ຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊອຟ ແລະ ເສດຖີໃຈບຸນ ທ່ານ ບິລ ເກດສ໌ ແມ່ນມີກຳນົດທີ່ຈະພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ໃນວັນສຸກນີ້, ອີງຕາມໂທລະພາບລັດຖະບານ CCTV.
ການປະກາດ ກ່ຽວກັບ ການພົບປະດັ່ງກ່າວໄດ້ມີຂຶ້ນຫຼັງຈາກມູນນິທິ ບິລ ແລະ ເມລິນດາ ເກດສ໌ ໄດ້ກ່າວໃນວັນພະຫັດວານນີ້ວ່າ ເຂົາເຈົ້າຈະບໍລິຈາກ 50 ລ້ານໂດລາ ໃຫ້ສະຖາບັນການຄົ້ນຄວ້າຢາເພື່ອສຸຂະພາບໂລກຂອງ ຈີນ ເພື່ອຊ່ວຍເສີມຂະຫຍາຍຄວາມສາມາດ ໃນການຄົ້ນຄວ້າຢາຂອງເຂົາເຈົ້າ.
ທ່ານ ເກດສ໌, ເຊິ່ງແມ່ນນຶ່ງໃນຜູ້ຊາຍທີ່ລວຍທີ່ສຸດໃນໂລກ, ໄດ້ເດີນທາງໄປຈີນ ໃນວັນພະຫັດວານນີ້ ສຳລັບສິ່ງທີ່ທ່ານໄດ້ກ່າວວ່າເປັນການພົບປະກັບບັນດາຄູ່ຮ່ວມສຸຂະພາບໂລກ ແລະ ການພັດທະນາ ຜູ້ທີ່ໄດ້ເຮັດວຽກກັບມູນນິທິການກຸສົນຂອງທ່ານ.
ທ່ານ ເກດສ໌ ໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ການແກ້ໄຂບັນຫາຄືສະພາບອາກາດປ່ຽນແປງ, ຄວາມບໍ່ເທົ່າທຽມດ້ານສຸຂະພາບ ແລະ ຄວາມບໍ່ໝັ້ນຄົງດ້ານອາຫານ ແມ່ນຕ້ອງການນະວັດຕະກຳໃໝ່. ຈາກການພັດທະນາຢາປົວພະຍາດມາເລເຣຍ ຫາການລົງທຶນໃນການປັບຕົວເຂົ້າກັບສະພາບອາກາດ, ຈີນ ມີປະສົບການຫຼາຍໃນສິ່ງນັ້ນ. ພວກເຮົາຢາກຈະເປີດເຜີຍຄວາມກ້າວໜ້າຊະນິດນັ້ນໃຫ້ຄົນຫຼາຍກວ່າເກົ່າໃນທົ່ວໂລກ.”