ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ພິຈາລະນາ ຫລາຍທາງເລືອກ ກ່ອນສັ່ງ ໂຈມຕີນາຍບິນລາເດັນ(ເບິ່ງວີດິໂອ)


ປະທານາທິບໍດີໂອບາມາ ແລະຮອງປະທານາທິບໍດີ Joe Biden,
ພ້ອມທັງພວກທີ່ປຶກສາດ້ານຄວາມໝັ້ນຄົງອື່ນໆ, ຕິດຕາມເບິ່ງການປະຕິບັດງານໂຈມຕີນາຍ Osama bin Laden ໃນຫ້ອງ Situation Room ທີ່ທໍານຽບຂາວ, ວັນທີ 1 ພຶດສະພາ 2011.
ປະທານາທິບໍດີໂອບາມາ ແລະຮອງປະທານາທິບໍດີ Joe Biden, ພ້ອມທັງພວກທີ່ປຶກສາດ້ານຄວາມໝັ້ນຄົງອື່ນໆ, ຕິດຕາມເບິ່ງການປະຕິບັດງານໂຈມຕີນາຍ Osama bin Laden ໃນຫ້ອງ Situation Room ທີ່ທໍານຽບຂາວ, ວັນທີ 1 ພຶດສະພາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ປະທານາທິບໍດີ​ບາຣັກ​
ໂອ​ບາ​ມາໄດ້​ພິຈາລະນາ​ເບິ່ງ​ຫລາຍ​ທາງ​ເລືອກ​ ກ່ອນ​ຈະ
ອອກ​ຄໍາ​ສັ່ງ​ໃຫ້​ທະຫານ​ທໍາ​ການ​ເຂົ້າ​ບຸກ​ໂຈມ​ຕີ​ ທີ່​ໄດ້​ສັງ
ຫານ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນ ​ແລະ​ວ່າ​ພວກ​ທີ່​ປຶກສາ
ປະ​ຈໍາ​ປະທານາທິບໍດີ​ ກໍ​ໄດ້​ມີ​ຄວາມ​ເຫັນ​ຂັດ​ແຍ້​ງກັນ​ກ່ຽວ
ກັບ​ວ່າ​ ຈະ​ເລືອກໃຊ້ວິທີ​ໃດ​ດີ​ນັ້ນ.

ປະທານາທິບໍດີ​ໄດ້​ຄັດຄ້ານ​ຕໍ່​ທາງ​ເລືອກໃນການ​ຖິ້ມ​ລະ​ເບີດ​ໃສ່ບໍລິ​ເວນ ​ບ່ອນທີ່​ຜູ້​ນໍາ​ເຄືອ​ຂ່າຍ al-Qaida ​ໄດ້​ລີ້​ຊ່ອນ​ໂຕ​ຢູ່​ທາງ​ທິດ​ເໜືອ​ຂອງ​ກຸງ​ອີສລາມາ​ບັດນັ້ນ. ບັນດາ​ເຈົ້າ​ໜ້າ​ທີ່ເວົ້າ​ວ່າ ​ແຜນການ​ດັ່ງກ່າວ​ຈະເປັນ​ການ​ສ່ຽງໄພໜ້ອຍ​ສໍາລັບ​ພວກ​ທະຫານ​ອະ​ເມ​ລິ​ກັນ ​ແຕ່​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກໃນ​ການ​ທີ່​ຈະຢືນຢັນໄດ້​ວ່າ ​ນາຍ​ບີນລາ​ເດັນ​ຢູ່​ໃນ​ບໍລິ​ເວນ​ນັ້ນ​ ຫລື​ວ່າ​ໄດ້​ເສຍ​ຊີວິດ​ ຫລື​ບໍ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດກ່າວ​ວ່າ ທ່ານ​ໂອ​ບາ​ມາ​ຍັງໄດ້​ພິຈາລະນາ​ເຊ່ນ​ກັນ​ວ່າ ຄວນ​ຈະ​ລໍຖ້າ​ຕໍ່ໄປ​ອີກ ​ແລະ​ສິ້ງ​ຊອມ​ເບິ່ງ​ບໍລິ​ເວນ​ດັ່ງກ່າວ​ເພື່ອ​ໃຫ້​ແນ່​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຂ່າວ​ລັບ​ທີ່​ສະ​ເໜີ​ແນະ​ຢ່າງ​ແຂງ​ແຮງວ່າ​ຜູ້​ຊາຍ​ຄົນ​ທີ່ຢູ່​ໃນ​ບໍລິ​ເວນ ​ແມ່ນ​ນາຍ​ບິນ​ລາ​ເດັນ​ແທ້​ຫລື​ບໍ? ​ແຕ່​ໃນ​ທີ່​ສຸດ​ແລ້ວ ທ່ານ​ໂອ​ບາ​ມາ​ກໍໄດ້​ອະນຸຍາດ​ໃຫ້​ທໍາ​ການ​ປະຕິບັດ​ງານ​ທາງ​ທະຫານ​ໃນ​ເຊົ້າ​ວັນ​ສຸກ​ຜ່ານ​ມາ ​ໂດຍ​ກ່າວ​ວ່າ “ເອົາ​ແບບ​ນີ້ແຫລ໊.”

ໃນ​ການ​ຖະ​ແຫລ​ງຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ John Brennan ຫົວໜ້າ​ຝ່າຍ​ຕອບ​ໂຕ​ການ​ກໍ່​ການ​ຮ້າຍ​ປະ​ຈໍາ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີຈາກ​ທາງ​ອາກາດ ໂດຍ​ໜ່ວຍ​ກ້າ​ຕາຍ ຫົວ​ກະທິ​ຂອງ​ກອງທັບ​ສະຫະລັດ​ນັ້ນ. ພວກ​ທະຫານ​ທີ່​ເອີ້ນ​ວ່າ Navy SEALS ຈຸ​ນຶ່ງ​ໄດ້​ໂຕນ​ລົງ​ນໍາ​ເຊືອກຈາກ​ເຮືອບິນ​ເຮ​ລີ​ຄອບ​ເຕີຈໍານວນ​ນຶ່ງ​ລົງ​ໃສ່​ບໍລິ​ເວນ​ນຶ່ງ​ໃນ​ເມືອງ Abbottabad ​ໃນຕອນ​ເຊົ້າມືດ​ວັນ​ຈັນ​ວານ​ນີ້ ຕາມເວລາທ້ອງຖິ່ນ. ຫລັງ​ຈາກ​ພວກ​ທະຫານ​ເຫລົ່າ​ນີ້ ​ເຂົ້າ​ໄປ​ໃນ​ຕຶກ​ໃຫຍ່ຫລັງ​ນຶ່ງ​ ພວກ​ເຂົາ​ເຈົ້າ​ໄດ້ພົບນາຍບິນລາເດັນຢູ່ຫ້ອງຊັ້ນເທິງ ແລະ​ໄດ້​ຍິງ​ປືນ​ໃສ່​ຫົວ​ນາຍ​ບິນ​ລາ​ເດັນ​ໃນ​ລະຫວ່າງ ການ​ຕໍ່ສູ້​ກັນ​ນັ້ນ.

ທ່ານ Brennan ກ່າວ​ວ່າ ​ໄດ້​ມີ​ການວາງແຜນການ​ໄວ້ເຊ່ນ​ກັນ​ວ່າ ​ໃຫ້ຈັບເປັນ​ນາຍ​ບິນລາ​ເດັນ​.

ທ່ານ Brennan ​ເອີ້ນ​ການ​ປະຕິບັດ​ງານ​ທັງ​ໝົດ​ທີ່ກິນ​ເວລາ 40 ນາທີນັ້ນ​ວ່າ ເປັນ​ຊ່ວງ​ເວລາ​ທີ່​ເຕັມ​ໄປ​ດ້ວຍຄວາມ​ເປັນ​ຫ່ວງ​ກັງວົນຫລາຍ​ທີ່​ສຸດ ສໍາລັບ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ ຮວມທັງ​ທ່ານ​ໂອ​ບາ​ມາ ທີ່​ໄດ້​ຕິດຕາມ​ເບິ່ງ​ຢາງ​ໃກ້ຊິດ​ຈາກ​ຫ້ອງ​ສະຖານະ​ການ ຫລື Situation Room ​ໃນທໍານຽບຂາວນັ້ນ. ທ່ານ Brennan ​ກ່າວ​ວ່າ ​ເວລາ​ຫລາຍ​ນາທີ​
ທີ່ຜ່ານ​ໄປຄື​ກັນ​ກັບເວລາ​ຫລາຍ​ມື້.

ບໍ່​ມີ​ທະຫານ​ອະມ​ເລິ​ກັນ​ຈັກ​ຄົນ​ເສຍ​ຊີວິດ​ໃນ​ການ​ປະຕິບັດ​ງານ​ດັ່ງກ່າວ.

ທ່ານ​ໂອ​ບາ​ມາ​ໄດ້​ປະກາດ​ຂ່າວການ​ເສຍ​ຊີວິດ​ຂອງ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນໃຫ້​ຮູ້​ ໃນ​ການຖະ​ແຫລ​ງທີ່​ຖ່າຍ​ທອດ​ອອກທາງ​ໂທລະພາບ​ທີ່​ທໍານຽບຂາວ​ ໃນ​ຕອນ​ເດິ​ກ​ແລງ​ວັນ​ອາທິດ​ຜ່ານ​ມາ.

ວີດິໂອບໍລິເວນບ້ານບ່ອນທີ່ບິນລາເດັນລີ້ຊ່ອນໂຕຢູ່

XS
SM
MD
LG