ມູນນິທິຂອງມະຫາເສດຖີພັນລ້ານຊາວອາເມຣິກັນເຊື້ອສາຍຮັງກາຣີ ທ່ານ ຈອຈ ໂຊໂຣສ
ໄດ້ກ່າວໃນວັນອັງຄານມື້ນີ້ກ່າວວ່າ ຕົນໄດ້ປິດຫ້ອງການໃນນະຄອນບູດາແປສທ໌ ລົງ
ແລະເຄື່ອນຍ້າຍການປະຕິບັດງານຕ່າງໆ ໄປຍັງນະຄອນເບີລີນ ປະເທດເຢຍຣະມັນ
ໃນການຮັບມື ຕໍ່ອັນທີ່ເອີ້ນວ່າ “ການສືບຕໍ່ກົດດັນທາງການເມືອງແລະສະພາບການ
ທາງກົດໝາຍໃນຮັງກາຣີນັ້ນ.”
ມູນນິທິ ສັງຄົມເປີດກວ້າງ ຫຼື Open Society Foundation ໄດ້ອອກຖະແຫຼງການ
ສະບັບນຶ່ງ ໃນອັນທີ່ເນັ້ນເຖິງການຈຳກັດຮັດແຄບຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ
ທີ່ຄາດວ່າ ຈະເປັນກົດໝາຍຊຸດທຳອິດ ທີ່ເປັນບູລິມະສິດ ສຳລັບລັດຖະບານຮັງກາຣີ.
ລັດຖະບານຂອງນາຍົກລັດຖະມົນຕີ ທ່ານວິດເຕີ ອໍຣ໌ບານ ແມ່ນເປັນຜູ້ສະນັບສະໜຸນ
ກົດໝາຍ ໃນອັນທີ່ເອີ້ນວ່າ “ຢຸດທ່ານໂຊໂຣສ” ທີ່ຈະໄດ້ເກັບພາສີ ແລະເກືອດຫ້າມອົງ
ການທີ່ບໍ່ຂຶ້ນກັບລັດຖະບານ ທີ່ພົວພັນກັບຊາວອົບພະຍົບນັ້ນ. ລັດຖະບານ ໄດ້ກ່າວ
ອ້າງເຖິງຄວາມເປັນຫ່ວງດ້ານຄວາມປອດໄພ ແລະທ່ານ ອໍຣ໌ບານ ໄດ້ກ່າວຫາ
ທ່ານໂຊໂຣສ ວ່າ ໄດ້ປະກອບການ ບ່ອນທຳລາຍ ໜ້າຕາສົງຄົມຢູໂຣບ ໂດຍການນຳ
ເອົາພວກອົບພະຍົບຈຳນວນຫຼວງຫຼາຍເຂົ້າໄປໃນທະວີບດັ່ງກ່າວ.
“ລັດຖະບານຮັງກາຣີ ໄດ້ໃສ່ຮ້າຍປ້າຍສີ ແລະເປັນຕົວແທນທີ່ຜິດໆ ຂອງໜ້າທີ່ຂອງ
ພວກເຮົາແລະກົດດັນສັງຄົມພົນລະເຮືອນ ເພື່ອຜົນປະໂຫຍດທາງການເມືອງ,
ນຳໃຊ້ອຸບາຍທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງສະຫະພາບຢູໂຣບ. ຊຶ່ງທ່ານ
ພາທຣິກ ກາສປາຣ໌ດປະທານມູນນິທິ ສັງຄົມເປີດກວ້າງ ໄດ້ກ່າວໄວ້.”
ສັງຄົມເປີດກວ້າງ ໄດ້ປະຕິຍານວ່າ ຕົນຍັງຈະສືບຕໍ່ສະໜັບສະໜຸນກຸ່ມສັງຄົມພົນລະ
ເຮືອນໃນຮັງກາຣີ ຊຶ່ງຮວມເຖິງ ດ້ານສິນລະປະ, ເສລີພາບດ້ານສື່, ຄວາມໂປ່ງໃສ,
ການສຶກສາ ແລະການສາທາລະນະສຸກ ນຳ.