ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Bill English ສາບານໂຕເປັນນາຍົກລັດຖະມົນຕີ ຂອງປະເທດ ນິວ ຊີແລນ


ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານ Bill English, ຊ້າຍ, ຂ້າຫຼວງໃຫຽ່ ທ່ານນາງ Patsy Reddy, ຫຼັງຈາກພິທີສາ
ບານໂຕທີ່ທຳນຽບລັດຖະບານ ໃນນະຄອນຫຼວງແວລລິງຕັນ, ນິວ ຊີແລນ, 12 ທັນວາ, 2016.
ນາຍົກລັດຖະມົນຕີ ນິວ ຊີແລນ ທ່ານ Bill English, ຊ້າຍ, ຂ້າຫຼວງໃຫຽ່ ທ່ານນາງ Patsy Reddy, ຫຼັງຈາກພິທີສາ ບານໂຕທີ່ທຳນຽບລັດຖະບານ ໃນນະຄອນຫຼວງແວລລິງຕັນ, ນິວ ຊີແລນ, 12 ທັນວາ, 2016.

ລັດຖະມົນຕີການເງິນຂອງ ນິວ ຊີແລນ ທ່ານ Bill English ໄດ້ສາບານຕົນເປັນນາຍົກລັດ ຖະມົນຕີຄົນໃໝ່ຂອງປະເທດໃນວັນຈັນມື້ນີ້ ພາຍຫຼັງການປະກາດທີ່ໜ້າ ຕົກໃຈຂອງສັບ ປະດາທີ່ຜ່ານມາວ່າ ທ່ານ John Key ໄດ້ລາອອກຈາກຕຳແໜ່ງ ຫຼັງຈາກການປະຕິບັດ ໜ້າທີ່ເຖິງ 8 ປີ.

ພິທີສາບານຕົນ ຖືກຈັດຂຶ້ນໂດຍທຳນຽບລັດຖະບານໃນນະຄອນຫຼວງ Wellington.

ທ່ານ English ອະດີດຊາວນາທີ່ຮຽນຈົບປະລິນຍາສາຂາ ການຄ້າ ແລະ ວັນນະຄະດີໄດ້ ກ່າວວ່າ ທ່ານ “ມີຄວາມຕື່ນເຕັ້ນ ແລະ ຖ່ອມຕົວ” ຕໍ່ວຽກໃໝ່ຂອງທ່ານ.

ທ່ານເຂົ້າຮັບຕຳແໜ່ງໃນເວລາທີ່ປະເທດ ນິວ ຊີແລນ ມີເສດຖະກິດທີ່ກຳລັງດຳເນີນໄປ ໄດ້ດີ. “ທ່ານ English ໄດ້ກ່າວວ່າ “ພວກເຮົາມີເສດຖະກິດທີ່ແຂງແກ່ນ, ເກືອບເປັນ ໜຶ່ງດຽວໃນບັນດາປະເທດທີ່ຈະເລີນແລ້ວ ແລະ ປະຊາຊົນ ນິວ ຊີແລນ ສ່ວນຫຼາຍກໍ ຫວັງວ່າຈະສາມາດບອກໃຫ້ຄົນອື່ນຮູ້ໃນເລື່ອງນີ້.”

ທ່ານ English ໄດ້ກ່າວວ່າ ໜຶ່ງໃນບູລິມະສິດຫຼາຍຢ່າງສຳລັບລັດຖະບານຂອງທ່ານ ຈະ ແມ່ນເພື່ອຮັບປະກັນການມອບໂອກາດທີ່ມີຄວາມຕ້ອງການທີ່ສຸດໃຫ້ແກ່ປະຊາຊົນ ນິວ ຊີແລນ.

ລັດຖະມົນຕີບໍລິການສັງຄົມ ທ່ານນາງ Paula Bennett ຖືກແຕ່ງຕັ້ງເປັນຮອງນາຍົກ ລັດຖະມົນຕີ.

ທ່ານນາງໄດ້ກ່າວໃນວັນຈັນມື້ນີ້ວ່າ “ມັນມີເວລາໜຶ່ງເມື່ອຂ້າພະເຈົ້າໄດ້ເປັນແມ່ລູກໜຶ່ງ ຊົນເຜົ່າ Maori ຕອນອາຍຸ 17 ປີ.. ຂ້າພະເຈົ້າໄດ້ອອກຈາກໂຮງຮຽນ.. ຂ້າພະເຈົ້າບໍ່ມີ ວຽກເຮັດ ແລະ ມັນຂ້ອນຂ້າງເຮັດໃຫ້ໝົດຫວັງຫຼາຍ.”

ທ່ານນາງ Bennett ໄດ້ກ່າວວ່າ ການທີ່ລາວຖືກໃຫ້ໂອກາດຄັ້ງທີສອງ ແລະ ຕອນນີ້ແມ່ນ ຮອງນາຍົກລັດຖະມົນຕີນັ້ນ, ແມ່ນຜົນປະໂຫຍດຂອງ ນິວ ຊີແລນ.

ອະດີນາຍົກລັດຖະມົນຕີ ທ່ານ Key ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ ທ່ານລາອອກ ຈາກຕຳແໜ່ງຍ້ອນເຫດຜົນທາງຄອບຄົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG