ໃດໆມາ ເປັນ ມື້ທີ່ໄດ້ຮັບກໍາໄລ ໃນຂະນະທີ່ຊາວອາເມຣິກັນຫລາຍລ້ານຄົນ ພາກັນຟ້າວແລ່ນໄປຮ້ານຂາຍເຄຶ່ອງຕ່າງໆ ເພື່ອຊອກຊື້ຂອງຂວັນໄວ້ສໍາລັບມື້ບຸນ. ມັນເປັນຄໍາສັບ ສໍາລັບການບັນຊີທີ່ເຮັດໃຫ້ຮ້ານຄ້າຕ່່າງໆຕົກຢູ່ໃນຄວາມມືດ.
ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້
ການໃຊ້ຈ່າຍຂອງຜູ້ບໍລິໂພກ ແມ່ນປະກອບເປັນ ປະມານ 70 ເປີເຊັນ ຂອງເສດຖະກິດ
ສະຫະລັດ ແລະບັນດາຮ້ານຄ້າຈໍານວນນຶ່ງ ກ່າວວ່າ ການໃຊ້ຈ່າຍໃນໄລຍະທ້າຍປີ ປະກອບເປັນປະມານນຶ່ງສ່ວນສີ່ ຂອງ ການຂາຍປະຈໍາປີຂອງເຂົາເຈົ້າ. ແຕ່ຍອດຂາຍໃນປີນີ້ ອາດຈະເພີ້ມຂຶ້ນ ພຽງ 2.5% ສົມທຽບໃສ່ກັບປີ 2011 ອີງຕາມການຄາດຄະເນກັນໄວ້.
ການຂາຍໃນລະຍະບຸນວັນພັກນີ້ ອາດຈະມີການຖົດຖອຍຍ້ອນເສດຖະ ກິດສະຫະລັດຊັກຊ້າ ເພາະຍັງມີຄົນຫວ່າງງານເຖິງ 12 ລ້ານຄົນຫລັງຈາກເກີດສະເພາບເສດຖະກິດຕົກ
ຕໍ່າ ໃນປີ 2008 ແລະ 2009.