ສະພາຕໍ່າຂອງສະຫະລັດ ໄດ້ລົງມະຕິຢ່າງເປັນເອກະສັນກັນຮັບຜ່ານຮ່າງກົດໝາຍໃນມື້ວັນພຸດວານນີ້ ຮຽກຮ້ອງໃຫ້ກະຊວງການຕ່າງປະເທດສະຫະລັດສະເໜີແຜນການເພື່ອຊ່ວຍເຫຼືອໄຕ້ຫວັນ ໃຫ້ໄດ້ຮັບຖານະຜູ້ສັງເກດການຄືນ ຢູ່ທີ່ອົງການອະນາໄມໂລກ, ໂດຍພະຍາຍາມຫາທາງຊ່ວຍເຫຼືອປະເທດເກາະແຫ່ງນີ້ ເນື່ອງຈາກຕ້ອງປະເຊີນກັບຄວາມກົດດັນຈາກ ຈີນ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີ ໃນມື້ວັນພຸດວານນີ້.
ສະພາຕໍ່າ ຮັບຜ່ານຮ່າງກົດໝາຍດ້ວຍຄະແນນສຽງ 425 ຕໍ່ 0, ກໍາລັງສົ່ງໄປຫາທໍານຽບຂາວ ເນື່ອງຈາກຮ່າງກົດໝາຍດັ່ງກ່າວໄດ້ຜ່ານສະພາສູງແລ້ວ ເມື່ອເດືອນສິງຫາໃນປີກາຍນີ້. ຜູ້ຊ່ວຍຢູ່ໃນສະພາສູງກ່າວວ່າ ພວກເຂົາເຈົ້າຄາດວ່າ ປະທານາທິບໍດີໂຈ ໄບເດັນ ຈະລົງນາມໃນມາດຕະການດັ່ງກ່າວ ໃຫ້ກາຍເປັນກົດໝາຍ.
ໄຕ້ຫວັນ ຖືກຂັດຂວາງຈາກອົງການລະດັບໂລກ ເປັນສ່ວນຫຼາຍ ເຊັ່ນວ່າ ອົງ ການອະນາໄມໂລກ ເຊິ່ງເປັນໜ່ວຍງານສຸກເສີນ ທາງດ້ານສຸຂະພາບແຫ່ງອົງ ການສະຫະປະຊາຊາດ, ໂດຍການຄັດຄ້ານຂອງຈີນທີ່ພວກເຂົາຖືວ່າ ປະເທດເກາະແຫ່ງນີ້ ເປັນແຂວງນຶ່ງຂອງຕົນ ບໍ່ແມ່ນເປັນປະເທດນຶ່ງຕ່າງຫາກ.
ມາດຕະການນີ້ ໄດ້ຊີ້ນໍາໃຫ້ລັດຖະມົນຕີ ກະຊວງການຕ່າງປະເທດຂອງສະຫະ ລັດ ກໍານົດຍຸດທະສາດເພື່ອຮັບຮອງເອົາຖານະຜູ້ສັງເກດການ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ຂອງອົງການອະນາໄມໂລກ ເຊິ່ງອົງການຕັດສິນໃຈສຳລັບອົງການອະນາໄມໂລກ. ໄຕ້ຫວັນໄດ້ຖືກຖອດຈາກຖານະດັ່ງກ່າວໃນປີ 2017.