ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບິນລາເດັນ ທຳນາຍວ່າ ລັດອິສລາມ ຈະປະສົບ ກັບຄວາມ ລົ້ມແຫຼວ


ຮູບບິນລາເດັນ ຂອງໜ່ວຍສືບລັບ ODNI.
ຮູບບິນລາເດັນ ຂອງໜ່ວຍສືບລັບ ODNI.

ທ້າວ Osama Bin Laden ​ໄດ້​ທຳນາຍ ​ກ່ຽວ​ກັບ​ການ​ພັງ​ທະ
ລາ​ຍລົງ​ຂອງ​ກຸ່ມລັດ​ອິສລາມ ໂດຍ​ເຕືອນ ​ກ່ອນ​ທີ່​ລາວເສຍ​ຊີ
ວິດ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາ​ມ​ໃດໆ​ກໍ​ຕາມ​ໂດຍ​ພວກ
​ນັກ​ລົບ​ສົງຄາມ​ສັກສິດ ທີ່​ຈະ​ປະກາດ​ຕັ້ງ ລັດ​ອິສລາມ ກ່ອນ​ທີ່​
ຈະ​ເອົາ​ຊະນະ​ປະ​ເທດ​ຕາ​ເວັນ​ຕົກ​ນັ້ນ ​ແມ່ນ​ຈະ​ປະສົບຄວາມ
​ລົ້ມ​ແຫຼວຢ່າງ​ແນ່ນອນ.

ການ​ມອງ​ເຫດການ​ດັ່ງກ່າວ​ ແມ່ນ​ນຶ່ງ​ໃນ​ຫຼາຍໆ​ຂໍ້ຄວາມ​ທີ່​ຫາ
​ກໍ​ມີການ​ເປີດ​ເຜີຍຈາກເອກ​ກະສາ​ນລັບ 113 ສະບັບອັນ​ເປັນ
​ສ່ວນ​ນຶ່ງ​ຂອງ​ເອກ​ກະສາ​ນທີ່​ໜ່ວຍ Navy SEAL ຂອງ​ສະຫະ
ລັດໄດ້​ພົບ​ເຫັນໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ພັກ​ຂອງ​ Osama Bin Laden ​ໃນ​
ປີ 2011 ທີ່​ເມືອງ Abbotabad ​ໃນ​ປະ​ເທດ​ປາ​ກິ​ສຖານ ບ່ອນ​ທີ່​ຜູ້ນຳ​ ຂອງ​ກຸ່ມ​ອາລກາ​ອີ​
ດາໄດ້​ຖືກ​ຂ້າ​ຕາຍ​ນັ້ນ.

​ເອກ​ກະສາ​ນທີ່​ຮວມທັງ​ບັນທຶກ​ແລະ​ຈົດໝາຍ​ຕ່າງໆທີ່​ຂຽນ​ເປັນ​ພາສາ​ອາ​ຣັບ​ແລະ​ແປ​ໂດຍ​
ໜ່ວຍ​ສືບ​ລັບ​ສະຫະລັດ​ ວາດ​ພາບ​ໃຫ້​ເຫັນ​ວ່າ ຜູ້​ບໍລິຫານ​ທີ່​ຄວບ​ຄຸມ​ດ້ວຍຕົວ​ເອງ ແມ່ນມີ​ຄວາມຫວາດ​ລະ​ແວງ​ຫລາຍຂຶ້ນ ໃນ​ຂະນະ​ທີ່​ພວມ​ດີ້ນຮົນ​ຕໍ່ສູ້​ ເພື່ອ​ບໍ່ໃຫ້ກຸ່ມ​ກໍ່​ການ​ຮ້າຍທີ່ ທ່ານ​ກໍ່ຕັ້ງຂຶ້ນມາ ພັງ​ທະລາ​ຍລົງ​ນັ້ນ.

​ເຈົ້າໜ້າ​ທີ່ສື​ບລັບ​ອະ​ວຸ​ໂສຄົນ​ນຶ່ງ​ ຂອງ​ສະຫະລັດ ກ່າວ​ເຖິງ​ເອກ​ກະສາ​ນທີ່​ຂຽນ​ຂຶ້ນ ​ໃນ​ລະ
ຫວ່າງ​ປີ 2009 ຫາ 2011 ນັ້ນວ່າ ຂະບວນການ​ດັ່ງກ່າວ​ ບໍ່​ມີ​ຫຍັງ​ເ​ລີ​ຍ ທີ່​ວ່າເປັນ​ເອກ​ກະ
ພາບ​ ມັນມີ​ການ​ຂັດ​ແຍ້​ງກັນຢູ່ຕະຫລອດ​ເວລາ.​ ທ່ານ​ສາມາດ​ມອງ​ເຫັນຄວາມ​ບໍ່​ຮຽບຮ້ອຍ​
ຢູ່​ທາງ​ຫລັງ​ສາກ.

Bin Laden Documents
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG