ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Keita ຊະນະ ການເລືອກຕັ້ງ ປະທານາທິບໍດີ ໃນມາລີ (ສະໄລດ໌/ວີດີໂອ)


Ibrahim Boubacar Keita ໄດ້​​ຮັບ​ຄະ​ແນນ​ສຽງ ລະຫວ່າງ75 ​ແລະ 80 ​ເປີ​ເຊັນ ຂອງ​ການປ່ອນ​ບັດຮອບ ສອງ ໃນ​ວັນອາທິດ​ແລ້ວ​ນີ້.
Ibrahim Boubacar Keita ໄດ້​​ຮັບ​ຄະ​ແນນ​ສຽງ ລະຫວ່າງ75 ​ແລະ 80 ​ເປີ​ເຊັນ ຂອງ​ການປ່ອນ​ບັດຮອບ ສອງ ໃນ​ວັນອາທິດ​ແລ້ວ​ນີ້.
ໂຄສົກຄົນນຶ່ງ ຂອງທ່ານ Ibrahim Boubacar Keita ຜູ້​ສະ
ມັກເປັນ​ປະທານາທິບໍດີມາລີ ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງສະ
​ແດງ​ໃຫ້ເຫັນ​ວ່າທ່ານ Keita ໄດ້ຮັບ​ຄະ​ແນນ​ສຽງລະຫວ່າງ
75 ​ແລະ 80 ​ເປີ​ເຊັນ ຂອງ​ການ​ປ່ອນ​ບັດຮອບສອງ ໃນ​ວັນ
ອາທິດ​ແລ້ວ​ນີ້.

ທ່ານ Mamadou Camara ​ໃຫ້ການ​ຢືນຢັນ​ວ່າ ທ່ານ
Soumaila Cisse ຊຶ່ງ​ເປັນ​ຄູ່​ແຂ່ງ ກໍໄດ້ໄປຢ້ຽມທ່ານ
Keita ຢູ່​ທີ່​ເຮືອນ​ຂອງ​ ທ່ານ​ໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ​ແລະ
​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ໄຊຊະນະ​ຂອງ​ທ່ານ.

​ໂຄສົກ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ພ​ະ​ແນ​ກພາສາຝຣັ່ງ ສູ່່​ອາຟຣິກາ ໃນ​ວັນ​ອັງຄານ​ມື້​ນີ້ວ່າ ການ​ເລືອກ​ຕັ້ງ​ ເປັນ “​ໄຊຊະນະ​ອັນ​ຍິງ​ໃຫຍ່” ສຳລັບ​ທ່ານ Keita ຜູ້​ທີ່​ຈະ​ເພັ່ງ​ເລັງໃສ່​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ. ທ່ານ Camara ກ່າວ​ວ່າ:

“ນີ້​ແມ່ນ​ບູລິ​ມະ​ສິດ​ຂອງ​ພວກ​ເຮົາ ​ແລະ​ມັນຈະ​ໃຊ້​ເວລາ. ​ເປັນພາລະກິດປະ​ຈໍາ​ວັນ ​ທີ່​ຈ​ະ​ສ້າງ​ຄວາມສະຫງົບ​ລ​ະຫວ່າງຊາວ​ມາລີ​ທັງ​ໝົດ ບໍ່ແມ່ນ​ແຕ່ກັບ​ພວກ Tuaregs ​ເທົ່າ​ນັ້ນ. ປະ​ເທດພວມ​ມີ​ການ​ແບ່ງ​ແຍກ​ກັນ​ລະຫວ່າງ​ທະຫານ ພວກ​ຊົນ​ຊັ້ນປົກຄອງ ​ຂົງ​ເຂດ​ຕ່າງໆ ​ແລ​ະອື່ນໆອີກ.



ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ຍັງ​ບໍ່​ທັນເປີດ​ເຜີຍຜົນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອຊຶ່ງ ​ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜົນ​ການ​ເລືອກ​ຕັ້ງ​ຈະ​ປະກາດ​ໃຫ້​ຊາບ​ໃນ​ວັນ​ພຸດ​ມື້ອື່ນນີ້.

​ໂຄສົກ​ຄົນ​ນຶ່ງ​ຂອງພັກ ທ່ານ Cisse ກ່າວຕໍ່ວີ​ໂອ​ເອ ​ກ່ອນ​ໜ້ານີ້ວ່າ ທ່ານ​ໄດ້​ຍອມຮັບ​ເອົາ​ການ​ປາ​ໄຊ​ແລ້ວ.

Mali
please wait
Embed

No media source currently available

0:00 0:02:15 0:00
XS
SM
MD
LG