ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາສອງ​ພັກ​​ກ່າວວ່າ ມີຄວາມກ້າວໜ້າ ໃນການເຈລະຈາກັນ ເພື່ອຍຸຕິວິກິດການ ການເງິນຂອງ ສຫລ (ວີດີໂອ/ສະໄລດ໌)


ພວກນັກຂ່າວຫ້ອມລ້ອມ ຜູ້​ນໍາ​​ສຽງ​ສ່ວນ​ຫຼາຍ ກໍ​ຄື​ພັກ ເດ​ໂມ​ແຄຣັດ ​ໃນສະພາ​ສູງ ທ່ານ Harry Reid ເພື່ອຫາຂໍ້ສະຫຼຸບ.
ພວກນັກຂ່າວຫ້ອມລ້ອມ ຜູ້​ນໍາ​​ສຽງ​ສ່ວນ​ຫຼາຍ ກໍ​ຄື​ພັກ ເດ​ໂມ​ແຄຣັດ ​ໃນສະພາ​ສູງ ທ່ານ Harry Reid ເພື່ອຫາຂໍ້ສະຫຼຸບ.
ການ​ຕົກລົງ​ກັນ​ລະຫວ່າງ​ສອງ​ພັກ​ການ​ເມືອງ​ໃຫຍ່ຂອງສະຫະລັດ
ເພື່ອ​ເປີດກິດຈະການຂອງລັດຖະບານ​ຄືນ ​ແລະ​ເພື່ອ​ຫຼີກ​ເວັ້ນ
ການ​ບໍ່​ຊໍາລະ​ໜີ້​ສິນ​ຕາມ​ເວລາ ​ກໍາລັງ​ກໍ່​ຮ່າງ​ຂຶ້ນ​ຢູ່​ໃນສະພາ​ສູງ
​ໃນ​ຂະນະທີ່​ສະພາວະ​ການ​ບໍ່​ສາມາດຊໍາລະ​ໜີ້​ສິນ​ໄດ້​ຕາມ​ເວລາ
​ໃກ້​ຈະ​ເປັນ​ຈິງ ​ແລະ​ການ​ອັດ​ໂຮງການຂອງ​ລັດຖະບານ​ລົງ
ກ້າວເຂົ້າສູ່ອາທິດທີ 3 ​ໃນ​ວັນ​ອັງຄານ​ມື້​ນີ້.

ຄາດ​ກັນ​ວ່າ ພວກ​ຜູ້​ແທນພັກຣິພັບບລິ​ກັນ ຢູ່​ໃນສະພາຕໍ່າ
​ແລະ​ສະພາ​ສູງ​ ຈະ​ພົບ​ປະກັນ​ໃນ​ມື້​ນີ້ ​ເພື່ອ​ປຶກສາ​ຫາລືກ່ຽວ
​ກັບ​ການ​ຕົກລົງ​ທີ່​ອາດ​ເປັນ​ໄປ​ໄດ້ ​ທີ່​ຈະ​ເຮັດ​ໃຫ້ການອັດ​
ໂຮງການຂອງ​ລັດຖະບານ​ນັ້ນ​ ​ສິ້ນ​ສຸດລົງ ແລະຍົກເພດານ
ໜີ້ສິນສູງຂຶ້ນອີກ.


ຫຼັງຈາກທີ່ໄດ້ໂອ້ລົມສົນທະນາກັນໝົດມື້​ໃນວັນຈັນວານນີ້ ທັງຜູ້​ນໍາສຽງ​ສ່ວນ​ຫຼາຍ ກໍ​ຄື​ພັກ
ເດ​ໂມ​ແຄຣັດ ​ໃນສະພາ​ສູງທ່ານ Harry Reid ກັບ​ຫົວໜ້າພັກຣິພັບບລິ​ກັນ​ໃນ​ສະພາ​ສູງ
ທ່ານ Mitch McConnell ໄດ້ສະແດງຄວາມ​ເຫັນໃນທາງບວກ​ອອກ​ມາວ່າ ອາດ​ຈະ​ມີ​ການ
​ຕົກລົງ​ກັນໄດ້.

ທ່ານ Reid ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ແລງ​ວັນ​ຈັນວານ​ນີ້ວ່າ “ມີ​ຄວາມ​ກ້າວໜ້າ​
ຢ່າງ​ໃຫຍ່​ຫຼວງ”
ໄປ​ສູ່​ການ​ຕົກລົງ​ກັນໄດ້. ທ່ານ​ເຕືອນວ່າລັດຖະສະພາຍັງ​ບໍ່​ທັນ​ໄປ​ເຖິງ
ຈຸດ​ນັ້ນເທື່ອ. ​ແຕ່ກໍ​ທໍານາຍວ່າ ວັນ​ອັງຄານ​ມື້​ນີ້​ ອາດ​ຈະເປັນ“​ວັນ​ທີ່​ສົດ​ໃສ.”

ສ່ວນທ່ານ McConnell ນັ້ນ​ກໍ​ໄດ້​ກ່າວ​ວ່າ ທ່ານມີ​ຄວາມ​ເຫັນ​ແບບ​ດຽວ​ກັນ​ກັບ​ທ່ານ Reid.

ການ​ຕົກລົງ​ອັນ​ໃດ​ກໍ​ຕາມ ​ແມ່​ນຈະ​ຕ້ອງ​ໄດ້ຜ່ານທັງສະພາ​ຕໍ່າ​ແລະສະພາ​ສູງ ກ່ອນ​ທີ່​
ປະທານາທິບໍດີ ​ຈະ​ໄດ້ລົງ​ນາມ ຮັບຮອງ​ເອົາ​ເປັນ​ກົດໝາຍ​ໄດ້.

​ຈຸດ​ໃຈ​ກາງ​ຂອງ​ການ​ໂອ້​ລົມ​ສົນທະນາ​ໃນ​ປະຈຸ​ບັນ​ນີ້ ກໍແມ່ນຂໍ້ສະ​ເໜີ​ໃຫ້​ຍົກ​ລະດັບເພ
ດານ​ໜີ້​ສິນຂອງ​ປະ​ເທດ​ໄປຈົນ​ຮອດປີໜ້າ ຊຶ່ງ​ຮວມທັງການ​ເອົາ​ມາດ​ຕະການໄລຍະ​ສັ້ນ
ເພື່ອເປີດ​ໂຮງການລັດຖະບານ​ຄືນ​ ແລະ​ອໍານວຍໃຫ້​ເລີ້ມ​ຕົ້ນ​ການ​ເຈລະຈາຕໍ່​ລອງ​ກັນ
ເລື່ອງ​ງົບປະ​ມານໄດ້.
XS
SM
MD
LG