ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

90 ປະເທດ ປະກາດ ການອະນຸລັກ ທາງທະເລ ມູນຄ່າ 5.3 ຕື້ໂດລາ


ຄົນຫາປາຜູ້ນຶ່ງ ກຳລັງກະກຽມແຫຂອງລາວ ຢູ່ທະເລອາຣັບ ທີ່ເຕັມໄປດ້ວຍຂີ້ເຫຍື້ອຖົງ plastic ທີ່ນະຄອນ Mumbai ປະເທດ India.
ຄົນຫາປາຜູ້ນຶ່ງ ກຳລັງກະກຽມແຫຂອງລາວ ຢູ່ທະເລອາຣັບ ທີ່ເຕັມໄປດ້ວຍຂີ້ເຫຍື້ອຖົງ plastic ທີ່ນະຄອນ Mumbai ປະເທດ India.

ກອງ​ປະຊຸມຂອງ 90 ປະ​ເທດ ​ທີ່​ໄດ້ອຸທິດ​ຕົນ ​ໃຫ້​ແກ່ບັນດາ​ມະຫາ​ສະມຸດ​ໂລກ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ສຸກ​ວານ​ນີ້ ດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ມູນ​ຄ່າ 5 ພັນ 3 ຮ້ອຍລ້ານ​ໂດ​ລາ ເພື່ອ​ອະນຸລັກ ຫຼື​ປົກ​ປັກຮັກສາ​ທາງ​ທະ​ເລ ທີ່ລັດຖະມົນຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ John Kerry ກ່າວວ່າ ​ໄດ້​ພິສູດໃຫ້ເຫັນ​ວ່າ “ພວກ​ເຮົາ​ໄດ້​ສ້າງ​ຄວາມ​ຄືບ​ໜ້າ.”

ການສ້າງຕັ້ງຫຼື​ຂະຫຍາຍ​ເຂດປົກ​ປ້ອງ​ໃໝ່ ສີ່​ສິບ​ແຫ່ງທີ່​ສຳຄັນທາງ​ທະ​ເລ ​ໄດ້​ມີ ​ຂຶ້ນ​ຢູ່​ທີ່ກອງ​ປະ​ຊຸມ​ສຸດ​ຍອດ​ມະຫາ​ສະມຸດ ​ຂອງ​ພວກ​ເຮົາ ຮວ​ມທັງການ​ປະກາດ​ຂອງປະທານາທິບໍດີ Barrack Obama ກ່ຽວ​ກັບ​ເຂດ​ອະນຸລັກ​ທາງ​ທະ​ເລ​ແຫ່ງ ​ທຳ​ອິດ​ຂອງສະຫະລັດ ໃນ​ມະຫາ​ສະມຸດ Atlantic ຊຶ່ງ​ມີ​ພື້ນທີ່​ຮວມ​ທັງ​ໝົດ 13,000 ຕາຕະລາງ​ກິ​ໂລ​ແມັດ ​ແລະ​ເປັນ​ທີ່​ຮູ້ກັນ​ດີກ່ຽວ​ກັບບັນດາພູຜາຢູ່​ພື້ນ​ທະ ​ເລ ​ ​ຢູ່​ນອກ​ຝັ່ງທະ​ເລ​ຂອງເຂດ New England.

ຊາວປະມົງ ກຳລັງດຶງມອງຂຶ້ນມາ ທີ່ເຕັມໄປດ້ວຍປານ້ອຍ ຈາກມະຫາສະມຸດປາຊິຟິກ.
ຊາວປະມົງ ກຳລັງດຶງມອງຂຶ້ນມາ ທີ່ເຕັມໄປດ້ວຍປານ້ອຍ ຈາກມະຫາສະມຸດປາຊິຟິກ.

ການຫາ​ປາ​ເພື່ອ​ເປັນຄ້າ ການ​ຄົ້ນ​ຫາ​ນໍ້າມັນ ​ແລະ​ກິດຈະການອື່ນ ​ເປັນ​ທີ່​ຈຳກັດ ຢູ່​ໃນ​ດັ່ງກ່າວ ​ເພື່ອ​ປ້ອງ​ກັນ​ລະບົບ​ນິ​ເວດ.

ທ່ານ Kerry ກ່າວ​ປີດ​ທ້າຍໃນຖະ​ແຫລ​ງການ​ວ່າ ທ່ານ​ໄດ້​ສົນທະນາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ໃນ​ວັນ​ສຸກ​ວານ​ນີ້ ກ່ຽວ​ກັບ​ຄວາມ​ເຫັນຂອງ​ມົສກູ​ໃນ​ການ​ຫ້າມ​ບໍ່​ໃຫ້​ມີການ​ຫາ​ປາ​ຢູ່​ໃນພື້ນທີ່ 960,000 ຕາຕະລາງ​ກິ​ໂລ​ແມັດຂອງ​ທະ​ເລ Ross ຊຶ່ງເປັນ​ລະບົບ​ນິ​ເວດ​ທີ່​ບໍ່​ໄດ້​ຖືກ​ລົບ​ກວນ​ເທື່ອ​ໃນ​ມະຫາ​ສະ​ສຸດ Atlantic.

ພາບບັນທຶກເຮືອຫາປາຂອງຊາວຕ່າງປະເທດ ທີ່ກອງທັບເຮືອອິນໂດເນເຊຍລະເບີດຖີ້ມ.
ພາບບັນທຶກເຮືອຫາປາຂອງຊາວຕ່າງປະເທດ ທີ່ກອງທັບເຮືອອິນໂດເນເຊຍລະເບີດຖີ້ມ.

ທ່ານ Kerry ກ່າວ​ວ່າ “ພວກ​ເຮົາ​ຍັງມີ​ຄວາມ​ຫວັງວ່າ ຣັດ​ເຊຍ​ຈະ​ກ້າວ​ເຂົ້າ​ມາ ​ແລະ​ຮ່ວມ​ກັບ​ພວກ​ເຮົາ ​ໃນ​ຄວາມພ​ະຍາ​ຍາມດັ່ງກ່າວນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG