ພະນັກງານລ້ຽງງົວຄົນທີສາມຂອງ ສະຫະລັດ ທີ່ຖືກກວດພົບວ່າເປັນໄຂ້ຫວັດນົກ ຫຼັງຈາກໄດ້ສຳຜັດກັບງົວທີ່ຕິດໂຣກ, ແລະ ເປັນຄົນທຳອິດທີ່ປະສົບບັນຫາລະບົບທາງເດີນຫາຍໃຈ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ສະຫະລັດ ໃນວັນພະຫັດວານນີ້.
ການຕິດໂຣກດັ່ງກ່າວແມ່ນກໍລະນີທີສອງໃນມະນຸດ ໃນລັດ ມິຊິແກນ, ເຊິ່ງໄດ້ຢືນຢັນວ່າມີກໍລະນີໄຂ້ຫວັດນົກໃນງົວນົມຫຼາຍກວ່າລັດໃດໆ. ມັນຍັງໄດ້ຂະຫຍາຍອາການສຳລັບກໍລະນີຂອງມະນຸດ, ຫລັງຈາກພະນັກງານສອງຄົນຜູ້ທີ່ຖືກກວດພົບເປັນຜົນບວກກ່ອນໜ້ານີ້ມີແຕ່ຕາແດງ ຫຼື ຕາສີບົວ, ແລະ ໄດ້ຫາຍດີແລ້ວ.
ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ຂອງສະຫະລັດ ຫຼື CDC ໄດ້ກ່າວວ່າກໍລະນີຫຼ້າສຸດບໍ່ໄດ້ປ່ຽນແປງການປະເມີນຜົນຂອງເຂົາເຈົ້າທີ່ວ່າ ໄຂ້ຫວັດນົກແມ່ນມີຄວາມສ່ຽງທີ່ຕ່ຳຕໍ່ປະຊາຊົນທົ່ວໄປ.
ໃນຂະນະດຽວກັນ, ລັດ ມິຊິແກນ ຈະເລີ່ມການກວດໂຣກໃນພະນັກງານຟາມງົວນົມໃນໄວໆນີ້ສຳລັບສັນຍານຂອງການຕິດໄຂ້ຫວັດສັດປີກລ່ວງໜ້າ, ເຈົ້າໜ້າທີ່ສາທາລະນະສຸກຂອງປະເທດຄົນນຶ່ງໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ.
ດຣ. ນາຕາຊາ ແບກດາຊາຣຽນ, ຫົວໜ້າຜູ້ບໍລິຫານທາງດ້ານການແພດຂອງລັດ ມິຊິແກນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາບໍ່ເຫັນສັນຍານຂອງການຕິດເຊື້ອຈາກຄົນຕໍ່ຄົນຢ່າງຕໍ່ເນື່ອງ.”
ການລະບາດຂອງໄຂ້ຫວັດສັດປີກຕໍ່ງົວນົມທີ່ກຳລັງດຳເນີນຢູ່ນີ້ ໄດ້ສົ່ງຜົນກະທົບຕໍ່ງົວ 67 ຝູງໃນ 9 ລັດ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ, ອີງຕາມຂໍ້ມູນຂອງອົງການ CDC.
ພະນັກງານຄົນທີສາມທີ່ຖືກກວດເປັນຜົນບວກໄດ້ລາຍງານວ່າມີອາການທາງເດີນຫາຍໃຈສ່ວນເທິງ ລວມມີການໄອໂດຍບໍ່ມີໄຂ້, ແລະ ອາການຄຸນເຄືອງຕາ ພ້ອມກັບມີນ້ຳຕາໄຫຼອອກມາ, ອີງຕາມອົງການ CDC.
ຄົນໄຂ້ທີ່ວ່ານັ້ນໄດ້ຮັບຢາຕ້ານເຊື້ອ, ຖືກແຍກປ່ຽວຢູ່ບ້ານ, ແລະ ອາການຕ່າງໆແມ່ນກຳລັງຫາຍໄປ, CDC ກ່າວ. ອົງການໄດ້ກ່າວຕື່ມວ່າ ການຕິດຕໍ່ໃນຄົວເຮືອນຂອງຄົນໄຂ້ນັ້ນແມ່ນບໍ່ໄດ້ພັດທະນາອາການຂຶ້ນມາ ແລະ ກຳລັງຖືກຕິດຕາມສຳລັບອາການປ່ວຍ.
ຟໍຣັມສະແດງຄວາມຄິດເຫັນ