ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ກຽມຮັບມືກັບ ວັນຄົບຮອບນຶ່ງປີ ໃນການ ສັງຫານ bin-Laden


citizenship event
citizenship event

ທຳນຽບຂາວ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ບໍ່​ມີ​ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ໄພ​ຂົ່ມຂູ່​ທີ່ສະຫະລັດ​
ອາດ​ກຳລັງ​ປະ​ເຊີນ​ຢູ່ ກ່ອນ​ວັນ​ຄົບຮອບ​ປີ​ທຳ​ອິດ ​ໃນ​ການ​ສັງຫານ​ມື້ລາງ​ອະດີດ​ຜູ້ນຳ​ກຸ່ມ​ກໍ່​
ການ​ຮ້າຍ​ອາລກາຍ​ດາ ນາຍ Osama bin-Laden ທີ່ປາ​ກິ​ສຖານ.

ໂຄສົກ​ຂອງ​ທຳນຽບຂາວ ທ່ານ Jay Carney ກ່າວ​ຕໍ່​ພວກ​ນັກ​ຂ່າວວ່າ ​ໃນ​ເວລານີ້ພວກ​
ເຮົາຍັງ​ບໍ່​ມີຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ທີ່​ວ່າກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ ຮວມທັງ​ກຸ່ມອາລກາຍ​ດາພວມ​
ວາງ​ແຜນ​ທຳ​ການໂຈມ​ຕີໃນ​ສະຫະລັດ​ເ​ພື່ອ​ໃຫ້​ມີ​ຂຶ້ນພ້ອມ ກັນ​ກັບ​ວັນ​ຄົບຮອບ​ໃນ​ການ​ເສຍ
ຊີວິດ​ຂອງ​ນາຍ bin-Laden.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ໄດ້​ກ່າວ​ຢໍ້າວ່າພັນທະ​ມິດ​ ແລະ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການຮ້າຍ​ອາລ
ກາຍ​ດາ ຍັງ​ສືບ​ຕໍ່​ມີຄວາ​ມຕັ້ງ​ໃຈ​ ທີ່​ຈະ​ທຳ​ການ​ໂຈມ​ຕີ​ຢູ່​ໃນ​ສະຫະລັດ ບາງທີ​ອາດ​ເພື່ອ​ເປັນ​
ການ​ແກ້​ແຄ້ນ ​ໃນ​ການ​ເສຍ​ຊີວິດ ຂອງ​ນາຍ bin-Laden ​ແຕ່​ບໍ່​ຈຳ​ເປັນທີ່​ຈະ​ຕ້ອງ​ກ່ຽວ​ພັນ​
ກັບ​ວັນ​ຄົບຮອບ​ດັ່ງກ່າວ.

ກ່ອນໜ້ານີ້ ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາໄດ້​ສັ່ງ​ໃຫ້​ທົບ​ທວນເບິ່ງ​ພາບ
ລວມຂອງ​ໄພ​ຂົ່ມຂູ່ແລະ​ມີ​ຄຳ​ສັ່ງ​ໃຫ້​ຄະນະ​ຂອງ​ທ່ານ​ນຳ​ໃຊ້​ທຸກ​ມາດຕະການ​ທີ່​ຈຳ​ເປັນ​ເພື່ອ
ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງ​ປະຊາຊົນ​ອາ​ເມຣິກັນ.

ນອກ​ນັ້ນ​ແລ້ວ ​ໃນ​ວັນ​ພະຫັດ​ວານ​ນີ້ ຜູ້​ພິພາກສາ​ຄົນ​ນຶ່ງ​ ຂອງ​ສານ​ປະຈຳ​ເຂດ​ສະຫະລັດ​
ໄດ້​ປະຕິ​ເສດ ​ບໍ່​ຍອມ​ອະນຸຍາດໃຫ້​ ນຳ​ອອກ​ເຜີຍ​ແຜ່​ຮູບ​ພາບ ​ແລະ​ວີ​ດີ​ໂອ​ກ່ຽວ​ກັບການ​
ບຸກ​ໂຈມ​ຕີຂອງ​ທະຫານ​ສະຫະລັດທີ່​ໄດ້​ສັງຫານ​ນາຍ bin-Laden ຜູ້​ກໍ່ການ​ຮ້າຍທີ່​ໂລກ​
ຕ້ອງການ​ໂຕ​ທີ່​ສຸດ ຢູ່​ທີ່​ເຮືອນ​ຂອງ​ຜູ້ກ່ຽວ​ໃນ​ເມືອງ Abbotabad ​ເມື່ອ​ວັນ​ທີ 2 ພຶດສະ
ພາ​ປີ 2011 ​ແລະ​ພິທີ​ສົ່ງສະການ​ຜູ້ກ່ຽວ​ລົງທະ​ເລ.

ຂະນະ​ດຽວ​ກັນ ຄອບຄົວ​ຂອງ​ນາຍ bin-Laden ​ໄດ້​ຖືກ​ເນລະ​ເທດ​ຈາກ​ປາ​ກິ​ສຖານ​ ໄປ​
ຍັງ Saudi Arabia ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້. ພວກ​ເຈົ້າໜ້າ​ທີ່​ສືບລັບ​ກ່າວ​ວ່າ ພັນ​
ລະ​ຍາ​ໝ້າຍ 3 ຄົນ​ຂອງ​ນາຍ bin-Laden ​ແລະລູກໆ​ ໄດ້ຖືກນຳ​ໂຕ​ໄປ​ຍັງ​ສະໜາມ​ບິນ
ແຫ່ງ​ນຶ່ງ​ໃກ້ໆ​ນະຄອນ​ອິສລາມາ​ບັດບໍ່​ດົນ​ຫຼັງຈາກ​ຕອນທ່ຽງ​ຄືນທີ່​ມີ​ເຮືອບິນ​ລຳ​ນຶ່ງ​ລໍຖ້າຢູ່​ແລ້ວ.
ຈຸດໝາຍ​ປາຍທາງທີ່​ຈະ​ຖືກ​ສົ່ງ​ໄປ​ຢູ່ Saudi Arabia ນັ້ນບໍ່​ມີ​ໃຜ​ຮູ້ຈັກ.

XS
SM
MD
LG