ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຕຳ​ຫຼວດ​ຮົງ​ກົງ ເອີ້ນ​ການປະ​ທ້ວງວ່າ ​ຜິດ​ກົດ​ໝາຍ ​ແລະ​ ບໍ່​​ມີ​ເຫດຜົນ


ພວກ​ປະ​ທ້ວງ​ໃຊ້​ສິ່ງ​ກີດ​ຂວາງ ກີດ​ກັນ​ຖະ​ໜົນ​ຫຼັກ​ໃນ​ຮົງ​ກົງ, 21 ມິ​ຖຸ​ນາ 2019.
ພວກ​ປະ​ທ້ວງ​ໃຊ້​ສິ່ງ​ກີດ​ຂວາງ ກີດ​ກັນ​ຖະ​ໜົນ​ຫຼັກ​ໃນ​ຮົງ​ກົງ, 21 ມິ​ຖຸ​ນາ 2019.

ພ​ວກ​ຕຳ​ຫຼວດ​ຮົງ​ກົງ ໄດ້​ຕຳ​ໜິ​ຕິ​ຕຽນ​ຢ່າງ​ແຮງ ຕໍ່​ພວກ​ປະ​ທ້ວງຕໍ່​ຕ້ານລັດ​ຖະ​ບານ ​ທີ່​ພາ​ກັນ​ປິດ​ລ້ອມ​ກອງ​ບັນ​ຊາ​ການ​ຂອງ​ພວກ​ເຂົາ​ເຈົ້າ, ແຕ່​ວ່າ ​ລະ​ເວັ້ນຈາກການ​ໃຊ້​ກຳ​ລັງ ​ເພື່ອ​ຂັບ​ໄລ່ ໃຫ້ພວກ​ເຂົາ​ເຈົ້າ​ສະ​ຫຼາຍ​ຕົວ​. ໃນ​ທາງ​ທີ່​ກົງ​ກັນ​ຂ້າມ ກັບ​ຄວາມ​ຮຸນ​ແຮງທີ່​ໄດ້​ລະ​ເບີດ​ຂຶ້ນ ໃນ​ຮົງ​ກົງ​ເມື່ອ​ສັບ​ປະ​ດາ​ຜ່ານ​ມາ​ນີ້.

ພວກ​ປະ​ທ້ວງທີ່​ຍຸ​ຕິການ​ການ​ປິດ​ລ້ອມກອງ​ບັນ​ຊາ​ການຂອງ​ພວກ​ຕຳ​ຫຼວດ​ໃນຕ​ອນເຊົ້າ​ວັນ​ເສົາ​ມື້​ນີ້, ​ໂດຍພາ​ກັນອອກໄປ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວຢ່າງ​ສັນ​ຕິຫຼັງ​ຈາກໄດ້​ມີ​ການ​ແກວ່ງໄຂ່ ແລະ​ແຕ້ມໃສ່​ຝາ ​ຂອງ​ຕຶກ​ອາ​ຄານ​ດັ່ງ​ກ່າວໃນ​ຄືນ​ຜ່ານ​ມາ.

“ພວກ​ຕຳ​ຫຼວດ ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ​ອົດ​ກັ້ນ​ຢ່າງ​ໃຫຍ່​ຫຼວງ ຕໍ່​ພວກ​ປະ​ທ້ວງ ທີ່​ຮວມ​ຕົວ​ກັນ​ຢູ່​ຂ້າງນອກ​ກອງ​ບັນ​ຊາ​ການ​ຕຳ​ຫຼວດ ແຕ່​ວ່າ ຈຸດ​ປະ​ສົງ​ທີ່​ໄດ້​ສະ​ແດງ​ອອກໄດ້ກາຍ​ມາ​ເປັນ​ການ​ກະ​ທຳ​ຜິດ​ກົດ​ໝາຍ, ​ແບບບ້າໆ ແລະ ບໍ່​ມີ​ເຫດ​ຜົນ,” ອີງ​ຕາມ​ລາຍ​ງານ​ຂອງ​ຕຳ​ຫຼວດທີ່ໄດ້​ລະ​ບຸ​ໄວ້.

ພ​ວກ​ຕຳ​ຫຼວດ​ຮົງ​ກົງ ແມ່ນ​ໄດ້ຖືກຕຳ​ໜິ​ຕິ​ຕຽນ ກ່ອນ​ໜ້າ​ນີ້ ​ໃນ​ການ​ໃຊ້​ກຳ​ລັງ​ເມື່ອ​ສັບ​ປະ​ດາ​ຜ່ານ​ມາ​ນີ້, ​ເວ​ລາ​ພວກ​ເຂົາ​ເຈົ້າ ໄດ້​ສີດ​ແກັ​ສ​ນ້ຳ​ຕາ ແລະ​ໄດ້​ຍິງລູກປືນ​ຢາງ ໃສ່​ພວກ​ປະ​ທ້ວງ. ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ​ເຮັດ​ໃຫ້ ມີ​ຜູ້​ຄົນ​ບາດ​ເຈັບ​ຫຼາຍ​ສິບ​ຄົນ ​ຈາກທັງ​ສອງ​ຝ່າຍ.

ພວກ​ປະ​ທ້ວງ​ທັງ​ຫຼາຍ ແມ່ນ​ຮຽກ​ຮ້ອງ​ໃຫ້​ຖອນ​ກົດ​ໝາຍສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ​ທີ່ເປັນ​ຂ່າວນອງ​ນັນທັງ​ໝົດ ແລະ​ໃຫ້ທ່ານ​ນາງ Carrie Lam ​ຜູ້​ນຳ​ຮົງ​ກົງ​ຊຶ່ງ​ເປັນ​ເຂດ​ເຄິ່ງ​ປົກ​ຄອງ​ຕົນ​ເອງນັ້ນ ​ລາ​ອອກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG