ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລໍາດັບເຫດການກໍ່ການຮ້າຍ ຂອງນາຍບິນ ລາເດັນ ແລະກຸ່ມອາລ-ເຄອີດາ (ເບິ່ງວີດິໂອ)


ປະທານາທິບໍດີໂອບາມາ ພອມກັບ ຮອງປະທານາທິບໍດີບາຍເດີນ, ລັດຖະມົນຕີການຕາງປະເທດ ຮິລເລີຣີ ຄລິນຕັນ ແລະຄະນະເຈາໜາທຂນສູງຄົນອນໆ ກຳລັງຕິດຕາມເບງວີດິໂອຖາຍທອດສົດ ການປະຕິບັດງານຈັບຕາຍ ນາຍບິນ ລາເດັນ ຢູປາກິສຖານ, ເມອວັນທີ 1 ພຶດສະພາ 2011, ທທຳນຽບຂາວ. (AP Photo/The Whi
ປະທານາທິບໍດີໂອບາມາ ພອມກັບ ຮອງປະທານາທິບໍດີບາຍເດີນ, ລັດຖະມົນຕີການຕາງປະເທດ ຮິລເລີຣີ ຄລິນຕັນ ແລະຄະນະເຈາໜາທຂນສູງຄົນອນໆ ກຳລັງຕິດຕາມເບງວີດິໂອຖາຍທອດສົດ ການປະຕິບັດງານຈັບຕາຍ ນາຍບິນ ລາເດັນ ຢູປາກິສຖານ, ເມອວັນທີ 1 ພຶດສະພາ 2011, ທທຳນຽບຂາວ. (AP Photo/The Whi

ເປັນເວລາເກືອບນຶ່ງເດືອນຜ່ານມາແລ້ວ ທີ່ນາຍໂອຊາມາ ບິນລາເດັນ ຫົວໜ້າກຸ່ມກໍ່ການ ຮ້າຍ ອາລ-ເຄອີດາ ໄດ້ຖືກກອງກໍາລັງພິເສດຂອງສະຫະລັດສັງຫານ ຢູ່ທີ່ປະເທດປາກິສ ຖານ ຫລັງຈາກທີ່ໄດ້ຕາມລ່າໂຕຜູ້ກ່ຽວມາເປັນເວລາເກືອບ 10 ປີ. ຜູ້ຟັງຂອງເຮົາຈໍານວນ ນຶ່ງອີເມລມາວ່າ ຢາກຮູ້ເລື້ອງລາວກ່ຽວກັບຫົວໜ້າກຸ່ມກໍ່ການຮ້າຍລະດັບໂລກກຸ່ມນີ້. ສະນັ້ນ ຕໍ່ໄປນີ້ ເຮົາຂໍສະເໜີລາຍງານໂດຍສັງເຂບ ຫລືລໍາດັບເຫດການຕ່າງໆ ກ່ຽວກັບວ່ານາຍບິນ ລາເດັນ ໄດ້ທໍາການກໍ່ການຮ້າຍ ສ້າງຄວາມຢ້ານກົວໄປທົ່ວຊີກໂລກຕາເວັນຕົກ ດ້ວຍການ ໂຈມຕີທີ່ຮຸນແຮງເຖິງຕາຍຫລາຍໆບັ້ນ ແນວໃດແດ່ ຫລັງຈາກທີ່ຜູ້ກ່ຽວໄດ້ໂຜ່ໂຕອອກມາ ຈາກຖັ້ນແຖວຂອງຕະກູນທີ່ຮັ່ງມີຕະກຸນນຶ່ງຂອງຊາອຸດີອາເຣເບຍ ເພື່ອສ້າງຕັ້ງແລະນໍາພາ ເຄືອຂ່າຍກໍ່ການຮ້າຍລະດັບໂລກກຸ່ມນີ້.

ນາຍໂອຊາ​ມາ ບິນ ລາ​ເດັນ ​ເກີດ​ເມື່ອ​ວັນ​ທີ 10 ​ເດືອນ​ມີນາ ປີ 1957 ​ເປັນ​ລູກ​ຄົນ​ນຶ່ງ​ໃນ​ຈໍານວນ​ 50 ກ່ວາ​ຄົນ​ ຂອງ​ເສດຖີ​ກໍ່ສ້າງຊາ​ອູ​ດີ​ອາ​ເຣ​ເບຍ​ຄົນ​ນຶ່ງ ທ​ມີ​ເມຍ​ຫລາຍ​ຄົນ​ຕາມ​ປະ​ເພນີ​ຂອງ​ຊາວ​ມຸສລິ​ມ. ຊ​ເປັນ​ເສດຖີ​ດວຍ ກໍ​ແຮງມີ​ຫລາຍ​ຄົນກວາ​ຜູ​ຊາຍ​ທຳ​ມະ​ດາ​ສາມັນ​ອີກ. ບິນ ລາ​ເດັນ​ເຕີບ​ໃຫຍ່​ຂື້ນ​ມາ​ໃນ​ທ່າມກາງ​ຄວາມ​ສະນຸກ​ສຸກ​ສະບາຍ​ຂອງຊົນ​ຊັ້ນ​ເສດຖີ​ຂອງ​ຊາ​ອູ​ດີອາ​ເຣ​ເບຍ ​ແລະ​ຮຽນ​ສໍາ​ເລັດ​ການ​ສຶກສາລະ​ດັບ​ມະຫາວິທະ​ຍາ​ໄລ ​ໄດ້​ປະລິນຍາ​ຝ່າຍ​ວິສະວະ​ກໍາ ​ແລະ​ເບິ່ງ​ຄື​ວ່າຈະ​ປະກອບ​ອາຊີບທຸລະ​ກິດ​ຂອງ​ຄອບຄົວ​ ດໍາ​ເນີນ​ຮອຍ​ຕາມ​ບິດາ​.

ແຕ່​ວ່າ ເລີ່​ມ​ຕົ້ນໃນ​ປີ 1988 ຫລັງ​ຈາກ​ພວກ​ນັກ​ລົບ ມູຈາ​ເຮ​ດີ​ນ (mujahideen) ໄດ້​ທໍາ​ການ​ຢືນ​ຢັດຕໍ່ສູ້​ຕ້ານ​ການ​ຄອບຄອງ​ຂອງ​ທະຫານໂຊ​ຫວຽດ​ໃນ​ອັຟກາ​ນີສຖານ ນາຍ ໂອຊາ​ມາ ບິນ​ລາ​ເດັນ ​ກໍ​ໄດ້​ເອົາ​ເງິນ​ຄໍາ​ຂອງ​ເຂົາ ​ເຂົ້າ​ໄປ ​ຊ່ວຍ​ເຫລືອ ​ແລະໄດ້​ກໍ່​ຕັ້ງ​ກຸ່ມ​ອາລ-​ເຄ​ອີ​ດາ ຂື້ນ​ມາ ຊຶ່ງເປັນຊພາສາ​ອາຣັບ ​ມີ​ຄວາມ​ໝາຍ​ວ່າ “ຖານ​ທີ່​ໝັ້ນ.”

ຕົກ​ມາ​ໃນ​ລະຫວ່າງປີ 1990 ຫາ ປີ 1991 ສະຫະລັດໄດ້ສົ່ງ​ກໍາລັງ​ທະຫານໄປປະ​ຈໍາການ​ ຢູ່​ຊາ​ອູ​ດີ ອາ​ເຣ​ເບຍ ​ເພື່ອ​ຊ່ວຍ​ປ້ອງ​ກັນ​ຄູ​ເວດ ຈາກ​ການ​ຮຸກ​ຮານ​ຂອງ​ອີຣັກ ຊຶ່ງໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່ ບິນ ລາ​ເດັນ ຢ່າງ​ໃຫຍ່. ຜູ້ກ່ຽວໄດ້ປະ​ທະ​ກັນກັບ​ພວກ​ເຈົ້າໜ້າ​ທີ່ ຊາ​ອຸ​ດິອາ​ເຣ​ເບຍ ​ແລະ​ຖືກບີບບັງຄັບ​ໃຫ້​ຕ້ອງ​ໜີ​ອອກ​ຈາກ​ຊາ​ອູ​ດີ​ອາ​ເຣ​ເບຍ ໄປ​ຢູ່​ປະ​ເທດ​ຊູແດນ ບ່ອນ​ທີ່​ບິນ ​ລາ​ເດັນ ​ໄດ້ສ້າງ​ຕັ້ງ​ຖານ​ປະຕິບັດ​ການ​ສໍາລັບ​ກຸ່ມອາລ-​ເຄອີ​ດາ ຂຶ້ນ​ມາ.

ໃນ​ປີ 1992 ລະ​ເບີດພະລັງ​ແຮງລູກ​ໜຶ່ງ​ໄດ້ແຕກ​ຂຶ້ນທີ່ໂຮງ​ແຮມ​ແຫ່ງ​ໜຶ່ງ​ໃນ​ປະ​ເທດ​ເຢ​ເມັນ ບໍ່ດົນ​ຫລັງ​ຈາກ​ພວກ​ທະຫານ​ສະຫະລັດ​ຈຸ​ໜຶ່ງ​ໄດ້​ອອກ​ ຈາກ​ໂຮງ​ແຮມ​ແຫ່ງ​ນັ້ນ​ໄປ ຊຶ່ງ​ຕໍ່​ມາ ພວກ​ເຈົ້າໜ້າ​ທີ່ສືບລັບລົງ​ຄວາມ​ເຫັນວ່າ​ ເປັນ​ການ​ໂຈມ​ຕີ​ບັ້ນ​ທໍາ​ອິດ​ຂອງ ບິນ ລາ​ເດັນ.

ໃນຮູບນ ຖາຍເມອເດືອນທັນວາ 1998, ນາຍບິນ ລາເດັນ ຜູນຳກຸມ al Qaida ໃຫສຳພາດຂາວແກນັກຂາວກຸມນງ ໃນເຂດພູເຂົາແຂວງ Helmand ໃນ ພາກໃຕຂອງອັຟການິສຖານ, ຊງເຂົາໄດຮຽກຮອງໃຫ ຊາວມຸສລິມສັງຫານຄົນອາເມຣິກັນ, ບວາຈະພົບເຫັນຢູບອນໃດກໍຕາມ.
ໃນຮູບນ ຖາຍເມອເດືອນທັນວາ 1998, ນາຍບິນ ລາເດັນ ຜູນຳກຸມ al Qaida ໃຫສຳພາດຂາວແກນັກຂາວກຸມນງ ໃນເຂດພູເຂົາແຂວງ Helmand ໃນ ພາກໃຕຂອງອັຟການິສຖານ, ຊງເຂົາໄດຮຽກຮອງໃຫ ຊາວມຸສລິມສັງຫານຄົນອາເມຣິກັນ, ບວາຈະພົບເຫັນຢູບອນໃດກໍຕາມ.

ປີ 1993 ພວກ​ກໍ່​ການ​ຮ້າຍ​ທີ່​ເຊຶ່ອມ​ໂຍງ​ກັບ​ກຸ່ມ​ອາລ-​ເຄ​ອີ​ດາ ໄດ້ລະ​ເບີດລົດບັນທຸກຄັນ​ນຶ່ງ ທີ່​ເຕັມ​ໄປ​ດ້ວຍ​ວັດຖຸ​ລະ​ເບີດ ທີ່ຈອດ​ໄວ້​ຊັ້ນ​ລຸ່ມ​ຂອງ​ບ່ອນຈອດ​ລົດ​ຂອງ​ຕຶກ​ສູນ​ການ​ຄ້າ​ໂລກ ໃນ​ນະຄອນ​ນີວຢ໊ອກ​ ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 6 ຄົນ​ແຕ່​ບໍ່ໄດ້​ເຮັດ​ໃຫ້ຕຶກ​ສູນ​ການ​ຄ້າ​ພັງລົງ​.

ເວລາ​ຜ່ານ​ໄປ​ຈົນ​ເຖິງ​ປີ 1996 ລົດ​ບັນທຸກ​ລະ​ເບີດ​ຄັນ​ໜຶ່ງ​ໄດ້​ລະ​ເບີດຂຶ້ນ​ແລະທໍາລາຍຕຶກ Khobar Towers ຊຶ່ງ​ເປັນ​ທີ່​ພັກ​ຂອງ​ກໍາລັງທະຫານສະຫະລັດ​ໃນ​ຊາ​ອຸ​ດີອາເຣ​ເບຍ ທີ່​ຍັງ​ຜົນ​ໃຫ້​ທະຫານ​ອາ​ເມ​ຣິກັນ 19 ຄົນ​ເສຍຊີວິດ.

ສອງ​ປີ​ຕໍ່​ມາ ຄືປີ 1998 ເດືອນກຸມພາ ບິນ​ ລາ​ເດັນ ​ໄດ້​ປະກາດຕໍ່​ໂລກ​ວ່າ ມັນ​ເປັນ​ພາລະ ໜ້າ​ທີ່​ຂອງ​ຊາວ​ມູສລິມທຸກໆ​ຄົນ ທີ່​ຈະ​ຕ້ອງ ​“ຂ້າ​ຊາວອາ​ເມ​ຣິກັນ ​ບໍ່​ວ່າ​ຈະ​ພົບ​ເຫັນ​ຢູ່​ແຫ່ງ​ຫົນ​ໃດກໍ​ຕາມ.”

ເດືອນສິງຫາປີ 1998​ ມີ​ລະ​ເບີດແຕກຂຶ້ນພ້ອມໆ​ກັນ ທີ່​ສະຖານທູດຂອງ ​ສະຫະລັດ​ໃນປະ​ເທດ​ເຄັນ​ຢາ ​ແລະຕັນ​ຊ​າເນຍ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 224 ຄົນ ​ແລະເຮັດໃຫ້ບາດ​ເຈັບ​ອີກປະມານ 4,500 ຄົນ. ຫລັງ​ຈາກເຫດການ​ນີ້ ທ່ານບິ​ລ ​ຄລິນ​ຕັນ ຊຶ່ງ​ເປັນປະທານາທິບໍ ດີສະຫະລັດ​ໃນ​ເວລາ​ນັ້ນ ປະກາດ​ວ່າ ​ບິນ ລາ​ເດັນ ​ເປັນ​ສັດຕູ​ໝາຍ​ເລກ​ນຶ່ງ​ຂອງ​ປະຊາຊົນ.

ປີ 2000 ພວກ​ໂຈມ​ຕີ​ສະລະ​ຊີບ​ໄດ້​ຂັບເຮືອ​ທີ່​ບັນຈຸ​ລູກ​ລະ​ເບີດ​ເຕັມ​ອັດຕາ ແລ່ນ​ຕໍາ​ສ່ວນ​ກາງຂອງ​ກໍາ​ປັ່ນ​ລົບ​ USS Cole ຂອງສະຫະລັດ ທີ່​ຈອດ​ລອຍ​ລໍາ ຢູ່ນ່ານນໍ້າ​ປະ​ເທດ​ເຢ​ເມັນ ສົ່ງຜົນ​ໃຫ້​ທະຫານ​ເຮືອອາ​ເມຣິກັນ​ 17 ຄົນ​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 30 ຄົນ​ໄດ​ຮັບບາດ​ເຈັບ.

ຮູບຕຶກແຝດສູນການຄາໂລກ ທນະຄອນນິວຢອກ ທຖືກພວກອາລ-ເຄອີດາຈເຮືອບິນຂັບເຂາຕຳ ໃນ ເວລາໄລເລຍກັນ ເມອວັນທີ 11 ກັນຍາ 2001.
ຮູບຕຶກແຝດສູນການຄາໂລກ ທນະຄອນນິວຢອກ ທຖືກພວກອາລ-ເຄອີດາຈເຮືອບິນຂັບເຂາຕຳ ໃນ ເວລາໄລເລຍກັນ ເມອວັນທີ 11 ກັນຍາ 2001.

ເດື​ອນກັນຍາ ປີ 2001 ພວກ ອາລ-​ເຄ​ອີ​ດາໄດ້ຈີ້​ເຮືອບິນໂດຍ ສານສອງລໍາ​ໃນ​ສະຫະລັດ ​ແລ້ວ ຂັບ​ເຂົ້າ​ໄປຕໍາ​ຕຶກ​ແຝດ​ສູນ​ການ​ຄ້າ​ໂລກ​ ໃນນະຄອນ​ນີວຢອກ ​ແລະໄດ້ຈີ້​ຍົນລໍາ​ທີ່​ສາມ​ ຂັບໄປ ຕໍາກອງ​ບັນຊາ​ການທະຫານຂອງ​ສະຫະລັດກໍ​ຄື​ທໍ​ານຽບຫ້າ​ແຈ ທີ່​ຕັ້ງ​ຢູ່​ນອກ​ນະຄອນຫລວງວໍ​ຊິງ ຕັນ ​ດີ​ຊີ ​ໃນ​ເວລາໄລ​ເລຍກັນ. ​ເຮືອບິນລໍາ​ທີ່​ສີ່ທີ່ພວກກໍ່​ການ​ຮ້າຍ​ ຈີ້​ເອົາເພື່ອຈະ​ຂັບ​ໄປຕໍາເປົ້າໝາຍ​ ອີກ​ແຫ່ງ​ນຶ່ງ ໃນ​ນະຄອນຫລວງ​ ວໍ​ຊິງ​ຕັນນັ້ນ ​ໄດ້​ຖືກພວກຄົນ​ ໂດຍສານຂັດຂວາງ ​ແລະ​ຕົກລົງ​ ໃນ​ທົ່ງ​ແຫ່ງ​ໜຶ່ງ​ໃນລັດ​ເພັນ​ຊິ​ລ​ເວ​ເນຍ (Pennsylvania) ທາງ​ທິດຕາ​ເວັນ​ອອກ​ສຽງ​ເໜືອຂອງ​ສະຫະລັດ ຊຶ່ງ​ການ​ໂຈມ​ຕີ​ທັງ 4 ບັ້ນ​ໃນ​ມື້​ດຽວ​ກັນ​ນີ້ ​ໄດ້​ຍັງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ ທັງຍິງ​ ຊາຍ​ແລະ​ເດັກ​ເລັກເດັກນ້ອຍ ລວມ ກັນ​ແລ້ວ ປະມານ 3,000 ຄົນ ຊຶ່ງ​ໃນ​ເວລາຕໍ່​ມາ​ ນາຍບິນ ລາ​ເດັນ​ກໍ​ໄດ້ອອກມາ​ປະກາດ​ ທາງ​ວີ​ດິ​ໂອ​ເທບ​ວ່າ ​ຕົນ​ເປັນ​ຜູ້​ຮັບຜິດ​ຊອບ​ການ​ໂຈມ​ຕີ​ຕໍ່​ສະຫະລັດ ​ໃນ​ວັນ​ທີ 11 ກັນຍາ ຫລື​ເດືອນ 9 ວັນ​ທີ 11 ປີ 2001 ນນ ຊຶ່ງຊາວ​ອາ​ເມຣິກັນເອີ້ນໂສກ​ນາດຕະກໍາ​ຄັ້ງນັ້ນວ່າ 9/11.

ເດືອນທັນວາ ປີ 2001 ພວກ​ຄົນ​ໂດຍສານເທິງ​ຖ້ຽວ​ບິນ​ຂ້າມ​ມະຫາ​ສະມຸດອັດແລນ​ຕິກ​ຖ້ຽວ​ນຶ່ງ ຈາກ ປາ​ຣີ ມາຍັງ ​ໄ​ມ​ອາ​ມີ ລັດ​ຟລໍຣີດາ ​ໄດ​ຂັດຂວາງນາຍ Richard Reid ທີ່​ນີຍົມ​ບິນ ລາ​ເດັນນນ ບໍ່​ໃຫ້​ຈູດ​ຂະ​ນວນລະ​ເບີດທີ່​ຜູ້ກ່ຽວຊຸກ​ເຊຶ່ອງ​ໄວ້​ໃນ​ເກີບ. ບ​ດງ​ນນ​ແລວ ກໍ ​ຄົງໄດ​ເກີດໂສກ​ນາດຕະກຳ​ທາງ​ອາກາດ​ອີກ​ບນ​ນງ ທ​ມີ​ຄົນ​ຕາຍ​ຫລາຍ​ຮອຍ​ຄົນ.

ນາຍ Khalid Sheikh Mohammed, ຫົວໜ້າ ຝ່າຍປະຕິບັດການໝາຍເລກ 3 ຂອງກຸ່ມ al-Qaida ຖືກຈັບໄດ້ທີ່ປາກິສຖານ ໃນວັນທີ 1 ມີນາ 2003. (AP Photo/File)
ນາຍ Khalid Sheikh Mohammed, ຫົວໜ້າ ຝ່າຍປະຕິບັດການໝາຍເລກ 3 ຂອງກຸ່ມ al-Qaida ຖືກຈັບໄດ້ທີ່ປາກິສຖານ ໃນວັນທີ 1 ມີນາ 2003. (AP Photo/File)

ປີ 2003 ນາຍ Khalid Sheikh Mohammed ຜູ້​ວາງ​ແຜນ​ການໂຈມ​ຕີ ​ໃນວັນ​ທີ່ 11 ​ເດືອນ​ກັນຍາປີ 2001 ຕ​ສະຫະ ລັດ​ນນ ​ໄດ້​ຖືກ​ຈັບໄດ້​ໃນ​ປາ​ກີ​ສ ຖານ. ລາຍ​ງານ​ຂາວ​ເວາ​ວາ ​ຜູ້ກ່ຽວ​ໄດ້​ໃຫ້​ຂໍ້​ມູນແກພວກ​ເຈາ​ໜາ​ທ​ທ​ສອບ​ປາກ​ຄໍາ ກ່ຽວ​ກັບ​ພວກ​ສງ​ຈົດໝາຍ​ຂອງນາຍ​ບິນ​ ລາ​ເດັນ.

ປີ 2004 ​ໄດ​ເກີດ​ເຫດລະ​ເບີດ​ຢູ່​ເທິງ​ລົດໄຟ​ໂດຍສານຫລາຍ​ສານ ​ໃນນະຄອນຫລວງ​ແມດ​ຣິດ ປະ​ເທດສະ​ເປ​ນ ທີ່​ຍັງ​ຜົນ​ໃຫ​ມີຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 190 ຄົນ. ຢູ່​ໃນ​ເທບ​ບັນທຶກສຽງ​ອັນໃໝ ທ​ກາວ​ກັນ​ວາ​ເປັນ​ຂອງ​ ນາຍ​ບິນ ​ລາ​ເດັນນນ ລາຍ​ງານ​ຂາວ​ເວາ​ວາ ຜູ້​ນໍາອາລ-​ເຄ​ອີ​ດາ ໄດ້​ສະ​ເໜີ​ທີ່​ຈະບໍ່​ລົບ​ກວນ ພວກ​ປະ​ເທດໃນຂົງ​ເຂດ​ຢຸ​ໂຣບ ທີ່​ບໍ່​ແຊກ​ແຊງ​ເຂາ​ໃນກິດຈະການຂອງ​ຊາວ​ມູສລິ​ມ.

ຕ​ມາ​ໃນປີ 2005 ​ມີ​ການວາງ​ລະ​ເບີດໂຈມ​ຕີ​ລະບົບ​ຂົນ​ສົ່ງມວນ​ຊົນ ທັງ​ລົດ​ໄຟ​ໃຕ​ດິນ ​ແລະ​ລົດ​ເມ ຂອງ​ນະຄອນຫລວງ​ລອນ​ດອນ​ຂອງ​ອັງກິດ 4 ​ແຫງ​ດວຍ​ກັນ ສງ​ຜົນ​ໃຫມີ​ຜູ້​ເສຍ​ຊີ ວິດ ຫລາຍ​ກວ່າ 35 ຄົນ ​ແລະ​ບາດ​ເຈັບ​ອີກ​ ຢ່າງ​ໜ້ອຍ 700 ຄົນ.

ໃນ​ປີ​ດຽວ​ກັນ ຄື​ປີ 2005 ຜູ​ນຳ​ໝາຍ​ເລກ 3 ຂອງ​ກຸ່ມ​ອາລ-​ເຄ​ອີ​ດາ ນາຍ Abu Faraj al-Libbi ຖືກ​ກອງກໍາລັງພິ​ເສດ​ຂອງ​ປາ​ກີິສຖານຈັບໄດ ​ແລະ​ໄດ້ຖືກມອບໂຕໃຫ້​ໜວຍ​ສືບ​ລັບ ຊີ​ໄອ​ເອ ຂອງ​ສະຫະລັດ.

ປີ 2006 ການ​ໂຈມ​ຕີທາງ​ອາກາດ​ບັ້ນ​ໜຶ່ງ​ຂອງ​ສະຫະລັດ ​ໄດ້​ສັງຫານຜູ້​ບັນຊາ​ການ​ອັນ​ດັບ​ສູງ​ຄົນ​ນງຂອງ​ບິນ ລາ​ເດັນ ຄື​ນາຍ Abu Musab al-Zargawi ຊງ​ເປັນ​ຫົວໜາ​ກຸມ​ອາລ-​ເຄ​ອີ​ດາ​ ໃນ​ອີ​ຣັກ.

ເຮືອນຫລັງໃຫຍ່ ບ່ອນທີ່ບິນ ລາເດັນ ຫລົບລີ້ຢູ່ ໃນເມືອງອັບບົດຕາບັດ ປະເທດປາກິສຖານ.
ເຮືອນຫລັງໃຫຍ່ ບ່ອນທີ່ບິນ ລາເດັນ ຫລົບລີ້ຢູ່ ໃນເມືອງອັບບົດຕາບັດ ປະເທດປາກິສຖານ.

ປີ 2007 ພວກ​ເຈົ້າໜ້າ​ທີ່​ສະຫະ ລັດ ​ໄດ້​ຮຽນ​ຮູ້​ຊ​ສຽງ​ແລະຮູບ​ປະ ພັນ​ສັນນະຖານ​ຂອງ​ຜູ້​ສງ​ຈົດ ໝາຍ​ໃຫ​ນາຍ​ບິ​ນ ລາ​ເດັນ​ຄົນ​ນຶ່ງ ຜູຊ​ງ​ໃນ​ທ​ສຸດ ກໍ​ແມນ​ເປັນ​ຜູ​ນໍາ ທາງພາພວກ​ເຂົາ​ເຈາໄປ​ສູບ່ອນ ​ຫລົບ​ລີ້​ຂອງນາຍ​ບິນ​ ລາເດັນ ​ໂດຍ​ບຮູ​ໂຕ​ນນ.

ຕົກມາ​ຮອດ​ປີ 2010 ພວກ​ເຈົ້າ ໜ້າ​ທີ່​ສືບ​ລັບ​ຂອງ​ສະຫະລັດ ​ກໍ​ສືບ​ຮູ​ໄດ ວາ ຄົນ​ສງ​ຈົດໝາຍ​ຂອງ​ບິນ ລາ​ເດັນ ຄົນນັ້ນ ອາ​ໃສ​ຢູໃນ​ເມືອງ Abbottabad ປະ​ເທດ​ປາ​ກິ​ສຖານ.

ໃນເດືອນ​ກັນຍາ ປີ 2010 ພວກ​ເຈາ​ໜາ​ທໄດແຈງ​ໃຫ​ປະທານາທິບໍດີ​ໂອ​ບາ​ມາຊາບ​ ກຽວ​ກັບ​ບອນຢູ​ຂອງຄົນ​ສງ​ຈົດ ໝາຍ​ຂອງ​ບິນ ລາ​ເດັນ ​ແລະ​ລາຍ​ງານ​ທານ​ວາ ມີ “​ເປາ​ໝາຍ​ຄຸນຄາ​ສູງ” ຄົນ​ນງ ອາ​ໃສ​ຢູ​ໃນ​ເຮືອນ​ຫລັງ​ນນ.

ເດືອນ​ມີນາ ປີ 2011 ທ່ານໂອ​ບາ​ມາ ໄດ​ເລມ​ມີ​ປະຊຸມກ່ຽວ​ກັບ​ສະຖານະ​ການ​ດັ່ງກ່າວ.

ແລະ​ໃນ​ວັນ​ທີ່ 29 ​ເດືອນ​ເມສາ​ທີ່​ຜ່ານ​ມາ​ນີ້ ປະທານາທິບໍ​ດີ​ໂອ​ບາ​ມາ​ກໍໄດ້​ອອກ​ຄໍາ​ສັ່ງ ​ໃຫ້​ກໍາ​ລັງ​ລົບ​ພິ​ເສດ ​ເນ​ວີ ຊີ​ລ (Navy SEALs: Navy Sea, Air, and Land Teams) ກໍ​ຄື​ກຳ ລັງ​ຈູ​ໂຈມ​ຊນຫົວກະທິ ທາງ​ທະ​ເລ ອາກາດແລະ​ທາງ​ບົກຂອງ ​ກອງທັບ​ເຮືອ​ສະຫະລັດ ເລີ່​ມລົງມື​ປະ​ຕິບັດ​ການ​ໄດ້.

ວັນ​ທີ 1 ພຶດສະພາ 2011 ປະທານາທິບໍດີ​ໂອ​ບາ​ມາ ໄດ້​ແຈ້ງ​ໃຫ້​ຊາວ​ໂລກ​ຮູ້​ວ່າບິນ ​ລາ​ເດັນ ຖືກ​ຂ້າ​ຕາຍ​ແລ້ວໂດຍກອງ ກໍາລັງລົບ​ພິ​ເສດ​ຂອງ​ສະຫະລັດ ຫລັງ​ຈາກ​ມີ​ການ​ຕສູ້​ກັນ​ເປັນ​ເວລາ 40 ນາທີຢູ​ບ່ອນ​ລີ້​ຊ່ອນຂອງ​ຜູກຽວ ​ໃນ​ເມືອງ Abbottabad ຂອງ​ປາ​ກີິສຖານ​ນັ້ນ.

ລໍາດັບເຫດການເປັນພາສາອັງກິດ: ຄລິກບ່ອນຮູບໃດຮູບນຶ່ງ ແລ້ວຄລິກບ່ອນລູກສອນ
ເພື່ອເບິ່ງຮູບຕໍ່ໄປ ຫລືເບິ່ງຄືນຫລັງ.

XS
SM
MD
LG