ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາເສດຖີ ພັນລ້ານ ຈະລົງທຶນ 30 ລ້ານ ໂດລາ ໃນການຄົ້ນຄວ້າ ໂຣກຄວາມຈຳເສື່ອມ


ທ່ານ ບິລ ເກດສ໌ ປະທານຮ່ວມຂອງມູນນິທິ Bill & Melinda Gates. 16 ເມສາ, 2018.
ທ່ານ ບິລ ເກດສ໌ ປະທານຮ່ວມຂອງມູນນິທິ Bill & Melinda Gates. 16 ເມສາ, 2018.

ຜູ້ກໍ່ຕັ້ງບໍລິສັດ ໄມໂຄຣຊອຟ ແລະ ຜູ້ມີຈິດສັດທາ ທ່ານ ບິລ ເກດສ໌ ໄດ້ເຂົ້າຮ່ວມກັບ
ເພື່ອນມະຫາເສດຖີພັນລ້ານຂອງທ່ານ ເພື່ອຕໍ່ສູ້ກັບ ໂຣກສະໝອງເສື່ອມ ຫຼື
Alzheimer.

ທ່ານ ເກດສ໌ ພ້ອມກັບ ທ່ານ ລີໂອນາດ ລາວເດີ, ຈາກບໍລິສັດ Dolby Family, ແລະ
ມູນນິທິ ຊາລສ໌ ເຮເລັນ ຊວາບ (Charles and Helen Schwab) ໄດ້ຈັດກອງທຶນ
ຫຼາຍກວ່າ 30 ລ້ານໂດລາສຳລັບ 3 ປີຂ້າງໜ້າ ເພື່ອສະໜັບສະໜູນການພັດທະນາ
ແລະການທົດລອງໃໝ່ ສຳລັບການກວດໂຣກສະໝອງເສື່ອມ.

ໃນເດືອນພະຈິກທີ່ຜ່ານມາ, ທ່ານ ເກດສ໌ ໄດ້ລົງທຶນ 50 ລ້ານໂດລາໃນກອງທຶນການ
ກວດພົບຄວາມຈຳເສື່ອມ, ເຊິ່ງເປັນກອງທຶນບໍລິສັດທີ່ໄດ້ນຳເອົາອຸດສາຫະກຳ ແລະ
ລັດຖະບານມາຮ່ວມກັນ ເພື່ອຊອກຫາການປິ່ນປົວ ສຳລັບໂຣກສະໝອງເສື່ອມດັ່ງກ່າວ.

ຮູບແບບຂອງຄວາມຈຳເສື່ອມ ທີ່ຖືກພົບເຫັນໂດຍທົ່ວໄປຫຼາຍທີ່ສຸດກໍແມ່ນ ໂຣກ
Alzheimer, ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ຄົນປະມານ 50 ລ້ານຄົນໃນທົ່ວໂລກ. ໂຣກ
Alzheimer ເຮັດໃຫ້ຄວາມຊົງຈຳ, ເສັ້ນ ປະສາດສະໝອງ ແລະ ຄວາມສາມາດຂອງ
ຄົນໄຂ້ທີ່ຈະດຳລົງຊີວິດຢູ່ຢ່າງປົກກະຕິ ຄ່ອຍໆຫຼຸດລົງ.

ໃນຂະນະທີ່ປະຊາກອນ ສະຫະລັດ ເຖົ້າແກ່ຊະລາລົງນັ້ນ, ໂຣກດັ່ງ ກ່າວແມ່ນຄາດວ່າ
ຈະເຮັດໃຫ້ແກ່ຊາວ ອາເມຣິກັນ ຫຼາຍກວ່າ 13 ລ້ານ 8 ແສນຄົນເປັນໂຣກນີ້ ພາຍໃນ
ປີ 2050.

ກອງທຶນດັ່ງກ່າວແມ່ນຈະມີໃຫ້ບັນດານັກວິທະຍາສາດ ແລະ ຜູ້ຊ່ຽວ ດຊານໃນການ
ຮັກສາໂຣກ ທີ່ເຮັດວຽກໃນສະຖານສຶກສາທົ່ວໂລກ, ອົງການການກຸສົນ ແລະ ບັນດາ
ບໍລິສັດ ເທັກໂນໂລຈີຊີວະພາບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG