ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອະດີດປະທານາທິບໍດີ ບີລ ຄລິນຕັນ ໄດ້ອອກຈາກໂຮງໝໍ ໃນພາກໃຕ້ ລັດຄາລິຟໍເນຍ


ອະດີດປະທານາທິບໍດີ ບີລ ຄລິນຕັນ ຕິດຕາມດ້ວຍພັນລະຍາ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງຮິລລາຣີ ຄລິນຕັນ ຍ່າງອອກຈາກສູນກາງການແພດເອີວາຍ ຂອງ ມະຫາວິທະຍາໄລ ຄາລິຟໍເນຍ ໃນເມືອງອໍເຣັນ ລັດຄາລິຟໍເນຍ ວັນທີ 17 ຕຸລາ 2021.
ອະດີດປະທານາທິບໍດີ ບີລ ຄລິນຕັນ ຕິດຕາມດ້ວຍພັນລະຍາ ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງຮິລລາຣີ ຄລິນຕັນ ຍ່າງອອກຈາກສູນກາງການແພດເອີວາຍ ຂອງ ມະຫາວິທະຍາໄລ ຄາລິຟໍເນຍ ໃນເມືອງອໍເຣັນ ລັດຄາລິຟໍເນຍ ວັນທີ 17 ຕຸລາ 2021.

ທ່ານບິລ ຄລິນຕັນ ໄດ້ອອກຈາກໂຮງໝໍຢູ່ທາງພາກໃຕ້ຂອງລັດຄາລິຟໍເນຍແລ້ວ ບ່ອນທີ່
ທ່ານໄດ້ຖືກປິ່ນຍ້ອນມີການອັກເສບ ອີງຕາມລາຍງານອົງການຂ່າວເອພີ.

ອະດີດປະທານາທິບໍຄລິນຕັນ ໄດ້ອອກຈາກສູນກາງການແພດເອີວາຍ (Ivine) ມະຫາ
ວິທະຍາໄລຄາລິຟໍເນຍໃນເວລາປະມານ 8 ໂມງຕອນເຊົ້າ.

ທ່ານຄລິນຕັນ ອາຍຸ 75 ປີ ໄດ້ເຂົ້າໂຮງໝໍໃນວັນອັງຄານອາທິດແລ້ວນີ້ ຢູ່ທາງ ພາກຕາ
ເວັນອອກສຽງໃຕ້ ຂອງນະຄອນລອສແອນເຈີລິສ ຍ້ອນການອັກເສບທີ່ ບໍ່ພົວພັນກັບໂຄ
ວິດ-19 ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່.

ໂຄສົກຂອງທ່ານຄລິນຕັນ ທ່ານແອນເຈີລ ອູຣີນາ (Angel Urena) ໄດ້ກ່າວ ໃນວັນເສົາ
ທີ່ຜ່ານມານີ້ວ່າ ທ່ານຄລິນຕັນ ຈະຢູ່ໃນໂຮງໝໍອີກຄືນນຶ່ງ ເພື່ອຮັບ ການປິ່ນປົວຕ້ານການ
ອັກເສບ. ແຕ່ສຸຂະພາບທັງໝົດຂອງທ່ານມີຮ່ອງຮອຍສະ ແດງໃຫ້ເຫັນວ່າ “ເປັນໄປໃນ
ທິດທາງທີ່ດີຂຶ້ນ” ອີງຕາມຄຳເວົ້າຂອງທ່ານອູຣີນາ.

ທ່ານອູຣີນາ ກ່າວວ່າ “ປະທານາທິບໍດີຄລິນຕັນ ໄດ້ມີອາການດີຂຶ້ນ ໃນໄລຍະ 24 ຊົ່ວ
ໂມງທີ່ຜ່ານມາ.”

ທ່ານນາງຮິລລາຣີ ຄລິນຕັນ (Hillary Clinton) ໄດ້ຢູ່ກັບສາມີຂອງທ່ານນາງ ທີ່ໂຮງໝໍ
ແລະໄດ້ຕິດຕາມທ່ານ ໃນຂະນະທີ່ທ່ານອອກຈາກໂຮງໝໍໃນວັນອາ ທິດວານນີ້.

ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວໃນວັນສຸກຕອນແລງທີ່ຜ່ານມາວ່າ ທ່ານໄດ້ ໂອ້ລົມ
ກັບທ່ານບິລຄລິນຕັນ ແລະອະດີດປະທານາທິບໍດີ ໄດ້ສົ່ງຄຳອວຍພອນອັນປະເສີດ”

ປະທານາທິບໍດີໄບເດັນ ໄດ້ກ່າວໃນລະຫວ່າງຖະແຫຼງການຢູ່ ມະຫາວິທະຍາໄລ ຄອນ
ເນັກຕີຄັດວ່າ “ທ່ານຢູ່ດີສຸກສະບາຍ.”

ທ່ານຄລິນຕັນ ອາຍຸ 75 ປີ ໄດ້ເຂົ້າໂຮງໝໍໃນວັນອັງຄານອາທິດແລ້ວນີ້ ຍ້ອນການອັກ
ເສບ ທີ່ບໍ່ພົວພັນກັບໂຄວິດ-19 ອີງຕາມຄຳເວົ້າຂອງທ່ານອູຣີນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG