ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາຍ​ງານ​ ຈາກ ສະ​ພາ​ສູງ ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ວາງ​ແຜນ ເພື່ອ​ປ​້ອງ​ກັນ ການ​ແຊກ​ແຊງ ໃນ​ການ​ເລ​ືອ​ກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ປີ 2020


ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣິ​ເຈີດ ເບີ, ຂວາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ ເດ​ໂມ​ແຄ​ຣັດ ທ່ານ ມາກ ວໍ​ເນີ, ຮອງ​ປະ​ທານ ຄະ​ນະ​ກ​ຳ​ມະ​ການ ລົມ​ກັບ​ນັກ​ຂ່າວ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ. 26 ກັນ​ຍາ, 2019.
ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣິ​ເຈີດ ເບີ, ຂວາ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ ເດ​ໂມ​ແຄ​ຣັດ ທ່ານ ມາກ ວໍ​ເນີ, ຮອງ​ປະ​ທານ ຄະ​ນະ​ກ​ຳ​ມະ​ການ ລົມ​ກັບ​ນັກ​ຂ່າວ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ. 26 ກັນ​ຍາ, 2019.

ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ອອກ​ລາຍ​ງານທີ່​ສະ​ໜັບ​ສະ​ໜຸນ​
ໂດຍ​ທັງສອງ​ພັກ​ການ​ເມືອງ ​ທີ່​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ສະ​ຫະ​ລັດ ແລະ ອຸດ​ສາ​ຫະ​
ກຳ​ເອ​ກະ​ຊົນ ປ້ອງ​ກັນ​ເວັບ​ໄຊ້​ສື່​ສັງ​ຄົມ ​ຈາກ​ການ​ຖືກ​ໃຊ້ ເພື່ອ​ແຊກ​ແຊງ​ເຂົ້າໃນ​ການ
​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020, ຄື​ທີ່​ມັນ​ຖືກ​ໃຊ້​ໃນ​ປີ 2016.

ລາຍ​ງານ​ດັ່ງ​ກ່າວ, ເຊິ່ງ​ຖືກ​ເປີດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານນີ້ ຫຼັງ​ຈາກ​ການ​ສືບ​ສວນ​ສອບ
​ສວນ​ຕ່າງ​ປະ​ເທດ ​ແຊກ​ແຊງ​ເຊົ້າ​ໃນ​ການ​ເລືອກ​ຕັ້ງ​ດົນ​ກວ່າ​ສອງ​ປີ​ນັ້ນ, ໄດ້​ພົບ​ວ່າ ​ອົງ​
ການ​ຄົ້ນ​ຄວ້າ​ອິນ​ເຕີ​ແນັດ ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ວັງ ເຄ​ຣັມ​ລິນ “ໄດ້​ພະ​ຍາ​ຍາມ​
​ແຊກ​ແຊງ​ ເຂົ້າ​ໃນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ດ້ວຍ​ການ​ທຳ​ລາຍ​ໂອ​ກາດ ​
ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ຂອງ​ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ແລະ ສະ​ໜັບ​ສະ​ໜູນ
​ທ່ານ ດໍ​ໂນ​ລ ທ​ຣຳ ຕາມ​ການ​ຊີ້​ນຳ​ຂອງວັງ ເຄ​ຣັມ​ລິນ.”

ການ​ຄົ້ນ​ພົບ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບຫຼັກ​ຖານ​ທີ່​ຖືກ​ພົບ​ເຫັນ​ໂດຍ​ປະ​ຊາ​ຄົມ​ສືບ​ລັບ
ສະ​ຫະ​ລັດ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ປີ 2016 ເຊິ່ງ​ທ່ານ ທ​ຣຳ ໄດ້ຊະ​ນະ​ຄູ່​ແຂ່ງ​ຈາກ​ພັກ​
ເດ​ໂມ​ແຄ​ຣັດ ທ່ານ​ນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ.

ລາຍ​ງານ​ນັ້ນ​ຍັງ​ໄດ້​ກ່າວ​ວ່າ ການ​ແຊກ​ແຊງ​ແມ່ນ​ເບິ່ງ​ຄື​ວ່າ​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ເລືອກ​
ຕັ້ງ​ປີ 2020 ​ທີ່​ຈະ​ຈັດ​ຂຶ້ນໃນ​ເດືອນ​ພະ​ຈິກ.

ກຸ່ມ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ສອງ​ພັກ​ການ​ເມືອງ ຜູ້​ທີ່​ໄດ້​ກະ​ກຽມ​ລາຍ​ງານ​ນັ້ນ​ໄດ້
​ແນະ​ນຳ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ ຈັດ​ຕັ້ງ​ໜ່ວຍ​ປະ​ຕິ​ບັດ​ການພິ​ເສດ​ລະ​ຫວ່າງ​ກະ
​ຊວງ ເພື່ອ​ຕິດ​ຕາມ​ສື່​ສັງ​ຄົມ​ສຳ​ລັບ​ສັນ​ຍານ​ຕ່າງໆ ກ່ຽວ​ກັບ ການ​ແຊກ​ແຊງ​ຂອງ​ຕ່າງ​
ປະ​ເທດ​ໃນ​ປີ​ໜ້າ.

ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ໄດ້​ກ່າວ​ວ່າ “ລັດ​ຖະ​ບານ​ກາງ, ກຸ່ມສັງ​ຄົມ​ພົນ​
ລະ​ເຮືອ​ນ, ແລະ ພາກ​ເອ​ກະ​ຊົນ, ລວມ​ທັງ​ບໍ​ລິ​ສັດ​ສື່​ສັງ​ຄົມ ແລະ ເທັກ​ໂນ​ໂລ​ຈີ​ຕ່າງໆ,
ເອົາ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຍັບ​ຢັ້ງ ແລະ ປ້ອງ​ກັນ​ການ​ປະ​ຕິ​ບັດ​ການ​ແຊກ​ແຊງ​ຂອງ​
ຕ່າງ​ປະ​ເທດ​ທີ່​ແນ​ເປົ້າ​ໃສ່ ສະ​ຫະ​ລັດ.”

ລາຍ​ງານ​ດັ່ງ​ກ່າວ​ໄດ້ສະ​ຫລຸບ​ວ່າ ​ນັກ​ແຊກ​ແຊງ ຣັດ​ເຊຍ ທີ່​ແນ​ເປົ້າໃສ່​ຊາວ​ອາ​ເມ​ຣິ​ກັນ
​ຜິວ​ດຳ ຫຼາ​ຍກວ່າ​ກຸ່ມ​ອື່ນໆ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ປີ 2016 ເພື່ອ​ຂະ​ຫຍາຍ​ຄວາມ
​ເຄັ່ງ​ຕຶງ​ພາຍ​ໃນ​ປະ​ເທດ ແລະເພີ່ມ​ຄວາມ​ຄາດ​ຫວັງ​ໃຫ້​ທ່ານ ທ​ຣຳ.

ການ​ກະ​ກຽມ​ຂອ​ງ​ລາ​ຍ​ງານ​ທີ່​ວ່າ​ນັ້ນ, ເຊິ່ງ​ມີ​ຫົວ​ຂໍ້​ວ່າ “ການ​ໃຊ້​ສື່​ສັງ​ຄົມ​ຂອງ ຣັດ​ເຊຍ”
ໄດ້​ນຳ​ໜ້າ​ໂດຍ​ປະ​ທານ​ຄະ​ນະ​ກຳ​ມະ​ການ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ໂຣ​ເບີດ ເບີ
ແລະ ຮອງ​ປະ​ທານ ​ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ມາກ ວອ​ຣ​ເນີ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG