ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນທຶກຂອງ bin Laden ເວົ້າເຖິງແຜນ ກໍ່ການຮ້າຍຕ່າງໆ


ຮູບນາຍ Osama bin Laden ຈາກວີດີໂອ ທີ່ນຳອອກເຜີຍແຜ່ໂດຍ ທຳນຽບ 5 ແຈຂອງສະຫະລັດ (7 ພຶດສະພາ 2011)
ຮູບນາຍ Osama bin Laden ຈາກວີດີໂອ ທີ່ນຳອອກເຜີຍແຜ່ໂດຍ ທຳນຽບ 5 ແຈຂອງສະຫະລັດ (7 ພຶດສະພາ 2011)

ເຈົ້າໜ້າທີ່ສະຫະລັດກ່າວວ່າ ບັນທຶກຂອງນາຍ Osama
bin Laden ບັນຈຸຂໍ້ມູນຕ່າງໆກ່ຽວກັບແຜນການໂຈມຕີ
ກໍ່ການຮ້າຍໃນອະນາຄົດ ແລະສະແດງໃຫ້ເຫັນວ່າ ຜູ້ນຳ
ຂອງກຸ່ມກໍ່ການຮ້າຍອາລກາຍດາໄດ້ຕິດຕໍ່ປະສານງານກັບ
ພວກກໍ່ການຮ້າຍອື່ນໆ.

ພວກເຈົ້າໜ້າທີ່ໆຂໍສະຫງວນນາມ ກ່າວໃນມື້ວັນພຸດວານ
ນີ້ວ່າບັນທຶກໄດ້ໃຫ້ລາຍລະອຽດກ່ຽວກັບຫຼັກທິດສະດີຂອງ
ຕາໜ່າງກໍ່ການຮ້າຍອາລກາຍດາ ເປົ້າໝາຍທີ່ອາດສາມາດ
ທຳການໂຈມຕີໄດ້ ແລະຈະທຳການໂຈມຕີແບບໃດ ຕໍ່ເປົ້າ
ໝາຍເຫຼົ່ານີ້. ບັນທຶກໄດ້ເວົ້າເຖິງແຜນການຕ່າງໆໃນການໂຈມຕີລະບົບລົດໄຟຂອງສະ
ຫະລັດແລະຄວາມສຳຄັນໃນການໂຈມຕີສະຫະລັດ.

ເປັນທີ່ເຊື່ອກັນວ່າ ນາຍ bin Laden ເອງ ເປັນຜູ້ຂຽນບັນທຶກດັ່ງກ່າວ ທີ່ໜ່ວຍກຳລັງ
ພິເສດ Navy SEAL ຢຶດມາໄດ້ຈາກເຮືອນຂອງຜູ້ກ່ຽວ ໃນພາກເໜືອຂອງປາກິສຖານ ໃນລະຫວ່າງການປະຕິບັດງານທີ່ໄດ້ສັງຫານນາຍ bin Laden ໃນວັນທີ 2 ເດືອນນີ້.

ຂະນະດຽວກັນ ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາໃນເຂດແຫຼມອາຣາເບຍ ໄດ້ຂູ່
ສະຫະລັດວ່າ ຈະທຳການໂຈມຕີເພີ່ມຕື່ມ ເພື່ອເປັນການຕອບໂຕ້ຕໍ່ການສັງຫານນາຍ
bin Laden.

ໃນຖະແຫຼງການສະບັບນຶ່ງ ທີ່ພິມເຜີຍແຜ່ທາງອິນເຕີແນັດໃນມື້ວານນີ້ ນາຍ Nasser
al-Wahishi ທີ່ມີຖານປະຕິບັດງານຢູ່ປະເທດເຢເມນກ່າວວ່າ ສະຫະລັດບໍ່ຄວນຈະຄິດ
ວ່າເລື່ອງນີ້ຈະຍຸດຕິລົງພ້ອມກັບການຕາຍຂອງນາຍ bin Laden ແລະເວົ້າຕື່ມວ່າ ສິ່ງ
ທີ່ຈະເກີດຂຶ້ນນັ້ນແມ່ນໃຫຍ່ແລະຮ້າຍແຮງກວ່າເກົ່າ.

XS
SM
MD
LG