ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແບລັກຟຣາຍເດ ເລີ້ມຕົ້ນ ລະດູຊອບປິ້ງ ສຳລັບ ວັນພັກ ທ້າຍປີ


ພວກຊື້ເຄື່ອງ ກຳລັງຍາດຊື້ໂທລະພາບ ໃນວັນສຸກມືດ ມື້ນີ້.
ພວກຊື້ເຄື່ອງ ກຳລັງຍາດຊື້ໂທລະພາບ ໃນວັນສຸກມືດ ມື້ນີ້.

ວັນ​ສຸກ​ມືດ ຫລືແບລັກ​ ຟຣາຍ​ເດ ຫລັງ​ຈາກ​ບຸນວັນ​ຂ​ອບຄຸນ​ພະ​ເຈົ້າ ຕາມ​ປະ​ເພ​ນີແລ້​ວ
​ ເປັນ​ມື້​ເລີ້​ມລະ​ດູຊອບ​ປິ້ງ ຂອງເທດສະການຄຣິສມາສ ແລະປີໃໝ່​ຢູ່​ໃນ​ສະຫະລັດ. ທີ່​
ໝາຍ​ເຖິງ​ພວກ​ພໍ່ຄ້າ​ແມ່​ຄ້າຂາຍ​ເຄື່ອງຫຍ່ອຍ​ມີຄວາມຫວັງ​ວ່າ​ຈະ​ໄດ້​ກຳ​ໄລ ຈາກ​ການ
“ໃຊ້​ຈ່າຍ​ເງິນຢ່າງຫຼວງ​ຫລາຍ ຫລືເປັນ​ໜີ້​ສິນ ​ໄປ​ຫາ "ການຢູ່​ໃນ​ຄວາມ​ມືດ” ຫລືໄດ້​ເງິນ.

​ຮ້ານ​ຄ້າຫລາ​ຍໆແຫ່ງ ​ພາກັນ​ເປີດ​ແຕ່​ເຊົ້າໆ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່​ອອວນ​ເອົາ​ພວກ​ໄປ​ຊື້
​ເຄື່ອງດ້ວຍ​ການ​ຕໍ່​ລາຄາ​ກັນ. ຮ້ານ​ຄ້າ​ຈຳນວນ​ນຶ່ງ​ໄດ້​ເປີດ​ໃນ​ວັນ​ຂອບຄຸນ​ພະ​ເຈົ້າ ​ເພື່ອ
​ເລີ້ມລະດູ​ການກ່ອນໝູ່.

​ແບລັກ ຟຣາຍ​ເດ ຕາມ​ປົກກະຕິ​ແລ້ວ​ ເປັນ​ມື້​ຊື້​ຂາຍ​ຫລາຍ​ທີ່​ສຸດ​ຂອງ​ປີ ຢູ່​ໃນ​ສະຫະລັດ.

ສະຫະພັນ​ຄ້າຂາຍ​ແຫ່ງ​ຊາດ ຄາດ​ຄະ​ເນ​ວ່າ 69 ​ເປີ​ເຊັນ​ຂອງ​ຊາວ​ອາ​ເມຣິກັນ ຫລື 164
ລ້ານ​ຄົນ​ ຈະ​ພາກັນ​ສວຍໂອກາດຊື້ສິ່ງຂອງຕ່າງໆ ໃນລະຫວ່າງທີ່ ຮ້ານຄ້າຫລຸດລາຄາ
ທັງຢູ່ໃນ​ຮ້ານ​ຄ້າ ​ແລະ​ຢູ່ໃນ​ອິນ​ເຕີແນັດ.

US Retailers Look to Profitable Black Friday Weekend
please wait

No media source currently available

0:00 0:02:17 0:00

ການ​ຄົ້ນຄວ້າ​ຫວ່າງ​ມໍ່ໆ​ມາ​ນີ້​ກ່າວ​ວ່າ ບໍລິສັດອາມາ​ຊອນ ​ເປັນ​ບ່ອນ​ທີ່ຜູ້ຄົນ​ພາ ກັນ​ເລີ້ມ
​ຕົ້ນ​ຊື້​ສິ່ງ​ຂອງ ​ເນື່ອງໃນໂອກາດວັນພັກຂອງພວກ​ເຂົາ​ເຈົ້າ.

ນາງ​ແລມ ​ຫຽນ ກ່າວ​ຕໍ່ອົງການ​ຂ່າວ ​ເອພີ ວ່າ “ຂ້າພະ​ເຈົ້າ​ຊື້​ຫລາຍ​ເທົ່າທີ່ສາ
ສາມາດຊື້ໄດ້ ​ຢູ່ບໍລິສັດອາມາ​ຊອນ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່່າ ບໍລິສັດຊື້​ຂາຍຍັກ​ໃຫຍ່ອອນລາຍ​ອາມາ​ຊອນ ຄາດ​ວ່າ​ ຈະ​ດືງ
ດູດ​ເອົາ​ການ​ຂາຍ​ທັງໝົດ ໄດ້ເຄິ່ງນຶ່ງໃນລະຫວ່າງເທດສະການທັງ ສອງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Black Friday
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG