ທະນາຄານໃຫຍ່ທີ່ສຸດໃນສະຫະລັດ ໄດ້ຕົກລົງໃນຂັ້ນເລີ້ມຕົ້ນ ທີ່ຈະຈ່າຍ ເງິນຈໍານວນ 13 ພັນລ້ານໂດລ່າ ເປັນຄ່າປັບໄໝແລະຊ່ວຍເຫລືອບັນເທົາທຸກພວກລູກຄ້າ ໃນການຕົກລົງກັບລັດຖະບານເພື່ອໃຫ້ຍຸຕິການສືບສວນສອບສວນ ຫຼາຍໆກໍລະນີ ກ່ຽວກັບການເອົາປຽບພວກລູກຄ້າ ເລື້ອງເງິນກູ້ຢືມເພື່ອຊື້ບ້ານ ທີ່ຕົນຖືກກ່າວຫານັ້ນ.
ທະນາຄານ JP Morgan Chase ແລະກະຊວງຍຸຕິທໍາສະຫະ
ລັດ ຍັງຕ້ອງໄດ້ທໍາການສະຫລູບຂໍ້ຕົກລົງນີ້ກັນຢູ່ ທີ່ບັງຄັບໃຫ້
ທະນາຄານ ໃຫ້ຄວາມຮ່ວມມືກັບ ການສືບສວນຄະດີອາຍາກໍາທີ່ມີສືບຕໍ່ມາ ກ່ຽວກັບ
ຫຼັກຊັບ ທີ່ໜຸນຫຼັງໂດຍເງິນກູ້ຢືມຊື້ບ້ານຂອງທະນາຄານ ທີ່ເຮັດໃຫ້ເກີດວິກິດການ
ການເງິນໃນປີ 2008 ນັ້ນ.
ການຕົກລົງກັນໃນເລຶ່ອງນີ້ ຈະເປັນເງິນຄ່າປັບໄໝ ກ້ອນໃຫຍ່ທີ່ສຸດ ທີ່ບໍລິສັດດຽວເຄີຍໄດ້ຈ່າຍມາ. ຈໍານວນທັງໝົດ 13 ພັນລ້ານນັ້ນແມ່ນຈະໂຮມທັງ 4 ພັນລ້ານ ໃຫ້ເປັນເງິນຊ່ວຍເຫຼືອພວກເຈົ້າຂອງບ້ານ ທີ່ດິ້ນຮົນເພື່ອຮັກສາເຮືອນຂອງເຂົາເຈົ້າໄວ້ ເຊັ່ນ ຫລຸດອັດຕາດອກເບັ້ຍລົງ ເພື່ອໃຫ້ເຂົາເຈົ້າໄດ້ຈ່າຍຄ່າເຮືອນຖືກລົງ ເປັນຕົ້ນ.
ຜູ້ຄວບຄຸມພາກລັດ ແລະລັດຖະບານກາງຈໍານວນນຶ່ງ ອ້າງວ່າ ທະນາຄານ JP Morgan “
Chase ໄດ້ເຮັດໃຫ້ພວກລົງທຶນເຂົ້າໃຈຜິດ ກ່ຽວກັບຄຸນນະພາບຂອງເງິນກູ້ຢືມຊື້ບ້ານ ທີ່ຕົນຂາຍໃຫ້ ໃນລະຫວ່າງປີ 2005 ແລະປີ 2007 ນັ້ນ ຊຶ່ງເວລາເຫດການທີ່ເອີ້ນວ່າ ຟອງແຫ່ງການຊື້ເຮືອນ ລະເບີດຂຶ້ນໃນປີ 2007 ນັ້ນ ພວກລົງທຶນຊື້ເຮືອນຈາກທະນາ
ຄານ JP Morgan Chase ໄດ້ສູນເສຍເງິນ ຫຼືຂາດທຶນຢ່າງໃຫຍ່.
ມາງທະນາຄານ ໄດ້ສະຫງວນເງິນຈໍານວນຢ່າງໜ້ອຍ 23 ພັນລ້ານໂດລ່າໄວ້ ເພື່ອເປັນທຶນສໍາຮອງ ສໍາລັບຈ່າຍຄ່າຕົກລົງ ແລະຄ່າກົດໝາຍຕ່າງໆ ທີ່ກ່ຽວພັນກັບການປະຕິບັດ
ດັ່ງກ່າວຂອງຕົນ ກ່ອນແລະຫຼັງຈາກເຫດວິກິດການ ການເງິນນັ້ນ.