ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາລກາຍດາ ເຜີຍແຜ່ເທບ bin Laden


Hai thanh niên vào sáng thứ Hai tại nhà thờ Panayia Faneromeni thuộc khu phố cổ của thủ đô Nicosia, Síp, lúc đảo quốc này đạt được một giải pháp để tránh sụp đổ tài chánh và có được 10 tỉ đồng euro cứu nguy.
Hai thanh niên vào sáng thứ Hai tại nhà thờ Panayia Faneromeni thuộc khu phố cổ của thủ đô Nicosia, Síp, lúc đảo quốc này đạt được một giải pháp để tránh sụp đổ tài chánh và có được 10 tỉ đồng euro cứu nguy.

ກຸ່ມກໍ່ການຮ້າຍອາລກາຍດາໄດ້ນຳເອົາສຽງຂອງນາຍ Osa-
ma bin Laden ທີ່ອັດໄວ້ບໍ່ເທົ່າໃດມື້ກ່ອນຜູ້ກ່ຽວຕາຍນັ້ນ
ອອກມາເຜີຍແຜ່.

ອົງການ SITE ຊຶ່ງເປັນອົງການບໍລິການໃນດ້ານຕິດຕາມ
ຟັງທີ່ມີສຳນັກງານຢູ່ສະຫະລັດ ກ່າວໃນມື້ວັນພຸດວານນີ້ວ່າ
ໃນເທັບດັ່ງກ່າວນັ້ນ ນາຍ bin Laden ໄດ້ກ່າວຊົມເຊີຍ
ການປະຕິວັດ ທີ່ພວມແຜ່ລາມ ໄປທົ່ວພາກຕາເວັນອອກ
ກາງແລະອາຟຣິກາເໜືອ ແລະເວົ້າວ່າ ລາວເອງຄິດວ່າກະ
ແສ​ລົມແຫ່ງການປ່ຽນແປງ ຈະແຜ່ລາມໄປທົ່ວໂລກມຸສລິມ
ທັງມວນ.

ໃນບັນທຶກ​ສຽງທີ່ຍາວ 12 ນາທີນັ້ນ ນາຍ bin Laden ໄດ້ສະແດງຄວາມຊື່ນຊົມຕໍ່ການ ໄດ້ຮັບໄຊຊະນະໃນການລຸກຮືຂຶ້ນທີ່ປະເທດອີຈິບແລະຕູນີເຊຍ ແລະ​ໄດ້​ເວົ້າ​ເຖິງການປະຕິ
ວັດ​ເຫລົ່ານັ້ນແລະສະເໜີ​ເປັນ​ຜູ້​ຊີ້ນໍາແລະໃຫ້ຄຳແນະນຳ ນໍາດ້ວຍ.

ນອກນັ້ນ ນາຍ bin Laden ຍັງໄດ້ກ່າວຫາ ພວກຜູ້ປົກຄອງຢູ່ໃນຂົງເຂດວ່າ ສ້າງພາບ
ພົດໃຫ້ພວກເຂົາເຈົ້າກາຍເປັນທີ່ເຄົາລົບບູຊາຂອງປະຊາຊົນ ແລະໃຊ້ສື່ມວນຊົນ ໃນການ
ສືບຕໍ່ກຳອຳນາດ.

ກຳລັງພິເສດຂອງສະຫະລັດໄດ້ສັງຫານນາຍ bin Laden ໃນວັນທີ 2 ເດືອນນີ້ໃນການ
ບຸກໂຈມຕີບ້ານພັກຂອງຜູ້ກ່ຽວ ທີ່ເມືອງ Abbottabad ຫົວເມືອງຄ້າຍທະຫານໃນພາກ
ເໜືອປາກິສຖານ.

XS
SM
MD
LG