ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ​ ປ.Clinton ຮວມຢູ່ໃນ 16 ຄົນ ທີ່ຈະໄດ້ຮັບ ຫຼຽນໄຊ ອິດສະຫຼະພາບ


ອະດີດ​ປະທານາທິບໍດີ Bill Clinton ແມ່ນຜູ້ນຶ່ງ​ໃນ​ຈຳນວນ 16 ຄົນ​ທີ່​ຈະໄດ້​ຮັບ​ຫລຽນ​ໄຊ​ອິດສະຫຼະພາບ ຫຼື Medal of Freedom ຂອງ ສະຫະລັດ.
ອະດີດ​ປະທານາທິບໍດີ Bill Clinton ແມ່ນຜູ້ນຶ່ງ​ໃນ​ຈຳນວນ 16 ຄົນ​ທີ່​ຈະໄດ້​ຮັບ​ຫລຽນ​ໄຊ​ອິດສະຫຼະພາບ ຫຼື Medal of Freedom ຂອງ ສະຫະລັດ.
ອະດີດ​ປະທານາທິບໍດີ​ຄົນ​ນຶ່ງ ດາຣາກິລາ​ Baseball ຄົນ​ນຶ່ງ
ນັກ​ຮ້ອງ​ທີ່​ມີ​ຊື່ ສຽງຄົນ​ນຶ່ງ ​ແລະ​ຜູ້​ຈັດ​ລາຍການໂທລະພາບທີ່​ຮູ້
ກັນ​ດີ​ຄົນ​ນຶ່ງ ​ແມ່ນ​ຮວມຢູ່​ໃນ​ຈຳນວນ 16 ຄົນ​ທີ່​ໄດ້​ຮັບ​ຫລຽນ​ໄຊ​
ອິດສະຫຼະພາບຫຼື Medal of Freedom ຂອງສະຫະລັດ.

ຫລຽນໄຊດັ່ງກ່າວ​ ​ເປັນ​ຫລຽ​ນກາ​ຄວາມ​ຊອບສູງ​ສຸດ​ສຳລັບພົນ
ລະ​ເຮືອນ ຂອງ ສະຫະລັດ ທີ່ສ້າງ​ຂື້ນ​ມາ​ເມື່ອ 50 ປີ​ກ່ອນ​ໂດຍ
ມື້ລາງປະທານາທິບໍດີ John F. Kennedy.

ບັນດາ​ຜູ້​ໄດ້​ຮັບ​ຫຼຽນ​ໄຊ​ໃນປີ​ນີ້​ແມ່ນ​ຮວມ​ທັງອະດີດ​ປະທານາທິ
ບໍດີ Bill Clinton ຜູ້​ທີ່​ໄດ້​ສ້າງຕັ້ງມູນ​ນິທິ Clinton ຫຼັງ​ຈາກ​ໄດ້
ເຂົ້າຮັບ​ຕຳ​ແໜ່​ງ​ສະ​ໄໝ​ທີ່​ສອງ​ຂອງ​ທ່ານ. ຜູ້​ທີ່​ໄດ້​ຮັບ​ຄົນ​ອຶ່ນໆ
ແມ່ນຮວມ​ທັງດາຣາອະ​ດີດນັກກິລາ Baseball ທ່ານ Ernie
Bank ​ທີ່​ຫລີ້ນ​ໃຫ້​ແກ່​ທິມ Chicago Cubs ​ເປັນເວລາ19 ປີ
ທ່ານ​ນາງ Loretta Lynn ດາຣານັກ​ຮ້ອງ​ລູກ​ທົ່ງຊຶ່ງຮູ້​ກັນໃນ​
ນາມ “Coal Miner’s Daughter” ​ໃນ​ຄວາ​ມບອກ​ເຫລົ່າ​ຂອງ​
ທ່ານ​ນາງ​ ກ່ຽວ​ກັບຄວາມ​ຍາກ​ລໍາບາກ ​ແລະ​ຜິດຫວັງ ​ແລະນັກ​
ວິສະວະ​ກິດ Oprah Winfrey ຜູ້​ທີ່ຮູ້​ກັນ​ດີໃນ​ການ​ສ້າງ​ລາຍການ
ໂທລະພາບ The Oprah Winfrey Show.

ປະທານາທິບໍດີ Barack Obama ກ່າວ​ວ່າ ບັນດາ​ບຸກຄົນ​ເຫລົ່າ​ນີ້​ແລະ​ຜູ້​ທີ່ໄດ້ ຮັບລາງ
ວັນ​ຄົນ​ອື່ນໆ ​ໄດ້​ອຸທິດ​ຊີວິດ​ຂອງ​ເຂົາ​ເຈົ້າ ​ເພື່ອ​ສ້າງ​ຄວາມ​ມັ່ງ​ຄັ່ງ​ສົມບູນ​ໃຫ້ພວກ​ເຮົາ ​ໂດຍ​
ການ​ເຜີຍ​ແຜ່ພ​ອນສະຫວັນ​ເຂົາ​ເຈົ້າ ​ໃຫ້​ແກ່​ໂລກມະນຸດ.

ຫລຽນໄຊ​ອິດສະ​ຫຼະພາບ ຫຼື Medal of Freedom ຈະ​ໄດ້​ຖືກ​ມອບ​ໃຫ້​ໃນ​ປີ​ນີ້ ຢູ່ໃນພິທີ
ທີ່ຈັດ​ຂຶ້ນຢູ່​ທໍານຽບຂາວ.
XS
SM
MD
LG