ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ໄບເດັນ ນຳສະເໜີ ເວັບໄຊ COVID.gov ແລະຮຽກຮ້ອງໃຫ້ລັດຖະສະພາ ອະນຸມັດທຶນຕື່ມ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງກ່ຽວກັບ ສະຖານະພາບຂອງປະເທດ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ຢູ່ຫ້ອງປະຊຸມທາງກ້ຳໃຕ້ຂອງທຳນຽບຂາວ, ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ມີນາ 2022.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງກ່ຽວກັບ ສະຖານະພາບຂອງປະເທດ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ຢູ່ຫ້ອງປະຊຸມທາງກ້ຳໃຕ້ຂອງທຳນຽບຂາວ, ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ມີນາ 2022.

ໃນວັນພຸດວານນີ້ ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ນຳສະເໜີເວັບໄຊ ໃໝ່ຂອງລັດຖະບານ ທີ່ຊື່ວ່າ COVID.gov ທີ່ໄດ້ອອກແບບເພື່ອເປັນແຫລ່ງໃຫ້ຂໍ້ມູນຫລ້າສຸດກ່ຽວກັບໂຣກລະບາດ ພ້ອມກັນນັ້ນ ສະໜອງການເຂົ້າເຖິງຢາວັກຊີນ ການກວດ ການຮັກສາປິ່ນປົວ ແລະໜ້າກາກ ຢູ່ທີ່ເວັບໄຊແຫ່ງດຽວ.

ໃນການຖະແຫລງຕໍ່ບັນດານັກຂ່າວຢູ່ທີ່ທຳນຽບຂາວ ປະທານາທິບໍດີໄບເດັນຍັງ ໄດ້ຂໍຮ້ອງຕໍ່ລັດຖະສະ ພາ ໃຫ້ອະນຸມັດທຶນສຸກເສີນເພື່ອສືບຕໍ່ການຊ່ອຍເຫຼືອໃນການຕໍ່ສູ້ຕ້ານການລະບາດຂອງພະຍາດໂຄວິດ-19 ມູນຄ່າ 22 ຕື້ໂດລາ. ທ່ານໄບເດັນ ໄດ້ກ່າວວ່າ ປະເທດກຳລັງກ້າວເຂົ້າສູ່ຊ່ວງເວລາໃໝ່ ຂອງການແຜ່ລະ ບາດ. ທ່ານໄດ້ເນັ້ນໜັກວ່າ ເຖິງແມ່ນວ່າ ໂຣກລະບາດບໍ່ໄດ້ຄວບຄຸມຊີວິດຂອງພວກເຮົາອີກຕໍ່ໄປແລ້ວກໍຕາມ ມັນຍັງບໍ່ທັນສິ້ນສຸດເທື່ອ ໂດຍໃຫ້ຂໍ້ສັງເກດເຖິງ ຈຳນວນກໍລະນີໃໝ່ທີ່ສູງຂຶ້ນເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ຕາມທີ່ໄດ້ຄາດໝາຍເອົາໄວ້ ດັ່ງທີ່ທ່ານໄດ້ກ່າວ.

ທ່ານໄບເດັນ ໄດ້ກ່າວອີກວ່າ ສະຫະລັດ ດຽວນີ້ ມີເຄື່ອງມືຕ່າງໆ ເພື່ອປົກປ້ອງປະຊາຊົນທັງໝົດ.

ທ່ານປະທານາທິບໍດີ ກ່າວວ່າ COVID.gov ສະໜອງການເຂົ້າເຖິງເຄື່ອງມືທັງໝົດ ທີ່ມີໃຫ້ນຳໃຊ້ເພື່ອຮັບມືກັບພະຍາດໂຄວິດ-19 ທີ່ລວມມີ ບັນຊີລາຍຊື່ຂອງສະຖານທີ່ສັກຢາວັກຊີນ ທັງໝົດ 90,000 ແຫ່ງ ທີ່ໄດ້ຖືກຈັດຕັ້ງຂຶ້ນ ຢູ່ໃນສະ ຫະລັດ ລິ້ງຂອງເວັບໄຊ ເພື່ອຂໍໜ້າກາກ ແລະການກວດ ແລະບ່ອນເພື່ອຂໍການ ຮັກສາປິ່ນປົວ. ເວັບໄຊນີ້ ຍັງມີໜ້າທີ່ສຳລັບຊອກຫາ ຊຶ່ງສາມາດນຳໃຊ້ເພື່ອຫາຂໍ້ມູນຫຼ້າສຸດກ່ຽວກັບສະຖານະການແຜ່ລະບາດໃນທຸກຂົງເຂດໃດໆຂອງປະເທດ. ເວັບໄຊ ຍັງມີຄຸນລັກຊະນະຕ່າງໆ ຄືການຫາສະຖານທີ່ຕັ້ງ ທີ່ເອີ້ນວ່າ “ກວດເພື່ອປິ່ນປົວ” ຊຶ່ງໄດ້ອອກແບບມາເພື່ອອຳນວຍໃຫ້ເຂົ້າເຖິງ ຮ້ານຂາຍຢາ ແລະສູນຮັກສາສຸຂະພາບຊຸມຊົນ ທັງຫຼາຍຂອງສະຫະລັດ ບ່ອນທີ່ທຸກຄົນສາມາດໄດ້ຮັບການກວດຫາພະຍາດໂຄວິດ-19 ແລະຖ້າຫາກຈຳເປັນ ກໍຕ້ອງໄດ້ຮັບການປິ່ນປົວທີ່ເໝາະສົມ.

ທຳນຽບຂາວກ່າວວ່າ ລັດຖະບານ ໄດ້ເປີດໂຕສະຖານທີ່ດັ່ງກ່າວນີ້ ຫຼາຍກວ່າ 2,000 ແຫ່ງໃນທົ່ວປະເທດ ພ້ອມດ້ວຍ 240 ແຫ່ງ ໃນໜ່ວຍງານການຮັກສາສຸຂະພາບຂອງທະຫານນັກລົບເກົ່າ ແລະສະຖານທີ່ແຫ່ງຕ່າງໆຂອງກະຊວງປ້ອງກັນປະເທດ ທີ່ໃຫ້ບໍລິການແກ່ນັກລົບເກົ່າ ພະນັກງານທະຫານ ແລະຄອບ ຄົວຂອງພວກເຂົາເຈົ້າ.

ທ່ານປະທານາທິິບໍດີ ຍັງໄດ້ຮຽກຮ້ອງຕໍ່ລັດຖະສະພາ ໃຫ້ອະນຸມັດທຶນຕື່ມອີກ ເພື່ອຕໍ່ສູ້ກັບໂຣກລະບາດ. ທ່ານໄດ້ກ່າວວ່າ ປາດສະຈາກມັນແລ້ວ ສະຫະລັດ ຈະບໍ່ສາມາດຮັກສາຄວາມສາມາດໃນການກວດໄວຣັສ ໄດ້ກາຍເດືອນມິຖຸນາ ແລະຢາວັກຊີນ ອາດຈະໝົດກ່ອນ ໃນຕົ້ນເດືອນກັນຍາ ຊຶ່ງເຮັດໃຫ້ປະເທດຊາດມີຄວາມສ່ຽງ ຖ້າມີຄື້ນຟອງອີກຮອບໃໝ່ຂອງໄວຣັສ ທີ່ເຮັດໃຫ້ເກີດການລະບາດຂອງພະຍາດໂຄວິດ-19.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG