ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ດາລາຕະຫຼົກ ບິລ ຄອສບີ ຖືກພົບເຫັນວ່າ ມີຄວາມຜິດ ໃນຄະດີ ລ່ວງເກີນທາງເພດ


ດາລາຕະຫລົກ ບິລ ຄອສບີ (ຊ້າຍ) ພວມອອກມາຈາກສານ ຫຼັງຈາກຄະນະຕຸລາການ ພົບເຫັນວ່າ ທ່ານມີຄວາມຜິດ ໃນການດຳເນີນຄະດີຄືນໃໝ່. (ວັນທີ 16 ເມສາ 2018)
ດາລາຕະຫລົກ ບິລ ຄອສບີ (ຊ້າຍ) ພວມອອກມາຈາກສານ ຫຼັງຈາກຄະນະຕຸລາການ ພົບເຫັນວ່າ ທ່ານມີຄວາມຜິດ ໃນການດຳເນີນຄະດີຄືນໃໝ່. (ວັນທີ 16 ເມສາ 2018)

ທ່ານບິລ ຄອສບີ ດາລາຕະຫຼົກຂອງສະຫະລັດ ໄດ້ຖືກພົບເຫັນວ່າມີຄວາມຜິດໃນວັນ
ພະຫັດວານນີ້ ຖານມອມຢາແລະຂົ່ມຂືນຜູ້ຊຶ່ງຄັ້ງນຶ່ງເຄີຍເປັນເພື່ອນ ໃນປີ 2004 ຊຶ່ງ
ອາດຈະເຮັດໃຫ້ຜູ້ກ່ຽວຕິດຄຸກຕະຫຼອດຊີວິດຂອງທ່ານກໍເປັນໄດ້.

ທ່ານຄອສບີ ອາຍຸ 80 ປີ ເວລານີ້ ປະເຊີນກັບການຕິດຄຸກ ດົນເຖິງ 10 ປີສຳ ລັບແຕ່
ລະກະທົງຂອງຄວາມຜິດທັງໝົດ 3 ກະທົງໃນຖານຂົ່ມຂືນ ຫຼັງຈາກຄະນະຕຸລາການ
ໃນລັດເພັນຊິລເວເນຍ ພົບເຫັນວ່າທ່ານມີຄວາມຜິດໃນການໂຈມຕີນາງແອນເດຣຍ
ຄອນສແຕັນ ຊຶ່ງໃນປັດຈຸບັນນີ້ ມີອາຍຸ 45 ປີ. ໃນເວລາ ທີ່ມີການໂຈມຕີເກີດຂຶ້ນນັ້ນ ນາງເປັນຜູ້ຈັດການທີມບານບ້ວງແມ່ຍິງ ຂອງມະຫາວິທະຍາໄລແທັມໂປ ຢູ່ນະຄອນ
ຟີລາແດລເຟຍ ບ່ອນທີ່ທ່ານຄອສບີ ໄດ້ຮຽນຈົບນັ້ນ.

ທ່ານຄອສບີ ຊຶ່ງຮູ້ກັນດີທີ່ສຸດໃນຖານະ ພໍ່ທີ່ໜ້າຮັກຂອງອາເມຣິກາ ທີ່ທ່ານໄດ້ວາດ
ພາບໃຫ້ເຫັນ ໃນລາຍການໂທລະພາບ ທີ່ດັງສຸດ ໃນຊຸມປີ 1980 “The Cosby
Show” ໄດ້ຖືກພົບເຫັນ ໂດຍຄະນະຕຸລາການ ທີ່ປະກອບດ້ວຍຜູ້ຊາຍ 7 ຄົນ ແລະ
ແມ່ຍິງ 5 ຄົນ ຫຼັງຈາກການດຳເນີນຄະດີ ເປັນເວລາ 2 ອາທິດ ໃນໄລຍະບໍ່ຮອດນຶ່ງ
ປີ ລຸນຫຼັງທີ່ຄະນະຕຸລາການອີກຊຸດນຶ່ງບໍ່ສາມາດຕົກລົງກັນໄດ້ກ່ຽວກັບຂໍ້ຫາຕ່າງໆ ແລະມີການປະກາດວ່າ ເປັນການດຳເນີນຄະດີທີ່ບໍ່ມີການສະຫຼຸບ.

ທ່ານຄອສບີໄດ້ເບິ່ງກົງໄປຂ້າງໜ້າ ເວລາຄະນະຕຸລາການປະກາດຄຳພິພາກສາຫຼັງ
ຈາກໄດ້ພິຈາລະນາກັນເປັນເວລາ​ 14 ຊົ່ວໂມງ ໃນໄລຍະ 2 ມື້.

Cosby's Verdict Provokes Emotions on Both Sides
please wait

No media source currently available

0:00 0:02:16 0:00

ບໍ່ດົນມາຕໍ່ມາ ທ່ານຄອສບີ ກໍໄດ້ກ່າວໂຈມຕີ ໄອຍະການປະຈຳເຂດ ທ່ານແຄວິນ ສະ
ຕີລ ໂດຍເອີ້ນທ່ານໄອຍະການວ່າ “ໂງ່ຈ້າ” ຫຼັງຈາກທ່ານສະຕີລ ໄດ້ຂໍຮ້ອງໃຫ້ຄຸມຂັງ
ທ່ານຄອສບີ ໃນທັນທີ ຍ້ອນຜູ້ກ່ຽວອາດຈະຫລົບໜີ. ແຕ່ແນວໃດກໍຕາມ ຜູ້ພິພາກສາ
ໄດ້ຕັດສິນວ່າ ທ່ານຄອສບີຈະບໍ່ຖືກຄຸມຂັງໃນຂະນະທີ່ລໍຖ້າການຕັດສິນຢູ່ນີ້.

ທະນາຍຄວາມຂອງທ່ານຄອສບີກ່າວວ່າ ດາລາຕະຫຼົກທ່ານນີ້ ຍັງສືບຕໍ່ເຊື່ອໝັ້ນວ່າ
ທ່ານບໍ່ໄດ້ເຮັດຫຍັງຜິດ. “ການຕໍ່ສູ້ຍັງບໍ່ທັນສິ້ນສຸດເທື່ອ” ນັ້ນຄືຄຳເວົ້າ ຂອງທະນາຍ
ຄວາມ.

ໃນການດຳເນີນຄະດີຄືນໃໝ່ຊຶ່ງບໍ່ຄືກັນກັບການດຳເນີນຄະດີເທື່ອແລ້ວ ໄອຍະການ
ໄດ້ນຳສະເໜີຄຳໃຫ້ການຂອງພວກແມ່ຍິງ 5 ຄົນ ທີ່ກ່າວວ່າ ທ່ານຄອສບີຊຶ່ງໄດ້ແຕ່ງ
ງານມາ ເປັນເວລາ 54 ປີນັ້ນ ມອມຢາ ແລະລວນລາມທາງເພດ ຕໍ່ພວກເຂົາເຈົ້າ.

ນຶ່ງໃນນັ້ນ ໂດຍມີນ້ຳຕາໄຫຼນອງໜ້າ ໄດ້ຖາມທ່ານວ່າ “ເຈົ້າຈື່ໄດ້ແມ່ນບໍ? ທ່ານຄອສ
ບີ.”

ນາງຄອນສະແຕັນ ໄດ້ກ່າວຕໍ່ຄະນະຕຸລາການວ່າ ທ່ານຄອສບີ ໄດ້ໃຊ້ຢາເມັດສີຟ້າ ເຮັດໃຫ້ນາງສະຫລົບໄປ ທີ່ລາວເອີ້ນວ່າ “ເພື່ອນຂອງເຈົ້າ.” ນາງໃຫ້ການວ່າ ທ່ານ
ຄອສບີໄດ້ໃຊ້ມືຂອງລາວລ່ວງລ້ຳເຂົ້າໄປ ໃນຂະນະທີ່ນາງເໜັງຕີງບໍ່ໄດ້ ບໍ່ສາມາດ
ຂັດຂືນ ຫຼືປະຕິເສດໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG