ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກວິທະຍາສາດ ຄົ້ນພົບຄວາມໜາ ແໜ້ນຂອງເສັ້ນປະສາດ ໃນສະໝອງ ນົກ


ນົກແກ້ວໂຕໜຶ່ງ ເບິ່ງອອກໄປນອກກົງຂອງມັນ ທີ່ວັນໜຶ່ງໃນພາກເໜືອຂອງປະເທດອິນເດຍ. 10 ມິຖຸນາ, 2006.
ນົກແກ້ວໂຕໜຶ່ງ ເບິ່ງອອກໄປນອກກົງຂອງມັນ ທີ່ວັນໜຶ່ງໃນພາກເໜືອຂອງປະເທດອິນເດຍ. 10 ມິຖຸນາ, 2006.

ການເອີ້ນໃຜບາງຄົນວ່າ “Bird Brains ຫຼື ສະໝອງຕື້ນ” ເຄີຍເປັນການເວົ້າ ດູຖູກ. ແຕ່ດຽວນີ້ບໍ່ແມ່ນອີກແລ້ວ.

ການສຶກສາໄດ້ຖືກພິມເຜີຍແຜ່ທາງອອນໄລນ໌ ໃນການດຳເນີນງານຂອງອົງການ ການສຶກສາວິທະຍາສາດແຫ່ງຊາດ ຫຼື National Academy of Sciences ໃນ ວັນອັງຄານວານນີ້ເຊິ່ງຄົ້ນພົບວ່າ ນົກ ມີເສັ້ນປະສາດໃນສະໝອງຂອງພວກ ມັນແໜ້ນໜາກວ່າ ສັດຊະນິດອື່ນໆເຮັດໃຫ້ມັນມີຄວາມສາມາດທາງສະໝອງ ທຽບເທົ່າກັບສັດທີ່ລ້ຽງ ລູກດ້ວຍນໍ້ານົມ.

ນັກຂຽນອາວຸໂສ ກ່ຽວກັບ ການສຶກສາດັ່ງກ່າວ ທ່ານນາງ Susan Herculano Houzel ນັກປະສາດວິທະຍາຈາກມະຫາວິທະຍາໄລ Vanderbilt ໄດ້ກ່າວວ່າ “ໃນ ເວລາດົນນານ ມາແລ້ວ, ການຖືກເວົ້າໃຫ້ວ່າ ສະໝອງນົກ ແມ່ນຖືກພິຈາ ລະນາວ່າເປັນສິ່ງທີ່ບໍ່ດີ, ຕອນນີ້ມັນໄດ້ກາຍມາເປັນວ່າ ມັນຄວນຖືເປັນຄຳຍົກ ຍ້ອງ."

ການສຶກສາໄດ້ຄົ້ນພົບວ່າ ນົກແກ້ວ ແລະ ກາ ມີຄວາມສາມາດ ຂອງສະໝອງ ຄ້າຍຄືກັບ ສັດທີ່ລ້ຽງລູກດ້ວຍນ້ຳນົມ.

ນົກສາມາດສ້າງເຄື່ອງມື ແລະ ໃຊ້ມັນເພື່ອຫາອາຫານ ແລະ ແກ້ໄຂບັນຫາ ອື່ນໆ. ພວກ ມັນກໍຍັງສາມາດຈື່ຕົນເອງໄດ້ຢູ່ໃນແວ່ນແຍງ ແລະ ວາງແຜນ ເພື່ອສິ່ງທີ່ຕ້ອງການໃນອະ ນາຄົດ. ເຊິ່ງເປັນຄວາມສາມາດ ຂອງສະໝອງທີ່ຖືກ ຄິດວ່າມີພຽງແຕ່ສັດລ້ຽງລູກດ້ວຍ ນ້ຳນົມເທົ່ານັ້ນທີ່ ສາມາດເຮັດໄດ້.

ໃນການສຶກສາກ່ອນໜ້ານີ້ມີ​ການຄົ້ນພົບວ່າ ນົກກາງແກທີ່ໄດ້ຮັບການຝຶກສອນ ສາມາດ ກວດພົບເນື້ອງອກຮ້າຍໃນເຕົ້ານົມ ດ້ວຍຄວາມແນ່ນອນເທົ່າກັບການ ສາຍລັງສີຂອງ ມະນຸດ.

ການຄົ້ນພົບໄດ້ປະກອບສ່ວນເຂົ້າໃນນິຍາມທີ່ກຳລັງດຳເນີນຢູ່ວ່າ ເຖິງແມ່ນຮູບ ຮ່າງຂອງ ສະໝອງອາດຈະແຕກຕ່າງໃນຊະນິດຂອງສັດແຕ່ລະໂຕ, ມັນບໍ່ຈຳ ເປັນສະເໝີວ່າຕ້ອງ ແມ່ນຂະໜາດ ຫຼືແມ່ນກະທັ້ງຮູບຮ່າງ ຂອງມັນທີ່ເຮັດ ໃຫ້ສະໝອງ ມີຄວາມກ້າວໜ້າກວ່າ. ມັນອາດຈະເປັນຂໍ້ ຄວາມທີ່ຢູ່ພາຍໃນ.

ທ່ານນາງ Herculano Houzel ແລະ ນັກຂຽນຮ່ວມຂອງທ່ານນາງ ທ່ານ Pavel Nemec ເປັນນັກຄົ້ນຄວ້າທີ່ມະຫາວິທະຍາໄລ Charles ໃນນະຄອນຫຼວງ Prague ປະ ເທດ Czech ໄດ້ຄົ້ນພົບວ່າ ພວກນົກທັງຫຼາຍໂດຍທົ່ວໄປແລ້ວ ມີເສັ້ນປະສາດສະໝອງ ຫຼາຍກວ່າສັດລ້ຽງລູກດ້ວຍນ້ຳນົມບາງຊະນິດ, ແຕ່ ພວກ ນົກແກ້ວ ແລະ ນົກສຽງເພງ ຫຼື Songbird ມີເສັ້ນປະສາດສະໝອງ 2 ເທົ່າຫຼາຍກວ່າໃນສະໝອງຂອງສັດລ້ຽງລູກດ້ວຍ ນ້ຳນົມ, ການສຶກສາໄດ້ກ່າວວ່າ ມັນ “ສະແດງ ໃຫ້ເຫັນວ່າ ສະໝອງຂອງນົກມີເສັ້ນປະ ສາດສະໝອງໜາ ແໜ້ນກວ່າ ສະໝອງຂອງສັດລ້ຽງລູກດ້ວຍນ້ຳນົມ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG