ປະທານຜູ້ກໍ່ຕັ້ງຮ່ວມ ໄມໂຄຣຊອຟ ທີ່ກາຍມາເປັນຄົນໃຈບຸນ, ທ່ານບີລ ເກດ ໄດ້ພົບກັບນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ໃນມື້ວັນພະຫັດວານນີ້ຢູ່ປະເທດປາກິສຖານ ເພື່ອຮັບຮູ້ກ່ຽວກັບຄວາມກ້າວໜ້າໃນການ ດໍາເນີນງານຕໍ່ຕ້ານໂຣກໂປລິໂອ.
ໃນລະຫວ່າງການເດີນທາງໄປຢ້ຽມຢາມນັ້ນ ທ່ານເກດຍັງໄດ້ເນັ້ນໜັກເຖິງຄວາມຕ້ອງການ ທີ່ຈະຕ້ອງຄວບຄຸມການແຜ່ເຊື້ອຂອງໄວຣັສໃນອັຟການິສຖານທີ່ຢູ່ໃກ້ຄຽງກັນ ແລະຮັກສາຄວາມກ້າວໜ້າໃນທົ່ວໂລກ ທີ່ໄດ້ຮັບມານັ້ນ.
ປາກິສຖານ ແລະອັຟການິສຖານ ເປັນພຽງສອງປະເທດ ທີ່ຍັງມີໄວຣັສໂປລິໂອຮ້າຍແຮງ ໄດ້ເຮັດໃຫ້ເດັກນ້ອຍເປັນອໍາມະພາດ, ເຖິງແມ່ນວ່າປາກິສຖານຈະບໍ່ມີລາຍງານການຕິດເຊື້ອພະຍາດດັ່ງກ່າວຢູ່ໃນປາກິສຖານ ຫຼາຍກວ່ານຶ່ງປີແລ້ວກໍຕາມ.
ທ່ານເກດ ກ່າວກັບນັກຂ່າວຢູ່ໃນ ນະຄອນຫຼວງອິສລາມາບັດ ໃນເວລາສິ້ນສຸດການຢ້ຽມຢາມວ່າ ປະເທດຕ່າງໆໃນເອເຊຍໃຕ້ ເຊິ່ງໂຣກນີ້ໄດ້ເຮັດໃຫ້ເດັກນ້ອຍຊາວປາກິສຖານເປັນເປ້ຍລ່ອຍປະມານ 20,000 ຄົນຕໍ່ປີ ໃນຊ່ວງຕົ້ນປີ 1990, ມີໂອກາດລຶບລ້າງໂຣກໂປລິໂອດັ່ງກ່າວ.
ທ່ານກ່າວວ່າ “ພວກເຮົາຍັງບໍ່ທັນໄດ້ແລ້ວເທື່ອ, ແຕ່ແນ່ນອນວ່າ ພວກເຮົາຢູ່ໃນສະຖານະການທີ່ດີທີ່ສຸດເທົ່າທີ່ພວກເຮົາເຄີຍປະສົບມາ. ພວກເຮົາບໍ່ເຄີຍມີປີໃດທີ່ບໍ່ມີກໍລະນີດັ່ງກ່າວນີ້ເລີຍ.”
ແຕ່ທ່ານເກດໄດ້ເຕືອນວ່າ ໂຣກໂປລິໂອໄດ້ຖືກກວດພົບເມື່ອບໍ່ດົນມານີ້ໃນເດືອນທັນວາທີ່ຜ່ານມາ ໃນຕົວຢ່າງຂອງນໍ້າເປື້ອນ ຢູ່ໃນແຂວງຄາຍເບີ ປັກຕຸງຄວາ (Khyber Pakhtunkhwa), ເຊິ່ງມີຊາຍແດນຕິດກັບອັຟການິສຖານ ໂດຍເນັ້ນຢໍ້າວ່າ ປາກິສຖານ ຈໍາເປັນຕ້ອງຮັກສາແຮງກະຕຸ້ນ ແລະການເຝົ້າລະວັງ.
“ຂ້າພະເຈົ້າຄິດວ່າ ຂັ້ນຕອນການດໍາເນີນງານຢູ່ໃນປາກິສຖານໃນຊ່ວງຂອງປີ 2022 ນີ້ ອາດຈະເຮັດໃຫ້ພວກເຮົາມີຄວາມພ້ອມໃນການລຶບລ້າງໂຣກໂປລິໂປໃຫ້ໝົດໄປ,” ທ່ານເກດກ່າວ ໃນລະຫວ່າງການສົນທະນາ ກັບທ່ານຟາຍຊາລ ຊຸລຕານ (Faisal Sultan), ຜູ້ຊ່ວຍພິເສດຂອງທ່ານ ຄານ ທາງພາລະກິດດ້ານການແພດ.
ທ່ານເກດ ເປັນປະທານຮ່ວມຂອງມູນນິທິ ບີລ ແລະ ເມີລິນດາ ເກດ, ເຊິ່ງເປັນສ່ວນນຶ່ງຂອງຄວາມຄິິດລິເລີ້ມໃນການລຶບລ້າງໂຣກໂປລິໂອ ໃນທົ່ວໂລກ, ເຊິ່ງເປັນໂຄງການລະຫວ່າງລັດຖະບານ ແລະອົງການສາກົນ.