ບັນດາຜູ້ນຳ ໃນກອງປະຊຸມສຸດຍອດ ຂອງອົງການ BIMSTEC
ໃນມຽນມາໄດ້ສ້າງຕັ້ງກອງເລຂາທິການຖາວອນຂຶ້ນໃນ Bangla-
desh ເພື່ອດູແລວຽກງານ ຂອງກຸ່ມຈັດຕັ້ງ ບັນດາປະເທດໃນພູມີ
ພາກດັ່ງກ່າວ ແບບເຕັມເວລາ.
ໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກໄດ້ມີການພົບປະກັນທີ່ນະ
ຄອນຫຼວງ Naypyitaw ໃນວັນອັງຄານວານນີ້ແລ້ວປະທານາທິ
ບໍດີມຽນມາທ່ານ Thein Sein ໄດ້ກ່າວວ່າ ຕຳແໜ່ງໃໝ່ ທີ່ຈັດ
ຕັ້ງຂຶ້ນຢູ່ນະຄອນ Dhaka ນີ້ ຈະອຳນວຍໃຫ້ກຸ່ມຈັດຕັ້ງຂອງ 7
ປະເທດດັ່ງກ່າວ ປະສານງານຮ່ວມມືກັນດີຂຶ້ນ ແລະມີປະສິດທິ
ຜົນຫຼາຍຂຶ້ນກວ່າເດີມ.
ທ່ານ Thein Sein ກ່າວຕື່ມວ່າ ກຸ່ມຕ່າງໆ ເຊັ່ນ BIMSTEC ແມ່ນມີຄວາມຫຼໍ່ແຫມ
ສຳຄັນ ໃນການແກ້ໄຂບັນຫາຕ່າງໆໃນໂລກຍຸກໃໝ່ ໂດຍເວົ້າວ່າ “ໃນຍຸກໂລກາພິວັດນີ້,
ການຮວມຕົວກັນເປັນກຸ່ມກ້ອນເປັນກຸ່ມ ຂອງປະເທດຕ່າງໆ ໃນຂົງເຂດແລະ
ອະນຸພາກພື້ນ ທີ່ມີວັດທະນະທຳ ແລະຜົນປະໂຫຍດ ຮ່ວມກັນນັ້ນ ແມ່ນບໍ່ໄດ້
ເປັນທາງເລືອກທີ່ສຳຄັນອີກແລ້ວ ແຕ່ວ່າ ມັນເປັນຄວາມຈຳເປັນ ໃນປັດຈຸບັນນີ້.”
ນອກຈາກ ການສ້າງຕັ້ງຕຳແໜ່ງເລຂາທິການໃຫຍ່ແລ້ວ ບັນດາຜູ້ນຳທັງຫຼາຍຍັງໄດ້
ລົງນາມ ໃນຂໍ້ຕົກລົງທີ່ຈະຈັດຕັ້ງສູນກາງ ກຳກັບດູແລໃນດ້ານດິນຟ້າອາກາດ ຂຶ້ນໃນ
ອິນເດຍ ເພື່ອຊຸກການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດ ກ່ຽວກັບການ
ພະຍາກອນອາກາດ ແລະຕົວແບບໃນການຮັບມືເລື່ອງດິນຟ້າອາກາດ.
BIMSTEC ຫຼືອົງການລິເລີ້ມ ການຮ່ວມມືທາງດ້ານເທັກນິກແລະເສດຖະກິດໃນ
ເຂດອ່າວ ເບັງກາລ ແມ່ນປະກອບດ້ວຍ ອິນເດຍ, Sri Lanka, Napal, ພູຖານ,
Bangladesh, ມຽນມາ ແລະປະເທດໄທ.
ລາຍງານນີ້ແມ່ນໄດ້ປະສານງານກັບ VOA ພະແນກພາສາພະມາ