ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຈັດການປະທ້ວງ ທີ່ໃຫຍ່ທີ່ສຸດ ໃນປະເທດ ເບລາຣຸສ


ປະຊາຊົນຖືຮູບຂອງຜູ້ປະທ້ວງທີ່ຖືກທຸບຕີໂດຍຕຳຫຼວດ ໃນລະຫວ່າງການຊຸມນຸມ ທີ່ນະຄອນຫຼວງ ມິງສ໌, ປະເທດ ເບີຣາຣຸສ. 15 ສິງຫາ, 2020.
ປະຊາຊົນຖືຮູບຂອງຜູ້ປະທ້ວງທີ່ຖືກທຸບຕີໂດຍຕຳຫຼວດ ໃນລະຫວ່າງການຊຸມນຸມ ທີ່ນະຄອນຫຼວງ ມິງສ໌, ປະເທດ ເບີຣາຣຸສ. 15 ສິງຫາ, 2020.

ຜູ້ປະທ້ວງຫຼາຍເຖິງ 200,000 ຄົນ ໄດ້ເດີນຂະບວນໃນນະຄອນຫຼວງ ມິງສ໌ ຂອງ ເບລາຣຸສ, ເຊິ່ງມີຈຳນວນຫຼາຍກວ່າຜູ້ສະໜັບສະໜູນຂອງຜູ້ນຳຜະເດັດ ການມາດົນນານ ທ່ານ ອາເລັກແຊນເດີ ລູຄາເຊັນໂກ ຜູ້ທີ່ໄດ້ອອກມາເດີນຂະບວນເຊັ່ນກັນ.

ຜູ້ປະທ້ວງຕໍ່ຕ້ານລັດຖະບານໄດ້ຮ້ອງຄຳຂວັນຫຼາຍອັນອອກມາ, ລວມມີ “ເບລາຣຸສ ຈົ່ງຈະເລີນ” ແລະ ຮຽກຮ້ອງວ່າ ລູຄາເຊັນໂກ “ໜີອອກໄປ.”

ຜູ້ປະທ້ວງ ທ້າວ ແອນທອນ ສໂວບອດສກີ ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ຢູ່ໃນຍຸກຫີນ. ເບລາຣຸສ ແມ່ນຢູ່ໃນສັດຕະວັດທີ 21 ແລະ ບໍ່ວ່າອະດີດຜູ້ນຳຂອງພວກເຮົາຈະພາໄປໃສ, ພວກເຮົາຈະບໍ່ໃຊ້ອາວຸດຕໍ່ບັນດາເຈົ້າໜ້າທີ່.”

ປ້າຍອັນນຶ່ງອ່ານວ່າ “ເຮັກ, ເອົາລາວໄປແມ,” ເຊິ່ງອ້າງເຖິງສຳນັກງານໃຫຍ່ ຂອງສານອາຍາສາ ກົນ.

ການເດີນຂະບວນໄດ້ເລີ່ມຂຶ້ນຢູ່ໃກ້ກັບສວນໄຊຊະນະ ໃນໃຈກາງນະຄອນຫຼວງ ມິງສ໌ ແລະ ໄດ້ເປັນການປະທ້ວງທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງອະດີດສາທາລະນະລັດ ໂຊຫວຽດ.

ຜູ້ເດີນຂະບວນໄດ້ຮັບການສະໜັບສະໜູນໂດຍຜູ້ປະທ້ວງປະມານ 1,000 ຄົນ ໃນນະຄອນຫຼວງ ປຣາກ ປະເທດ ເຊັກ.

ນາຍົກລັດຖະມົນຕີ ເຊັກ ທ່ານ ອານເດຣ ບາບິສ ໄດ້ຫວນຄືນຄວາມຈົດຈຳ ກ່ຽວກັບ ວິທີທີ່ການປະ ທ້ວງໃນປະເທດ ເຊັກ ໄດ້ຖືກທຳລາຍໂດຍການແຊກ ແຊງທາງທະຫານທີ່ນຳໂດຍ ມົສກູ ໃນປີ 1968, ໃນການປະທ້ວງລຸກຮືຂຶ້ນ ຂອງ ປຣາກ. ແຕ່ທ່ານຍັງຈື່ໄດ້ ກ່ຽວກັບ ການໂຄ່ນລົມລະບອບ ຄອມມູນິສ ຢ່າງສັນຕິໃນປີ 1989 ແລະ ໄດ້ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ຊ່ວຍເຫຼືອໃນ ເບລາຣຸສ.

ຜູ້ສະໜັບສະໜູນທ່ານ ລູຄາເຊັນໂກ ຍັງໄດ້ເຕົ້າໂຮມກັນໃນນະຄອນຫຼວງ ມິງສ໌ ເພື່ອຟັງປະທານາ ທິບໍດີເວົ້າວ່າ ທ່ານຈະບໍ່ຈັດການເລືອກລົງຄະແນນສຽງອີກ ຫຼັງຈາກບັນດາເຈົ້າໜ້າທີ່ເລືອກຕັ້ງ ໄດ້ປະກາດໃຫ້ທ່ານເປັນຜູ້ຊະນະເລີດດ້ວຍຄະແນນ 80 ເປີເຊັນຕໍ່ 10 ເປີເຊັນສຳລັບຜູ້ລົງແຂ່ງຂັນຝ່າຍຄ້ານທີ່ຈິງຈັງພຽງ ຄົນດຽວຄືທ່ານນາງ ສວຽດລານາ ຊີຄານູສກາຢາ (Svietlana Tsikhanouskaya). ຜູ້ປະທ້ວງເວົ້າວ່າ “ກຳລັງທະຫານຂອງອົງການ NATO ແມ່ນຢູ່ໜ້າປະຕູທາງເຂົ້າປະເທດຂອງພວກເຮົາ. ປະເທດ ລູທົວເນຍ, ລັດເວຍ, ໂປແລນ ແລະ ປະຊາຊົນຊາວ ຢູເຄຣນ ຂອງພວກເຮົາແມ່ນໄດ້ຮຽກຮ້ອງໃຫ້ພວກເຮົາຈັດການເລືອກຕັ້ງໃໝ່ ທ່ານ ລູຄາເຊັນໂກ. ຂ້າພະເຈົ້າບໍ່ເຄີຍຫັກຫຼັງທ່ານ ແລະ ຈະບໍ່ມີວັນເຮັດແນວນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG