ບັນດາອະດີດເຈົ້າໜ້າທີ່ສືບລັບຂັ້ນສູງສິບສອງຄົນ ໄດ້ອອກຖະແຫຼງການສະບັບ ນຶ່ງ
ທີ່ພວກທ່ານເອີ້ນວ່າ “ການອອກຄໍາເຫັນ ແລະການກະທໍາແບບບໍ່ຄາດຄິດ ໄວ້ກ່ອນ
ຂອງທໍານຽບຂາວ ກ່ຽວກັບການຖອນການອະນຸມັດດ້ານຄວາມປອດໄພຂອງທ່ານ
ຈອນ ເບຣນແນນ.”
ຖະແຫຼງການດັ່ງກ່າວເປັນການຕອບໂຕ້ຕໍ່ການຕັດສິນໃຈຂອງປະທານາທິບໍດີ ດໍໂນລ
ທຣໍາ ໃນວັນພຸດວານນີ້ ທີ່ໄດ້ຖອນການອະນຸມັດດ້ານຄວາມປອດໄພ ຂອງທ່ານເບຣນ
ແນນ ອະດີດຫົວໜ້າອົງການສືບລັບ ຫຼື CIA.
ຖະແຫຼງການທີ່ເຜີຍແຜ່ໃນຕອນບ່າຍວັນພະຫັດວານນີ້ກ່າວວ່າ “ການກະທໍາຂອງປະ
ທານາທິບໍດີກ່ຽວກັບທ່ານຈອນ ເບຣນແນນ ແລະການນາບຂູ່ວ່າຈະ ກະທໍາການຄ້າຍ
ຄືກັນນີ້ ຕໍ່ບັນດາອະດີດເຈົ້າໜ້າທີ່ຄົນອື່ນໆ ແມ່ນບໍ່ກ່ຽວຂ້ອງຫຍັງກັບວ່າໃຜສົມຄວນ
ແລະບໍ່ສົມຄວນມີການອະນຸມັດດ້ານຄວາມປອດໄພ ແລະມັນແມ່ນທຸກສິ່ງຢ່າງກ່ຽວ
ຂ້ອງກັບຄວາມພະຍາຍາມທີ່ຈະກົດດັນເສລີພາບໃນການປາກເວົ້າ". ຖະແຫຼງການນີ້
ເຊັນໂດຍອະດີດອະດີດຜູ້ ອໍານວຍການ ອົງການການສືບລັບ CIA 6 ຄົນ, ອະດີດຮອງ
ອະດີດຜູ້ ອໍານວຍການ ອົງການການສືບລັບ CIA 5 ຄົນ, ແລະອະດີດຜູ້ອໍານວຍການ
ອົງການສືບ ລັບແຫ່ງຊາດຂອງສະຫະລັດ ຄົນນຶ່ງ.
ຖະແຫຼງການນີ້ຍັງກ່າວເພີ້ມອີກວ່າ “ພວກເຮົາບໍ່ເຄີຍເຫັນມາກ່ອນວ່າ ມີການໃຊ້ການ
ໃຫ້ ຫຼືຖອນການອະນຸມັດຄວາມປອດໄພ ເພື່ອເປັນເຄື່ອງມືດ້ານການເມືອງດັ່ງທີ່ໄດ້
ປະຕິບັດຢູ່ໃນກໍລະນີດັ່ງກ່າວນີ້. ນອກເໜືອໄປກວ່ານັ້ນ ການປະຕິບັດ ດັ່ງກ່າວມັນ
ຍັງເປັນການສົ່ງສັນຍານເຕືອນຢ່າງຈະແຈ້ງຕໍ່ອະດີດ ແລະພວກເຈົ້າໜ້າທີ່ໃນປັດຈຸບັນ.”
ຢູ່ດ້ານອື່ນໆນັ້ນ ອະດີດນາຍພົນທະຫານເຮືອສະຫະລັດ ທີ່ໄດ້ນຳພາການປະຕິບັດ
ງານສັງຫານທ້າວໂອຊາມາ ບິນ ລາເດິ ຜູ້ນຳຂອງພວກກໍ່ການຮ້າຍນັ້ນໄດ້ທ້າທາຍປະ
ທານາທິບໍດີທຣໍາ ໂດຍບອກໃຫ້ຖອນການອະນຸມັດດ້ານຄວາມປອດໄພຂອງທ່ານ
ອີກດ້ວຍ.
ຢູ່ໃນໜັງສືເປີດຊອງທີ່ຂຽນເຖິງປະທານາທິບໍດີທຣໍາ ໃນໜັງສືພິມວໍຊິງຕັນໂພຕສ໌
ນັ້ນທ່ານນາຍພົນວິລລຽມ ແມັກເຣເວິນທີ່ອອກກິນເບ້ຍບໍານານແລ້ວ ໄດ້ຂຽນວ່າ ທ່ານຈະຖືວ່າການຖືກຖອນເຊັ່ນນັ້ນ “ເປັນກຽດອັນສູງສົ່ງ.”
ທ່ານແມັກເຣເວິນຂຽນວ່າ “ໂດຍຜ່ານການກະທໍາຂອງທ່ານ ທ່ານໄດ້ເຮັດໃຫ້ພວກ
ເຮົາອັບອາຍຂາຍໜ້າຢູ່ຕໍ່ໜ້າລູກຫລານຂອງພວກເຮົາ, ອັບອາຍຂາຍໜ້າ ຢູ່ໃນເວ
ທີໂລກ ແລະຂີ້ຮ້າຍກວ່າໝູ່ທີ່ສຸດ ກໍຄືແບ່ງແຍກພວກເຮົາໃນນາມຢູ່ປະເທດດຽວກັນ.”
ນາຍພົນບໍານານທ່ານນີ້ ເອີ້ນທ່ານເບຣນແນນວ່າ “ເປັນຜູ້ຮັບໃຊ້ຊາດ ຮັບໃຊ້ປະຊາ
ຊົນທີ່ດີທີ່ສຸດຄົນນຶ່ງຂອງທີ່ຂ້າພະເຈົ້າເຄີຍເຫັນມາ.”
ທ່ານທຣໍາໄດ້ປະຕິເສດໃຫ້ຄໍາເຫັນທີ່ແຕກຕ່າງກັນກັບຄໍາອະທິບາຍຂອງເຈົ້າໜ້າທີ່ທຳນຽບຂາວກ່ຽວກັບເຫດຜົນທີ່ວ່າ ເປັນຫຍັງທ່ານຈຶ່ງໄດ້ປະຕິບັດເຊັ່ນນັ້ນຕໍ່ທ່ານ