ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄດ້ມີການພົບ​ເຫ​ັນ ​ຫີບ​ບັນ​ທຶກ​ສຽງ ຂອງສາຍ​ການ​ບິນ ​ອິນ​ໂດ​ເນ​ເຊຍ ທີ່ເກີດອຸບັດເຫດ


ຄະ​ນະ​ກຳ​ມະ​ການ​ຄວ​າມ​ປອດ​ໄພເດີນ​ທາງແຫ່ງ​ຊາດ​ອິນ​ໂດ
​ເນ​ເຊຍ ທ່ານ​ເນີ​ກາ​ໂຍ ອູ​ໂຕ​ໂຢ ລະ​ຫວ່າ​ງກອງ​ປະ​ຊຸມ​ນັກ​ຂ່າວ
ທີ​ນະ​ຄອນຈາ​ກາ​ຕາ ວັນ​ທີ 28 ພະ​ຈິກ 2018.
ຄະ​ນະ​ກຳ​ມະ​ການ​ຄວ​າມ​ປອດ​ໄພເດີນ​ທາງແຫ່ງ​ຊາດ​ອິນ​ໂດ ​ເນ​ເຊຍ ທ່ານ​ເນີ​ກາ​ໂຍ ອູ​ໂຕ​ໂຢ ລະ​ຫວ່າ​ງກອງ​ປະ​ຊຸມ​ນັກ​ຂ່າວ ທີ​ນະ​ຄອນຈາ​ກາ​ຕາ ວັນ​ທີ 28 ພະ​ຈິກ 2018.

ພວກ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ພວກ​ຊອກຄົ້ນຫ​າໄດ້​ພົບ​ເຫັນ​ຫີບ​ສຽງ​ບັນ​ທຶກ​
ການ​ບິນ ຈາກ​ສາຍ​ການ​ບິນ​ໂດຍ​ສ​ານລາຍ​ອອນ ທີ່​ໄດ້​ຕົກ​ລົງ​ສູ່​ທະ​ເລ​ຈາ​ວາ ໃນ​ເດືອນ
​ຕຸ​ລາ​ປີ​ກາຍ​ນີ້ ເຮັດ​ໃຫ້​ຜູ້​ໂດຍ​ສານ​ທັງ​ໝົດ ແລະ​ພວກ​ລູກ​ເຮືອ​ 189 ຄົນ​ເສຍ​ຊີ​ວິດ

ພວກ​ມະ​ນຸດ​ກົບ​ກອງ​ທັບ​ເຮືອ ໄດ້​ພົບ​ເຫັນ​ເຄື່ອງ​ອຸບ​ປະ​ກອນດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້
ພຽງ​ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ພວກ​ຄົ້ນ​ຫາ​ໄດ້​ຮັບ​ສັນ​ຍານທີ່ບໍ່ຈະແຈ້ງ​ຈາກ​ຫີບ​ບັນ​ທຶກດັ່ງ
ກ່າວ ທີ່​ໄດ້​ຝັງ​ໄວ້ຢູ່​ພາຍ​ໃຕ້ຂີ້​ຕົມ​ກ້ອງ​ທະ​ເລ​ຫຼາຍ​ແມັດ. ທັງ​ສອງກອງ​ທັບ​ເຮືອ ແລະ​
ພວກ​ເຈົ້າ​ໜ້າ​ທີ່ພົນ​ລະ​ເຮືອນ ທີ່​ພົວ​ພັນ​ກັບການ​ຊອກຄົ້ນ​ ແລະໃນ​ຄວາມ​ພະ​ຍາ​ຍາມ
​ເກັບ​ກຳ​ນັ້ນກ່າວວ່າ ຊາກ​ສົບ​ຂອງ​ມະ​ນຸດ​ຍັງ​ໄດ້​ພົບ​ເຫັນ​ຢູ່​ໃກ້ໆ​ກັບ​ຫີບ​ບັນ​ທຶກ​ສຽງ.

ການ​ຄົນ​ພົບ​ອັນທີ​ສອງ ຂອງ​ທັງ​ສອງ​ທີ່​ຮ້ອງວ່າ “ຫີບ​ດຳ” ອາດໃຫ້​ມູນ​ເພີ້ມ​ເຕີມ​ ​ວ່າ​
ເປັນ​ຫຍັງ​ເຮືອ​ບິນ​ໂບ​ອິງ 737 MAX 8 ຈຶ່ງຕົກ ຫຼັງ​ຈາ​ກ​ບິນ​ຂຶ້ນ​ພຽງ​ໄລ​ຍະ​ສັ້ນໆ​ຈາກ​
ສະ​ໜາມ​ບິນ​ຈາ​ກາ​ຣ​ຕາ ໄປ​ຫາ​ເກາະ​ບັງ​ກາ-ບີ​ລີ​ຕັງ ​ທີ່​ຢູ່​ໃກ້ໆນັ້ນ. ຫີບ​ບັນ​ທຶກ​ສຽງ
ຂໍ້​ມູນ​ການ​ບິນໄດ້​ພົບ​ເຫັນ​ຫຼາຍ​ມື້​ຫຼັງ​ຈ​າກ​ເຮືອບິນ​ຕົກ.

ພວກ​ເຈົ້າ​ໜ້າ​ທີ່​ພາ​ສີ ກຳ​ລັງ​ລາດ​ຕະ​ເວນ ຢູ່​ໃນ​ເຂດສາຍ​ການ​ບິນ​ລາຍ​ອອນ ຖ້ຽວ​ບິນ JT610 ຕົກ​ຢູ່​ນານ​ນ້ຳ​ກາ​ຣາ​ວັງ ອິນ​ໂດ​ເນ​ເຊຍ ໃນ​ທີ 1 ມັງ​ກອນ 2018.
ພວກ​ເຈົ້າ​ໜ້າ​ທີ່​ພາ​ສີ ກຳ​ລັງ​ລາດ​ຕະ​ເວນ ຢູ່​ໃນ​ເຂດສາຍ​ການ​ບິນ​ລາຍ​ອອນ ຖ້ຽວ​ບິນ JT610 ຕົກ​ຢູ່​ນານ​ນ້ຳ​ກາ​ຣາ​ວັງ ອິນ​ໂດ​ເນ​ເຊຍ ໃນ​ທີ 1 ມັງ​ກອນ 2018.

ພວກ​ນັກ​ສືບ​ສວນ​ພ້ອມ​ດ້ວຍ ຄະ​ນະ​ກຳ​ມະ​ການ​ຄວ​າມ​ປອດ​ໄພເດີນ​ທາງແຫ່ງ​ຊາດ​
ອິນ​ໂດ​ເນ​ເຊຍ ໄດ້​ອອກ​ຖະ​ແຫຼງ​ການ​ຂັ້ນ​ຕົ້ນ ລາຍ​ງານ​ໃນ​ເດືອນ​ພ​ະ​ຈິກ​ປີ​ກາຍ​ນີ້ ​ທີ່
ໄດ້​ອີງ​ໃສ່​ຂໍ້​ມູນ​ທີ່​ໄດ້​ມາ​ຈາກ​ບັນ​ທຶກ​ສຽງ​ການ​ບິນ ຂອງ​ລະ​ບົບ​ອັດ​ຕະ​ໂນ​ມັດ​ເຮືອ​ບິນ
ທີ່​ໄດ້​ເຮັດ​ໃຫ້​ຫົວ​ເຮືອ​ບິນຊັກ​ລົງຊ້ຳ​ແລ້ວ​ຊໍ້າ​ອີກ ເຖິງ​ແມ່ນ​ວ່າ​ພວກ​ນັກ​ບິນ​ໄດ້​ພະ​ຍາ​
ຍາມ​ທີ່​ສຸດ​ເພື່ອ​ຮັກ​ສາ​ການ​ຄວບ​ຄຸມ. ເຂົາ​ເຈົ້າ​ເຊື່ອ​ວ່າ​ລະ​ບົບ​ອັດ​ຕະ​ໂນ​ມັດ​ທີ່​ກີດ​ກັ້ນ​
ເຮືອ​ບິນ​ຈາກ​ການ​ຕິດ​ຄັດ ຖ້າ​ຫາກ​ບິນ​ສູງ​ເກີນ​ໄປ​ຢູ່​ໃນ​ລະ​ບົບ​ໃໝ່​ຂອງ​ໂບ​ອິງ ຂອງ​
ເຮືອ​ບິນ​ໂດຍ​ສານ​ລຸ້ນ​ເກົ່າ ທີ່​ໄດ້​ຮັບ​ຂໍ້​ມູນ​ຜິ​ດ​ພາດ​ຈາກ​ເຄື່ອງ​ກວດ​ສອບ​ຢູ່​ໃນ​
ຮ່າງເຮືອ​ບິນ. ​

ເຮືອ​ບິນ​ມີ​ບັນ​ຫາຄ້າຍ​ຄື​ກັນຈາກ​ສ​າຍ​ການ​ບິນ​ ຈາກ​ເກາະ​ຕາກ​ອາ​ກາດ​ຂອງ​ບາ​ລີ ໄປ
​ຫາ​ຈາ​ກາ​ຕາ ນຶ່ງ​ຄືນ​ກ່ອນ​ເຮືອ​ບິນ​ຕົກ​ທີ່​ຮ້າຍ​ແຮງ. ພວກ​ນັກ​ສືບ​ສວນ​ກ່າວ​ວ່າ ເຮືອ​ບີນ
​ບໍ່​ສົມ​ຄວນ​ບິນໃຫ້ບິນ ແລະ​ສົມ​ຄວນ​ກັກ​ໄວ້​ຢູ່ເດິ່ນຫຼັງ​ຈາກ​ຖ້ຽວ​ບິນ​ດັ່ງ​ກ່າວ..

ອ່ານ​ຂ່າວ​ນ​ີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG