ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສຫລ ພົບວ່າ ລູກເຂີຍ Bin Laden ມີຄວາມຜິດ ໃນ 3 ຂໍ້ຫາ (ວີດີໂອ)


BIN LADEN SON IN LAW CNPK
please wait

No media source currently available

0:00 0:01:10 0:00
ລູກ​ເຂີຍຂອງທ້າວ Osama Bin Laden ​ກຳລັງ​ປະ​ເຊີນກັບ
ຄວາມເປັນໄປໄດ້ ​ທີ່​ອາດໄດ້ ຕິດ​ຄຸກຕະຫຼອດ​ຊີວິດ ​ໃນ​ຖານ
​ສົມຮູ້ຮ່ວມຄິດ ເພື່ອ​ສັງ​ຫານ​ຊາວ​ອາ​ເມຣິກັນ.

​ໃນ​ວັນ​ພຸດ​ວານ​ນີ້ ຄະນະ​ຕຸລາການ​ຂອງ​ສະຫະລັດ ໄດ້​ພົບເຫັນວ່າ
imam Sulaiman Abu Ghaith ຊຶ່ງເປັນຊາວຄູເວດ ມີຄວາມຜິດ
​ໃນ 3 ຂໍ້ຫາ ທີ່​ພົວພັນ​ກັບການກໍ່ການ​ຮ້າຍ​.

ທ່ານ George Venizelos ຮອງ​ຜູ້ອຳນວຍ​ການ​ຂອງ​ອົງການ
​ສືບ​ລັບ FBI ທີ່​ກຳກັບ​ເລື່ອງນີ້ ​ໄດ້​ກ່າວ​ວ່າ, “ທຸກໆ​ທີ່​ຢືນ​ຂຶ້ນ​
ຢູ່​ໃນ​ຂະນະ​ນີ້ ​ແມ່ນ​ມີ​ຄວາມ​ດີໃຈ​ ທາງ FBI ນີ້ ກໍດີ​ໃຈ
ທາງ​ຫ້ອງການ​ໄອ​ຍະການ​ຂອງ​ສະຫະລັດນັ້ນ ​ແມ່ນ​ປື້ມປິ​ຕິ​ຍິນ​ດີ​ທີ່​ສຸດ ທີ່ວ່າ
ໄດ້ມີການນຳເອົາຜູ້ກະທຳຜິດອີກຄົນນຶ່ງ ມາລົງໂທດ ໃນການ​ຕໍ່ສູ້ຂອງ​ພວກ​ເຮົາ​ຕໍ່​ຕ້ານພວກ​ກໍ່​ການ​ຮ້າຍ​ແລະ​ກໍ​ເພື່ອປົກ​ປ້ອງ​ເມືອງ​ນີ້ ປະ​ເທດ​ນີ້ໄວ້.”


ທະນາຍຄວາມ​ຂອງທ້າວ Ghaith ​ເຊື່ອ​ວ່າ ລູກ​ຄວາມ​ຂອງລາວ ​ຈະໄປ​ປະກົດ​ຕົວ​ຕໍ່​ສານອີກ​ຕື່ມ​ຄັ້ງ​ນຶ່ງ​ ເວລາໃດ​ທີ່​ທາງ​ສານອຸທອນ​ໄດ້​ທົບທວນເບິ່ງຄະດີນີ້.

ທ້າວ Ghaith ​ແມ່ນ​ສະມາຊິກກຸ່ມອາລກາອີດາຂັ້ນ​ສູງ​ສຸດ​ຜູ້​ນຶ່ງ ທີ່​ໄດ້​ຖືກດຳ​ເນີນ​ຄະດີ​ໃນ​ສະຫະລັດ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ໃນ​ນະຄອນ​ນິວ​ຢ໊ອກ ​ແລະ​ກຸງ​ວໍ​ຊິງ​ຕັນ ທີ່​ໄດ້
ສັງຫານ​ເກືອບ 3 ພັນຄົນ​ນັ້ນ.

ຄະນະຕຸລາການ ໄດ້​ເບິ່ງວີ​ດີ​ໂອ​ຂອງ​ທ້າວ Abu Ghaith ທີ່​ໄດ້​ນັ່ງໃກ້ໆ​ກັບທ້າວ Bin Laden ​ແລະ​ອີກ 2 ຜູ້​ນຳຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ນຶ່ງ​ມື້ ຫຼັງ​ຈາກວັນ​ທີ 11 ກັນຍາ ທີ່​ພວກ​ກໍ່​ການ​ຮ້າຍ​ໂຈມ​ຕີສະຫະລັດ ​ໃນ​ຄວາມ​ພະຍາຍາມ​ແກ້​ແຄ້ນ​ ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

​ການຕັດສິນລົງໂທດ​ ​ທ້າວ Ghaith ມີ​ໝາຍ​ກຳນົດ​ ໃສ່ເດືອນ​ກັນຍາ. ລາວ​ອາດ​ຈະ​ຕ້ອງ​ໃຊ້​ເວລາທັງ​ຊີວິດທີ່ເຫລືອ ຢູ່ໃນ​ຄຸກສະຫະລັດ.
US Jury Convicts Bin Laden Son-in-Law on Terror Charges
please wait

No media source currently available

0:00 0:01:44 0:00
XS
SM
MD
LG