ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮ່າງກົດໝາຍ ກ່ຽວກັບ ໂຄງການເກັບກຳຂໍ້ມູນ ຂອງ NSA ບໍ່ຜ່ານ ສະພາສູງ ສະຫະລັດ


ພາບ ລັດຖະສະພາສະຫະລັດ ຫຼື U.S. Capitol ໃນຕອນກາງຄືນ.
ພາບ ລັດຖະສະພາສະຫະລັດ ຫຼື U.S. Capitol ໃນຕອນກາງຄືນ.

ຮ່າງກົດໝາຍ ທີ່​ຈະ​ຍຸດຕິ ການ​ເກັບ​ກຳ​ບັນທຶກ​ ການ​ສົນທະນາ
​ທາງ​ໂທລະ​ສັບ​ ຂອງ​ຊາວ​ອະ​ເມຣິກັນ ທີ່​ລັດຖະບານ​ສະຫະລັດ
ດຳ​ເນີນ​ການ​ຢູ່ ຢ່າງຫຼວງຫຼາຍນັ້ນ ​ແມ່ນໄດ້ເສຍ​ໄຊ ຢູ່​ໃນ​ສະພາ​
ສູງ​ສະຫະລັດ ​ເມື່ອ ວັນ​ອັງຄານ​ວານ​ນີ້.

ສະພາ​ສູງ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄຣັດ ​ໄດ້​ລົງ​ຄະ​ແນນ​ສຽງ
58 ຕໍ່ 42 ​ເພື່ອ​ສົ່ງ​ຮ່າງ​ກົດໝາຍນີ້ ໃຫ້​ມີການອະພິປາຍ ຢ່າງ​ເປັນ
​ທາງການ ​ໂດຍຍັງຂາດຢູ່ 2 ສຽງ​ ຂອງ​ຈຳນວນ 60 ສຽງ ​ທີ່​ຕ້ອງ
ການ​ນັ້ນ. ຮ່າງ​ກົດໝາຍ ນີ້ ທີ່​ມີ​ຊື່ວ່າ U.S.A. Freedom Act ​
ແມ່ນຈະບັງຄັບໃຫ້ອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຕ້ອງ​ມີ​ຄຳ​ສັ່ງ​
ຈາກ​ສານເພື່ອ​ຈະ​ເກັບ​ກຳ​ເອົາ​ຂໍ້ມູນ​ໄດ້ ​ແລະຈາກ​ບຸກຄົນ​ທີ່ຖືກ​
ລະບຸ​ໂຕ​ເທົ່າ​ນັ້ນ. ພັກຣີພັບ​ບລີ​ກັນ ທີ່​ຄວບ​ຄຸມ​ສະພາ​ຕ່ຳນັ້ນ ​ໄດ້ຮັບ​ຜ່ານ​ຮ່າງ​ກົດໝາຍ
ດັ່ງກ່າວ​ຂອງ​ຕົນ ​ໄປ​ແ​ລ້ວ​ໃນ​ເມື່ອ​ກ່ອນ.

​ຮ່າງກົດໝາຍນີ້​ ​ໄດ້​ຮ່າງຂຶ້ນ ຫຼັງຈາກ ອະດີດ​ພະນັກງານສັນຍາຈ້າງ ຂອງອົງການຄວາມ​
ໝັ້ນຄົງ​ແຫ່ງ​ຊາດ ຫຼື NSA ທ້າວ Edward Snowden ​ໄດ້​ເຜີຍ​ແບ ​ໂຄງການເກັບ​ກຳ​ຂໍ້​
ມູນຢ່າງ​ຫລວງຫຼາຍ ​ໃນ​ປີ 2013. ແຕ່​ຢ່າງ​ໃດ​ກໍ​ຕາມ ອົງການ​ດັ່ງກ່າວ ບໍ່​ໄດ້​ເກັບ​ກຳ​ເນື້ອ
​ໃນ​ຂອງ​ການ​ສົນທະນາ​ທາງ​ໂທ​ລະ​ສັບ​ເລີຍ ການ​ເປີດ​ເຜີຍ​ດັ່ງກ່າວ​ນັ້ນ ຍັງ​ໄດ້​ກໍ່​ໃຫ້​ເກີດ
​ການ​ໂຈມ​ຕີ ຈາ​ກພາຍ​ໃນ​ບັນດານັກ​ເຄື່ອນ​ໄຫວ ​ດ້ານ​ສິດ​ທິພົນລະເມືອງ ຜູ້​ທີ່​ກ່າວ​ວ່າ
​ໂຄງການ​ດັ່ງ​ກ່າວ​ ໄດ້ລະ​ເມີດກົດໝາຍ ຄວາມ​ເປັນ​ສ່ວນ​ຕົວ​ ຂອງ​ຊາວ​ອາ​ເມ​ຣິກັນນັ້ນ.

XS
SM
MD
LG