ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເປີດເຜີຍ ວີດີໂອ ຂອງບິນລາເດັນ


ຮູບວີດີໂອ ບິນລາເດັນພວມເບິ່ງໂທລະພາບ
ວັນທີ 8 ພຶດສະພາ 2011
ຮູບວີດີໂອ ບິນລາເດັນພວມເບິ່ງໂທລະພາບ ວັນທີ 8 ພຶດສະພາ 2011

ສະຫະລັດ​ໄດ້​ເປີດ​ເຜີຍ​ວີ​ດີ​ໂອ​ຫລາຍ​ອັນ​ ທີ່​ກໍາ​ລັງຂອງ
ສະຫະລັດຍຶດເອົາ​ມາ​ຈາກ​ບ່ອນ​ລີ້​ຊ່ອນ​ຂອງ​ນາຍ​ໂອຊາ​
ມາ ບິນ​ລາ​ເດັນ ຜູ້​ນໍາ​ເຄືອຂ່າຍ​ອາລ​ກາ​ອີ​ດາ ທີ່​ປາ​ກີ​ສ
ຖານນັ້ນທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ນາຍ​ບິນ​ລາເດັນ​ກໍາລັງ
ເບິ່ງ​ໂທລະພາບ​ຮູບ​ຕົນ​ເອງເຝິກ​ຊ້ອມ​ອ່ານ​ຄໍາ​ຖະ​ແຫລ​ງ
ທີ່​ຈະ​ສົ່ງ​ອອກ​ໄປ​ຍັງ​ທົ່ວ​ໂລກ.

ພວກ​ໜ່ວຍ​ກ້າ​ຕາຍ Navy SEALS ຂອງກອງທັບ​ສະ
ຫະລັດໄດ້​ສັງຫານ​ຫົວໜ້າ​ຜູ້​ກໍ່​ການ​ຮ້າຍ​ທີ່​ທໍາ​ການ​ໂຈມ
ຕີ​ສະຫະລັດ​ໃນ​ວັນ​ທີ 11 ​ເດືອນ​ກັນຍາ​ປີ 2001 ​ນັ້ນ
ໃນ​ຕອນ​ເຊົ້າ​ມືດວັນ​ຈັນ​ຜ່ານ​ມາ​ ໃນ​ການ​ບຸກບຸກເຂົ້າ​
ໄປໃນ​ເຮືອນ 3 ຊັ້ນ​ຂອງ​ນາຍ​ບິນ​ລາ​ເດັນ​ ​ໃນ​ເມືອງ
Abbottabad ທີ່ເປັນ​ເມືອງ​ຄ້າຍ​ທະຫານ​ນັ້ນ. ນອກ​ນີ້
ພວກ​ໜ່ວຍ​ກ້າ​ຕາຍ​ຂອງ​ສະຫະ​ລັດຍັງ​ຍຶດ​ໄດ້​ ອັນ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບັນ​ລະ​ຍາຍ​ ໃນ​ວັນ​ເສົາ​ວານ​ນີ້ວ່າ ​ເປັນ
ຂໍ້​ມູນຈໍານວນຫລວງຫລາຍ​ທີ່ສຸດ​ກ່ຽວກັບ​ການ​ກໍ່​ການ​ຮ້າຍທີ່​ບໍ່​ເຄີຍ​ຍຶດ​ໄດ້​ມາ​ກ່ອນ.

ເຈົ້າ​ໜ້າ​ທີ່​ຝ່າຍ​ສືບ​ລັບ​ທີ່​ຖະ​ແຫລ​ງຂ່າວ​ໃຫ້​ພວກ​ນັກ​ຂ່າວ​ຊາບກ່າວວ່າ ພວກ​ວິ​ດິ​ໂອ ລາຍ
ການ​ຄອມ​ພີ​ວ​ເຕີ​ແລະ​ວັດຖຸ​ອື່ນໆ​ສະ​ແດງ​ໃຫ້​ເຫັນ​ວ່າ ນາຍ​ບິນ​ລາ​ເດັນບໍ່​ພຽງ​ແຕ່​ເປັນ​ຫົວ
ໜ້າ​ຄັນ​ຕາ​ລະ​ບັດ​ຊື່ໆ ​ແຕ່​ຍັງ​ເປັນ​ຜູ້​ຫລິ້ນ​ບົດ​ບາດ​ທີ່ແຂງ​ຂັນ​ໃນ​ການ​ປະຕິບັດ​ງານ​ຂອງ
ເຄືອ​ຂ່າຍ​ອາລ​ກາ​ອິດາ​ນັ້ນນໍາ.

ປາກົດ​ວ່າ ນາຍ​ບິນ​ລາ​ເດັນ​ມີ​ຄວາມ​ເປັນ​ຫ່ວງເປັນ​ພິ​ເສດ​ກ່ຽວ​ກັບວິທີ​ການທີ່​ເຂົາສະ​ເໜີ​ໂຕ​ເອງ​ຕໍ່​ໂລກ​. ພາບ​ວີ​ດີ​ໂອ​ບັ້ນ​ນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ນາຍ​ບິນ​ລາ​ເດັນ​ໄດ້​ເບິ່ງ​ການ​ຖ່າຍ​ທອດຂ່າວ ກ່ຽວ​ກັບ​ໂຕເຂົາເອງ​ທາງ​ໂທລະພາບຢ່າງ​ຈົດ​ຈໍ່​. ຜູ້ກ່ຽວນັ່ງ​ຢູ່​ພື້ນ​ເຮືອນ ຫົ່ມ​ຜ້າ​ຫົ່ມ ມືຖືເຄື່ອງ remote control ​ປ່ຽນ​ຊ່ອງ​ໂທລະ​ພາບ​ໄປມາທີ່​ຖ່າຍ​ທອດ​ຂ່າວ​ສົດ​ ກ່ຽວ​ກັບໂຕຜູ້ກ່ຽວ​ເອງ.

ໃນ​ວີ​ດີ​ໂອ​ທີ່​ວ່າ​ນີ້ ໜວດ​ໃຕ້​ຄາງ​ທີ່​ບໍ່​ໄດ້​ຫວີຂອງ​ຜູ້ກ່ຽວເປັນ​ສີເທົ່າ​ແຕ່ໃນ​ວີ​ດີ​ໂອ​ອີກ​ອັນນຶ່ງນັ້ນ ປາກົດ​ວ່າ​ຜູ້ກ່ຽວ​ໄດ້​ຍ້ອມ​ໜວດໃຕ້​ຄາງ ​ແລະ​ສອຍ​ໜວດ​ຢ່າງເປັນ​ລະບຽບ​ຮຽບຮ້ອຍ​ໄວ້ ​ເພື່ອ​ຕຽມ​ຖ່າຍ​ພາບ​ວີ​ດີ​ໂອ​ເພື່ອ​ຈະ​ໃຊ້ໃນ​ການ​ໂຄສະນາ​ຊວນ​ເຊື່ອ ​ຊຶ່ງ​ອັນ​ນຶ່ງ​ໃສ່​ຊື່ວ່າ “ ສານ​ຫລື ຂໍ້ຄວາມໄປ​ເຖິງປະຊາຊົນອະ​ເມ​ຣິກັນ” ທີ່​ເຊື່ອ​ກັນ​ວ່າ ​ໄດ້​ຖ່າຍ​ແລະ​ບັນທຶກ​ໄວ້​ໃນ​ເດືອນ​ຕຸລາ​ຫລື​ເດືອນພະຈິກ​ປີ​ແລ້ວ​ນີ້. ສະຫະລັດ​ໄດ້​ເປີດເຜີຍ​ວີ​ດີ​ໂອ​ເຫລົ່າ​ນີ້​ ໂດຍ​ບໍ່ມີສຽງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ທໍາ​ການ​ຊອກ​ຄົ້ນ​ເບິ່ງ​ໃນ​ພາບ​ວີ​ດີ​ໂອເຫລົ່າ​ນີ້​ ​ໃນ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ແຜນການ​ຕ່າງໆທີ່ ເຄືອຂ່າຍ​ອາລ​ກາ​ອີ​ດາ​ມີ​ໄວ້ ສໍາລັບ​ການ​ໂຈມ​ຕີ​ໃນ​ອະນາຄົດ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ຂອງ​ກຸ່ມ​ດັ່ງກ່າວ​ຢູ່​ໃສ​ແດ່​ນັ້ນ.

XS
SM
MD
LG