ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Bill Cosby ຖືກຂໍ້ຫາ ກະທຳຊຳເລົາ ແມ່ຍິງຄົນໜຶ່ງ


Bill Cosby ໄປຮອດສານ ເພື່ອປະເຊີນໜ້າກັບ ການກ່າວຫາກໍ່ອາຊະຍາກຳປະເພດໜຶ່ງ ກ່ຽວກັບ ການກະທຳຊຳເລົາຮ້າຍແຮງ. 30 ທັນວາ, 2015. ທີ່ສວນ Elkins, ລັດ Pennsylvania.
Bill Cosby ໄປຮອດສານ ເພື່ອປະເຊີນໜ້າກັບ ການກ່າວຫາກໍ່ອາຊະຍາກຳປະເພດໜຶ່ງ ກ່ຽວກັບ ການກະທຳຊຳເລົາຮ້າຍແຮງ. 30 ທັນວາ, 2015. ທີ່ສວນ Elkins, ລັດ Pennsylvania.

ນັກຕະຫຼົກ ສະຫະລັດ ທ່ານ Bill Cosby ໄດ້ຖືກຂໍ້ກ່າວຫາໃນວັນ ພຸດວານນີ້ ດ້ວຍການກະທຳຊຳເລົາ ແມ່ຍິງຄົນໜຶ່ງໃນປີ 2004 ຫຼັງຈາກໄດ້ຕັ້ງໃຈເອົາເຫຼົ້າ ວາຍນ໌ໃສ່ຢາໃຫ້ລາວກິນ ເຊິ່ງເຮັດໃຫ້ ລາວບໍ່ສາມາດຕໍ່ສູ້ຄືນໄດ້.

ທ່ານ Cosby ອາຍຸ 78 ປີໄດ້ຍ່າງເຂົ້າ​ໄປໃນສານ ນອກນະຄອນ Philadelphia ພ້ອມກັບໄມ້ຄ້ອນເທົ້າ ແລະ ຖືກຊ່ວຍໂດຍທະນາຍ ຄວາມຂອງທ່ານ.

ທ່ານ Cosby ໄດ້ຖືກກ່າວຫາ ດ້ວຍການກະທຳຊຳເລົາຮ້າຍແຮງ ເປັນອາຊະຍາກຳປະເພດໜຶ່ງທີ່ສາມາດຖືກຈັບເຂົ້າຄຸກໄດ້ເຖິງ 10 ປີ ແລະ ຖືກປັບ​ໃໝ 25,000 ໂດລາ ຖ້າຫາກທ່ານຖືກພົບ​ເຫັນວ່າມີ​ຄວາມຜິດ. ທ່ານບໍ່ໄດ້ທຳ​ການ​ຂໍ​ຮ້ອງ​ໃດໆ​ຕໍ່ສານ ແຕ່ວ່າ ທ່ານ Cosby ແລະທະ ນາຍຄວາມຂອງທ່ານ ໄດ້ປະຕິເສດ ຕໍ່ຂໍ້ກ່າວຫາຢ່າງຕໍ່ເນື່ອງ ກ່ຽວກັບການກະທຳຜິດນັ້ນ.

ທ່ານ Cosby ໄດ້ຖືກປ່ອຍ ​ໃນ​ການປະກັນຕົວ 1 ລ້ານໂດລາ ແລະ ບໍ່ໄດ້ກ່າວຫຍັງຕໍ່ບັນດາ ນັກຂ່າວ ທີ່ໄດ້ຮ້ອງຖາມ ໃນຂະນະທີ່ທ່ານໄດ້ຍ່າງເຂົ້າ ແລະ ອອກຈາກສານ.

ແມ່ຍິງຫຼາຍກວ່າ 50 ຄົນກ່າວວ່າ ທ່ານ Cosby ໄດ້ກະທຳຊຳເລົາຕໍ່ພວກເຂົາເຈົ້າໃນເຫດການ ຢ້ອນກັບຄືນໄປໃນຊຸມປີ 1960, ໃນເວລາທີ່ທ່ານພວມກ້າວ​ເຂົ້າສູ່​ການເປັນດາລາຕະຫຼົກຄົນ​ໃໝ່.

ຄະດີທີ່ໄດ້ຖືກປະກາດໃນວັນພຸດວານນີ້ ລວມມີທ່ານນາງ Andrea Constad ອະດີດຜູ້ຈັດ ການທີມ Basketball ທີ່ມະຫາວິທະຍາໄລ Temple ໃນນະຄອນ Philadelphia, ເຊິ່ງເປັນ ໂຮງຮຽນທີ່ທ່ານ Cosby ເຄີຍເຂົ້າຮຽນມາກ່ອນ.

ທ່ານນາງ Constand ໄດ້ກ່າວວ່າ ທ່ານນາງໄດ້ເຂົ້າຫາດາລາຕະຫຼົກຄົນນີ້ໃນປີ 2004 ເພື່ອ ຄຳແນະນຳກ່ຽວກັບອາຊີບ. ທ່ານນາງກ່າວວ່າ ທ່ານ Cosby ໄດ້ເຊີນລາວ ໄປບ້ານຂອງທ່ານ ທີ່ຢູ່ນອກນະຄອນ Philadelphia, ທ່ານ Cosby ໄດ້ເອົາເຫຼົ້າວາຍນ໌ ແລະ ໄດ້ບອກໃຫ້ລາວ ກິນຢາສີຟ້າສາມເມັດ.

ທ່ານນາງ Constand ກ່າວວ່າ ຕໍ່ມາລາວໄດ້ພົບວ່າ ຕົນບໍ່ສາມາດເຄື່ອນເໜັງ ຫຼື ເວົ້າຫຍັງໄດ້ ໃນຂະນະທີ່ທ່ານ Cosby ລູບຄຳລາວ. ທ່ານນາງ Constand ໄດ້ຍື່ນຟ້ອງຄະດີທາງແພ່ງຕໍ່ ທ່ານ Cosby ໃນປີ 2006.

Cosby Charged
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG