ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາໂລກຍິນດີນໍາ ການຕາຍຂອງບິນລາເດັນ


ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ສະແດງຄວາມເຫັນກ່ຽວກັບຂ່າວການຕາຍຂອງບິນ ລາເດັນ, ນະຄອນຫລວງກາບູລ, ວັນທີ 2 ພຶດສະພາ 2011
ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai ສະແດງຄວາມເຫັນກ່ຽວກັບຂ່າວການຕາຍຂອງບິນ ລາເດັນ, ນະຄອນຫລວງກາບູລ, ວັນທີ 2 ພຶດສະພາ 2011

ບັນ​ດາ​ຜູ້​ນໍາ​ຂອງ​ໂລກໄດ້ພາກັນສະ​ແດງ​ປະຕິກິລິຍາ​ຕໍ່​ຂ່າວ​ການ​ເສຍ​ຊີວິດ​ຂອງ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ຫົວໜ້າ​ເຄືອ​ຂ່າຍ al-Qaida.

ທ່ານ George W. Bush ອະດີດ​ປະທານາທິບໍດີ​ສະຫະ
ລັດ​ເອີ້ນ​ການ​ຕາຍ​ຂອງ​ນາຍ ບິນ​ລາ​ເດັນ​ວ່າ ​ເປັນຄວາມ​
ສໍາ​ເລັດ​ທີ່​ຍິ່ງ​ໃຫຍ່ອັນ​ນຶ່ງ. ທ່ານ Bush ​ໄດ້​ເປັນ​ປະທານາ
ທິບໍດີ ​ເວລາ​ເຄືອ​ຂ່າຍal-Qaida ທໍາ​ການ​ໂຈມ​ຕີ​ສະຫະລັດ
ໃນ​ວັນ​ທີ 11 ​ເດືອນ​ກັນຍາ​ໃນ​ປີ 2001.

ສ່ວນອະດີດ​ປະທານາທິບໍດີ Bill Clinton ​ໄດ້​ເອີ້ນ​ການ
ເສຍ​ຊີວິດ​ຂອງ​ນາຍ​ບິນ​ລາ​ເດັນ​ເປັນ​ເວລາ​ທີ່​ສໍາຄັນ​ຢ່າງ
ເລິກ​ເຊິ່ງ.

ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ​ນາຍ​ບິນ​ລາ​ເດັນ​ໃນ​ປະ​ເທດ​ເພື່ອນ​ບ້ານ ​ປາ​ກີ​ສຖານນັ້ນ ພິສູດ​ໃຫ້​ເຫັນ​ທ່າ​ທີ​ຂອງ​ກຸງ​ຄາ​ບູລມາ​ຕັ້ງ​ແຕ່​ດົນ​ນານ​ ທີ່​ວ່າ​ສົງຄາມ​ພວກ ກໍ່​ການ​ຮ້າຍ​ບໍ່​ໄດ້​ມີ​ຮາກ​ເຫງົ້າ​ຢູ່ໃນ​ອັຟກາ​ນີສຖານ ​ແລະ​ທ່ານໄດ້​ຮຽກຮ້ອງໃຫ້​ພວກຕາ​ລີ​ບັນ​ໃນອັຟກາ​ນີສຖານ​ ຢຸດເຊົາ​ການ​ຕໍ່ສູ້​ຂອງພວກເຂົາ.

ໃນ​ຂະນະ​ດຽວ​ກັນ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ອິນ​ເດຍ ທ່ານ P. Chidambaram ກ່າວ​ວ່າ ຂ່າວ​ການ​ເສຍ​ຊີວິດ​ຂອງ​ນາຍ​ບິນ​ລາ​ເດັນ​ໄດ້​ເນ້ນ​ເຖິງ​ຄວາມ​ເປັນ​ຫ່ວງ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ອິນ​ເດຍ ທີ່​ວ່າ​ພວກ​ກໍ່​ການຮ້າຍຫາ​ບ່ອນ​ລີ້​ໄພ​ຫລື​ລີ້​ຊ່ອນ​ໄດ້​ໃນ​ປາ​ກີ​ສຖານ.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດ​ກ່າວ​ວ່າ ຂ່າວ ການ​ເສຍ​ຊີວິດ​ຂອງ​ຜູ້​ນໍາ​ເຄືອ​ຂ່າຍ al-Qaida ສ້າງຄວາມ​ໂລ່ງ​ໃຈ​ຢ່າງ​ໃຫຍ່​ຫລວງ ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ໂລກ.

ປະທານາທິບໍດີ​ຝຣັ່ງ ທ່ານ Nicolas​ Sarkozy ​ເອີ້ນ​ການ​ຕາຍ​ຂອງ ນາຍ​ບິນ​ລາ​ເດັນວ່າ ​ເປັນຄວາມ​ສໍາ​ເລັດ​ຄັ້ງ​ສໍາຄັນ​ໃນ​ການ​ຕໍ່ຕ້ານກັບ​ພວກ​ກໍ່ການ​ຮ້າຍ.

ປະຊາຊົນໄປໂຮມຊຸມນຸມ ສະແດງຄວາມດີໃຈ ຢູ່ຈະຕຸລັດ Times Square ທີ່ນະຄອນນິວຢອກ ໃນຕອນເຊົ້າມືດຂອງວັນທີ 2 ພຶດສະພາ 2011 ຫລັງຈາກປະທານາທິບໍດີໂອບາມາປະກາດຂ່າວວ່າ ນາຍບິນລາເດັນ ຕາຍແລ້ວ.
ປະຊາຊົນໄປໂຮມຊຸມນຸມ ສະແດງຄວາມດີໃຈ ຢູ່ຈະຕຸລັດ Times Square ທີ່ນະຄອນນິວຢອກ ໃນຕອນເຊົ້າມືດຂອງວັນທີ 2 ພຶດສະພາ 2011 ຫລັງຈາກປະທານາທິບໍດີໂອບາມາປະກາດຂ່າວວ່າ ນາຍບິນລາເດັນ ຕາຍແລ້ວ.

ໃນ​ສະຫະລັດ ພວກ​ຝູງ​ຊົນ​ທີ່ມີ​ຄວາມ​ດີ​ອົກ​ດີ​ໃຈຢ່າງ​ຟົດ​ຟື້ນ​ພາກັນໄປເຕົ້າ​ໂຮມ​ກັນຢູ່​ຂ້າງ​ນອກ​ທໍານຽບຂາວ​ໃນ​ກຸງ​ວໍ​ຊິງ​ຕັນ​ ແລະ​ທີ່​ຈະ​ຕຸ​ລັດ Times Square ທີ່​ນະຄອນ​ນີວຢອກ​ ຕະຫລອດ​ທັງ​ຢູ່​ທີ່​ຈຸດ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທີ່ເອີ້ນ​ກັນ​ວ່າ Ground Zero ນັ້ນ ​ເພື່ອ​ສະຫລອງ​ການ​ເສຍ​ຊີວິດ​ຂອງ​ນາຍ ບິນ​ລາ​ເດັນ.

XS
SM
MD
LG