ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພິຈາລະນາ ຈະດຳເນີນການ ທາງກົດໝາຍ ຕໍ່ຜູ້ຂຽນປື້ມ ກ່ຽວກັບ Bin Laden


ໜ້າປົກຂອງປື້ມ "No Easy Day" ທີ່ຂຽນໂດຍ Mark Owen
ໜ້າປົກຂອງປື້ມ "No Easy Day" ທີ່ຂຽນໂດຍ Mark Owen
ທຳນຽບຫ້າແຈຂອງສະຫະລັດເຕືອນວ່າ ຕົນກຳລັງພິຈາລະນາ
ທີ່ຈະເອົາມາດຕະການ ທາງດ້ານກົດໝາຍ ຕໍ່ອະດີດໜ່ວຍກ້າ
ຕາຍຂອງສະຫະລັດ ທີ່ໄດ້ຂຽນປື້ມເລົ່າເລື່ອງແບບເຫັນກັບຕາ
ກ່ຽວກັບການບຸກໂຈມຕີ ທີ່ໄດ້ສັງຫານນາຍ Osama Bin La-
den ຜູ້ນຳກຸ່ມກໍ່ການຮ້າຍອາລກາອີດາ.

ໃນຈົດໝາຍສະບັບນຶ່ງ ທີ່ສົ່ງໄປເຖິງຜູ້ຂຽນປື້ມ ໃນວັນພະຫັດ
ວານນີ້ ທຳນຽບຫ້າແຈກ່າວວ່າຜູ້ກ່ຽວໄດ້ເຮັດຜິດສັນຍາແລະ ລະເມີດຂໍ້ຕົກລົງທີ່ບໍ່ໄດ້ມີການເປີດເຜີຍຊຶ່ງຜູ້ກ່ຽວໄດ້ລົງນາມ
ໄປ ໃນຖານະທີ່ເປັນສະມາຊິກຂອງກຳລັງໜ່ວຍກ້າຕາຍ Na-
vy SEAL ຂອງສະຫະລັດ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດບໍ່ໄດ້ກວດກາ
ເບິ່ງປື້ມດັ່ງກ່າວລ່ວງໜ້າ ຈຶ່ງເປັນໄປໄດ້ທີ່ຜູ້ຂຽນອາດຈະປະເຊີນກັບການຟ້ອງຮ້ອງໃນ
ຄະດີອາຍາ.

ປື້ມຊຶ່ງກຳລັງຈະພິມອອກຈຳໜ່າຍທີ່ມີຊື່ວ່າ No Easy Day ແມ່ນຂຽນໂດຍໜ່ວຍກ້າ ຕາຍ Navy SEAL ອາຍຸ 36 ປີທີ່ໄດ້ປະກອບສ່ວນໃນການບຸກໂຈມຕີແລະຜູ້ກ່ຽວຂຽນ ປື້ມຫົວນີ້ໂດຍໃຊ້ນາມປາກກາ Mark Owen.

ປື້ມທີ່ບອກເລົ່າເຫດການແບບເຫັນກັບຕາ ກ່ຽວກັບການບຸກໂຈມຕີເວົ້າວ່າ ຜູ້ນຳກຸ່ມກໍ່ ການຮ້າຍອາລກາອີດາ ບໍ່ມີອາວຸດແລະຖືກຍິງຕາຍ ຢູ່ທີ່ປະຕູ ຊຶ່ງແຕກຕ່າງກັນ ກັບທີ່ ທາງການໄດ້ແຈ້ງໄປນັ້ນວ່າ ແມ່ນຫຍັງໄດ້ເກີດຂຶ້ນໃນປີກາຍນີ້ ຢູ່ທີ່ປາກິສຖານ.

ລັດຖະບານທ່ານໂອບາມາຍັງສືບຕໍ່ໃຫ້ການຢືນຢັນວ່າ ໜ່ວຍກ້າຕາຍ Navy SEAL ໄດ້ປະເຊີນໜ້າກັບນາຍ Bin Laden ຢູ່ທີ່ຫ້ອງນອນຂອງຜູ້ກ່ຽວໃນ ເດືອນພຶດສະພາ ປີກາຍນີ້ຊຶ່ງໄດ້ສັງຫານຜູ້ກ່ຽວດ້ວຍລູກປືນຍິງໃສ່ທີ່ໜ້າເອິກແລະອີກລູກນຶ່ງຍິງໃສ່ເທິງ ຕາກໍ້າຊ້າຍຫຼັງຈາກຄິດວ່າຜູ້ກ່ຽວພວມຈະຍື້ໄປເອົາອາວຸດ.
XS
SM
MD
LG