ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ ເອກະຊົນລາວ ໄດ້ຮັບ ສຳປະທານ ຂຸດຄົ້ນ ຖ່ານຫີນ ຢູ່ແຂວງເຊກອງ


ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດ ເຂົ້າຮ່ວມ ພິທີເປີດເໝືອງແຮ່ ຢູ່ໃນແຂວງເຊກອງ.
ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດ ເຂົ້າຮ່ວມ ພິທີເປີດເໝືອງແຮ່ ຢູ່ໃນແຂວງເຊກອງ.
ບໍລິສັດເອກະຊົນລາວ ໄດ້ຮັບສຳປະທານ ຂຸດຄົ້ນຖ່ານຫີນໃນ
ເນື້ອທີ່ 1 ແສນເຮັກຕາ ໃນແຂວງເຊກອງ ໂດຍຈາກການສຳ
ຫຼວດພົບວ່າ ເໝືອງແຮ່ ດັ່ງກ່າວນີ້ ມີປະລິມານຖ່ານຫີນຫຼາຍ
ກວ່າ 215 ລ້ານໂຕນ.

ບໍລິສັດເອກະຊົນລາວ ທີ່ໄດ້ຮັບສຳປະທານ ຂຸດຄົ້ນຖ່ານຫີນ
ຢູ່ໃນແຂວງເຊກອງ ໃນຄັ້ງນີ້ ກໍແມ່ນກຸ່ມ ບໍລິສັດພອນສັກຈຳກັດ
ໂດຍພິທີເປີດເໝືອງແຮ່ ເພື່ອເລີ້ມດຳເນີນ ການຂຸດຄົ້ນໄດ້ມີຂຶ້ນ ເມື່ອບໍ່ນານມານີ້ ໂດຍ
ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດຄັ້ງນີ້ດ້ວຍ
ແລະ ທ່ານກໍຍັງໄດ້ເນັ້ນຍ້ຳ ໃຫ້ກຸ່ມບໍລິສັດພອນສັກຈຳກັດ ຈະຕ້ອງເອົາໃຈໃສ່ ໃນການ
ຮັກສາ ສະພາບແວດລ້ອມທຳມະຊາດ ລວມເຖິງການສ້າງວຽກງານທຳ ໃຫ້ແກ່ປະຊາຊົນ
ໃນທ້ອງຖິ່ນ ແລະ ເຂດໃກ້ຄຽງ.

ໂດຍເໝືອງຖ່ານຫີນດັ່ງກ່າວນີ້ ມີເນື້ອທີ່ສຳປະທານລວມ 1 ແສນເຮັກຕາ ຢູ່ໃນເຂດ
ເມືອງກະລຶມ ແລະ ຈາກການສຳຫຼວດ ທີ່ຜ່ານມາ ກໍພົບວ່າມີປະລິມານຖ່ານຫີນ ສະສົມ
ຫຼາຍກວ່າ 215 ລ້ານໂຕນ ໂດຍໄດ້ແບ່ງເຂດຂຸດຄົ້ນເປັນ 4 ເຂດດ້ວຍກັນ ກໍຄືເຂດປະດູ່
ເຂດຫ້ວຍມີນ ເຂດຫ້ວຍໄຮ ແລະ ເຂດກະລຶມ.

ກຸ່ມບໍລິສັດພອນສັກຈຳກັດ ຄາດວ່າຈະຕ້ອງໃຊ້ເວລາ ໃນການຂຸດຄົ້ນ ເຖິງ 25 ປີ ດ້ວຍ
ປະລິມານການຂຸດຄົ້ນ ໂດຍສະເລ່ຍ 3 ລ້ານໂຕນຕໍ່ປີ ທີ່ສາມາດສົ່ງປ້ອນ ໂຮງງານ
ອຸດສາຫະກຳໄດ້ເລີຍ ເນື່ອງຈາກວ່າ ຖ່ານຫີນທີ່ຂຸດຄົ້ນ ຈາກເຂດສຳປະທານດັ່ງກ່າວນີ້
ມີຄ່າສະເລ່ຍຄວາມຮ້ອນເຖິງ 4,300 ກິໂລພະລັງງານ ຫຼື Kilo-Calories ຊຶ່ງດ້ວຍຄ່າ
ສະເລ່ຍຄວາມຮ້ອນ ໃນລະດັບດັ່ງກ່າວນີ້ ກໍຍັງເຮັດໃຫ້ ກຸ່ມບໍລິສັດພອນສັກຈຳກັດ ໄດ້ວາງ
ແຜນການທີ່ຈະລົງທຶນ ສ້າງໂຮງງານ ຜະລິດກະແສໄຟຟ້າ ດ້ວຍຖ່ານຫີນ 2 ແຫ່ງໃນລະ
ຍະຕໍ່ໄປອີກດ້ວຍ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຢືນຢັນວ່າ ໄດ້ອະນຸຍາດສຳປະທານ ໄປແລ້ວ 470 ໂຄງການ.
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ໄດ້ຖະແຫຼງຢືນຢັນວ່າ ໄດ້ອະນຸຍາດສຳປະທານ ໄປແລ້ວ 470 ໂຄງການ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງ
ແຜນການ ແລະ ການລົງທຶນ ໄດ້ຖະແຫຼງຢືນຢັນວ່າ ທາງການ
ລາວທັງໃນຂັ້ນສູນກາງ ແລະ ລະດັບທ້ອງຖິ່ນໄດ້ອະນຸຍາດ
ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ແກ່ບໍລິສັດ ເອກະຊົນລາວ
ແລະ ຕ່າງຊາດໄປແລ້ວ 470 ໂຄງການ ໂດຍມີພື້ນທີ່ ໃນການ
ຂຸດຄົ້ນ ລວມກັນກວ້າງກວ່າ 36,300 ກິໂລແມັດມົນທົນ ແລະ
ມີມູນຄ່າລົງທຶນລວມເຖິງ 5,900 ລ້ານດອນ​ລາ.

ແຕ່ຢ່າງໃດກໍຕາມ ທ່ານສົມດີ ກໍຍອມຮັບວ່າ ມີຫຼາຍໂຄງການ
ທີ່ອາດຈະຕ້ອງຖືກຍົກເລີກ ເພາະວ່າ ການກວດກາທີ່ຜ່ານມາ
ພົບວ່າມີພຽງແຕ່ 14 ໂຄງການເທົ່ານັ້ນ ທີ່ໄດ້ຈັດຕັ້ງ ປະຕິບັດໄດ້ຕາມມາດຕະຖານ ທີ່
ກຳນົດໄວ້ ໃນສັນຍາລົງທຶນ ສ່ວນໂຄງການທີ່ເຫຼືອນັ້ນ ກໍຍັງຈະຕ້ອງມີການ ພັດທະນາ
ປັບປຸງ ໃຫ້ໄດ້ມາດຕະຖານ ຕາມສັນຍາລົງທຶນຕໍ່ໄປ.

ໂດຍມາດຕະການໜຶ່ງ ທີ່ລັດຖະບານລາວ ຈະນຳໃຊ້ເພື່ອແກ້ໄຂ ບັນຫາສຳປະທານ ໃນການຂຸດຄົ້ນແຮ່ທາດດັ່ງກ່າວ ທັງກໍຍັງຖື ເປັນການຫລຸດຜ່ອນ ບັນຫາຜົນກະທົບ ຕໍ່ສະພາບແວດລ້ອມ ທຳມະຊາດດ້ວຍນັ້ນ ກໍຄືການສົ່ງເສີມການລົງທຶນ ທີ່ເປັນໂຄງ
ການຂະໜາດໃຫຍ່ ດັ່ງທີ່ ທ່ານວີຣະພົນ ວີຣະວົງ ລົດຖະມົນຕີຊ່ວຍວ່າການ ກະຊວງ
ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ການຢືນຢັນກັບ ວີໂອເອ ວ່າ:

“ນະໂຍບາຍຂອງເຮົານີ້ ເຮົາຢາກເຮັດໃຫ້ ການຂຸດຄົ້ນບໍ່ແຮ່ ໃນລາວນີ້ ເປັນ
ໂຄງການຂະໜາດໃຫຍ່ ອັນນີ້ ແມ່ນການແນະນຳ ຂອງຊ່ຽວຊານຕ່າງປະເທດ
ເພາະວ່າການຂຸດຄົ້ນຂະໜາດໃຫຍ່ ມັນສິມີການວາງແຜນລະອຽດ ການຄວບ
ຄຸມສິ່ງແວດລ້ອມ ເພາະວ່າເຂົາເອງ ເຂົາຈະຕ້ອງຮັບຜິດຊອບມີຊື່ມີສຽງ ແລ້ວ
ກະການເກັບຄ່າສຳປະທານ ຄ່າ
Royalty ຄ່າຫຍັງກະມັນກະງ່າຍຂຶ້ນ.”

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ກໍໄດ້ເຕືອນ ລັດຖະບານລາວວ່າການຂຸດຄົ້ນແຮ່ທາດ
ຢ່າງກວ້າງຂວາງ ຈະບໍ່ສົ່ງຜົນດີ ຕໍ່ການພັດທະນາ ເສດຖະກິດລາວ ໃນລະຍະຍາວ ເພາະ
ບໍ່ພຽງແຕ່ຈະເຮັດໃຫ້ ຊັບພະຍາກອນແຮ່ທາດ ຫຼົດນ້ອຍຖອຍລົງເລື້ອຍໆ ເທົ່ານັ້ນ ຫາກແຕ່
ກໍຍັງຈະສົ່ງຜົນກະທົບ ຕໍ່ສະພາບແວດລ້ອມ ທຳມະຊາດໃນລາວ ຢ່າງໜັກໜ່ວງຫຼາຍຂຶ້ນ
ນັບມື້ອີກດ້ວຍ.
XS
SM
MD
LG