ນັກສຶກສາທີ່ກຳລັງຮຽນຈົບເກືອບ 400 ຄົນຂອງມະຫາວິທະຍາໄລ ມໍຮາວສ໌
(Morehouse College) ໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ ທາງພາກໃຕ້ຂອງ
ສະຫະລັດ, ໄດ້ຮັບຂອງຂວັນການຮຽນຈົບຢ່າງບໍ່ຄາດຄິດໃນວັນອາທິດວານນີ້.
ນັກລົງທຶນພັນລ້ານດ້ານເທັກໂນໂລຈີ ແລະ ເສດຖີຜູ້ໃຈບຸນ ທ່ານ ໂຣເບີດ ສມິທ໌ ໄດ້
ບອກພວກນັກສຶກສາດັ່ງກ່າວນັ້ນວ່າ ທ່ານຈະຈ່າຍໜີ້ໃຫ້ນັກສຶກສາຂອງນັກຮຽກໝົດ
ຫ້ອງນັ້ນ.
ທ່ານ ສມິທ໌, ເຊິ່ງແມ່ນຜູ້ຂຶ້ນກ່າວໃນວັນຮັບປະລິນຍາຂອງປີນີ້, ເປັນຜູ້ກໍ່ຕັ້ງ ແລະ ເປັນ
ຜູ້ບໍລິຫານໃຫຍ່ຂອງບໍລິສັດ Vista Equity Partners, ເປັນບໍລິສັດເງິນທຶນເອກະຊົນ
ທີ່ລົງທຶນໃນບັນດາບໍລິສັດທີ່ເຮັດວຽກໃນດ້ານ ຊອຟແວ, ຂໍ້ມູນ ແລະ ເທັກໂນໂລຈີ.
ທ່ານ ສມິທ໌ ໄດ້ກ່າວຕໍ່ຜູ້ສຳເລັດການສຶກສາທີ່ເປັນຜູ້ຊາຍທັງໝົດ, ທີ່ຕາມປະຫວັດ
ສາດແລ້ວ ເປັນມະຫາວິທະຍາໄລຄົນຜິວດຳນັ້ນວ່າ “ໃນຖານະເປັນຄົນລຸ້ນທີ່ແປດ
ຂອງຄອບຄົວຂອງຂ້າພະເຈົ້າ ທີ່ໄດ້ຢູ່ໃນປະເທດນີ້, ພວກເຮົາຈະເອົານໍ້າມັນໃສ່ໃຫ້
ລົດເມຂອງພວກເຈົ້າໜ້ອຍນຶ່ງ. ນີ້ແມ່ນຫ້ອງຮຽນຂອງຂ້າພະເຈົ້າ, ປີ 2019. ແລະ
ຄອບຄົວຂອງຂ້າພະເຈົ້າແມ່ນໄດ້ເຮັດຕາມທີ່ຂໍມາ ເພື່ອລົບລ້າງໜີ້ສິນກູ້ຢືມນັກສຶກ
ສາຂອງພວກເຂົາເຈົ້າ.”
ທຳອິດ, ພວກນັກສຶກສາ ແລະ ຄະນະວິຊາການຂອງເຂົາເຈົ້າ ປາກົດວ່າຈະຕົກໃຈ,
ແຕ່ຫຼັງຈາກໄດ້ເຂົ້າໃຈເຖິງຄວາມໜັກແໜ້ນຂອງຂ່າວນັ້ນແລ້ວ, ພວກນັກສຶກສາທີ່
ຈົບໃໝ່ ແລະ ຄະນະວິຊາການຂອງເຂົາເຈົ້າກໍໄດ້ລູກຂຶ້ນ ແລະ ຮ້ອງໂຮດີໃຈ.
ທ່ານ ສມິທ໌ ໄດ້ປະກາດຂອງຂວັນມູນຄ່າ ໜຶ່ງລ້ານຫ້າແສນໂດລາ ຕໍ່ໂຮງຮຽນດັ່ງກ່າວ
ກ່ອນພິທີມອບໃບປະກາດແລ້ວ. ຄຳໝັ້ນສັນຍາທີ່ຈະລົບລ້າງໜີ້ສິນນັກສຶກສາສຳລັບ
ຫ້ອງຮຽນປີ 2019 ນັ້ນ ຄາດວ່າຈະມີມູນຄ່າປະມານ 40 ລ້ານໂດລາ.
ໃນການຕອບແທນສຳລັບຂອງຂວັນທີ່ໃຈກວ້າງນັ້ນ, ທ່ານ ສມິທ໌ ໄດ້ກ່າວວ່າ ທ່ານ
ຄາດວ່າ ຜູ້ໄດ້ຮັບຈະມີ “ຄວາມເມດຕາກະລຸນາຕໍ່ຄົນຜູ້ອື່ນ.”
ປະທານມະຫາວິທະຍາໄລ ມໍຮາວສ໌ ທ່ານ ເດວິດ ທັອມມັສ ກ່າວວ່າ “ນັກສຶກສາຂອງ
ຂ້າພະເຈົ້າຫຼາຍຄົນ ມີຄວາມສົນໃຈທີ່ຈະເປັນນາຍຄູ, ຕົວຢ່າງ, ແຕ່ການຈົບໄປດ້ວຍ
ໜີ້ສິນນັກສຶກສາຈຳນວນມາກມາຍ ມັນຈະເຮັດໃຫ້ຄວາມສົນໃຈດັ່ງກ່າວນັ້ນບໍ່ສາ
ມາດເປັນໄປໄດ້. ໃນປະການໃດປະການນຶ່ງ, ມັນກໍຈະເປັນຂອງຂວັນທີ່ເປັນການປົດ
ປ່ອຍ ສຳລັບຜູ້ຊາຍໜຸ່ມພວກນີ້ ທີ່”ຫາກໍໄດ້ເປີດທາງເລືອກຂອງເຂົາເຈົ້າອອກມາ.
ມະຫາວິທະຍາໄລ ມໍຮາວສ໌ ໄດ້ກ່າວຫຼັງຈາກນັ້ນວ່າ ມັນແມ່ນຂອງຂັວນຄັ້ງດຽວທີ່ໃຫຍ່
ທີ່ສຸດ ສຳລັບໂຮງຮຽນດັ່ງກ່າວ.