ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໄບ​ເດັນ ແລະ​ພັນ​ລະ​ຍາ ​ປະ​ກາດ​ວ່າ ການຍິງສັງຫານໝູ່ ຢູ່ເມືອງບັບ​ຟາ​ໂລ ‘ເປັນ​ການກໍ່ການຮ້າຍ ພາຍໃນປະເທດ’


ປ. ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງ, ທ່ານນາງຈີລ ໄບເດັນ ໄດ້​ໄປ​​ໄວ້​ອາ​ໄລ​ແກ່ພວກ​​ເຄາະ​ຮ້າຍທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ຍິງ​ສັງ​ຫານ​ໝູ່​ຢູ່ໃນ​ພິ​ທີ​ໄວ້​ອາ​ໄລທີ່ຈັດ​ຂຶ້ນ​ຢູ່​ຟາກ​ທາງກົງ​ກັນ​ຂ້າມກັບຮ້ານ TOPS Market ໃນ​ເມືອງ​ບັບ​ຟາ​ໂລ, ລັດ​ນິວຢອກ, 17 ພຶດ​ສະ​ພາ, 2022.
ປ. ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງ, ທ່ານນາງຈີລ ໄບເດັນ ໄດ້​ໄປ​​ໄວ້​ອາ​ໄລ​ແກ່ພວກ​​ເຄາະ​ຮ້າຍທີ່​ຖືກ​ຂ້າ​ຕາຍ​ໃນ​ການ​ຍິງ​ສັງ​ຫານ​ໝູ່​ຢູ່ໃນ​ພິ​ທີ​ໄວ້​ອາ​ໄລທີ່ຈັດ​ຂຶ້ນ​ຢູ່​ຟາກ​ທາງກົງ​ກັນ​ຂ້າມກັບຮ້ານ TOPS Market ໃນ​ເມືອງ​ບັບ​ຟາ​ໂລ, ລັດ​ນິວຢອກ, 17 ພຶດ​ສະ​ພາ, 2022.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໄດ້ປະກາດໃນວັນອັງຄານວານ ນີ້ວ່າ ການຍິງສັງຫານໝູ່ ໃນທ້າຍອາ ທິດແລ້ວນີ້ ຢູ່ທີ່ເມືອງບັບ​ຟາ​ໂລ, ລັດນິວ ຢອກ ທີ່ມືປືນໄວໜຸ່ມຄົນນຶ່ງຖືກກ່າວຫາວ່າໄດ້ສັງຫານຄົນຜິວດຳ 10 ຄົນ ທີ່ ຮ້ານຂາຍເຄື່ອງແຫ່ງນຶ່ງໃນການກໍ່​ຄວາມ​ວຸ້ນ​ວາຍທາງເຊື້ອຊາດນັ້ນ ເປັນ “ການ ກໍ່ການຮ້າຍພາຍໃນປະເທດ” ທີ່ໄດ້​ຮັບ​ແຮງ​ກະ​ຕຸ້ນຈາກ “​ແນວຄວາມ​ຄິດທີ່​ວ່າ ຊາວຜິວ​ຂາວ​ດີ​ເລີດ… ທີ່​ໄຫລ​ຜ່ານທົ່ວ​ອົງການການເມືອງ ຂອງພວກ​ເຮົາ.”

ທ່ານໄບ​ເດັນ ແລະສະຕີໝາຍເລກນຶ່ງ, ທ່ານ​ນາງຈີ​ລ ໄບ​ເດັນ ໄດ້ພົບປະແບບ ສ່ວນຕົວ ກັບຍາດພີ່ນ້ອງ ຂອງຜູ້ ເສຍຊີວິດ ແລະອີກ 3 ຄົນທີ່ໄດ້ຮັບບາດເຈັບ ໃນການທຳ​ຮ້າຍ​ຮ່າງ​ກາຍ​ຢູ່ທີ່ຕະຫຼາດ Tops Friendly Market ກ່ອນທີ່ທ່ານ ຈະບອກໃຫ້ຊາວອາເມຣິກັນ​ຮູ້​ຊື່​ ຂອງແຕ່ລະຄົນແບບ​ສັ້ນໆ ຜ່ານທາງໂທລະ ພາບຈາກເມືອງ​ທີ່​ຢູ່ພາກຕາເວັນອອກສຽງເໜືອຂອງສະຫະລັດ.

ທ່ານໄບ​ເດັນ​ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ, ​ໂດຍ​ເວົ້າ​ວ່າ, “ຄວາມ​ດີ​ເລີດ​ຂອງ​ຄົນ​ຂາວ​ແມ່ນ​ຢາ​ພິດ” ທີ່​ບໍ່​ມີ “ບ່ອນ​ຢູ່​ ໃນ​ອາ​ເມ​ຣິ​ກາ. ບໍ່ມີເລີຍ."

ທ່ານກ່າວວ່າ "ຄວາມກຽດຊັງ ແລະຄວາມຢ້ານກົວ ແມ່ນໄດ້ຮັບອອກຊີເຈນ ຫຼາຍເກີນໄປ" ໃນສະຫະລັດ ແລະ ປະຕິຍານວ່າ "ຄວາມຊົ່ວຮ້າຍຈະບໍ່ຊະນະ. ຄວາມກຽດຊັງ ຈະບໍ່ມີ​ວັນຊະນະ.”

ດັ່ງທີ່ທ່ານໄດ້​ເຮັດໃນຜ່ານ​ມາ ທ່ານໄບ​ເດັນຮຽກຮ້ອງໃຫ້ລັດຖະສະພາຮັບຮອງ​ເອົານິຕິກຳ ທີ່ຖືກປະຕິເສດມາ ເປັນເວລາຫລາຍປີ "ວ່າ​ໃຫ້​ເອົາອາວຸດທີ່​ໃຊ້​ໃນການໂຈມຕີອອກ​ຈາກຖະຫນົນຂອງພວກເຮົາໄປ." ລັດຖະທຳ​ມະນູນ​ສະຫະລັດ​ໄດ້​ກຳນົດ​ສິດ​ຄອບ​ຄອງ​ປືນ​ໂດຍ​ບຸກຄົນ ​ແລະ​ຜູ້​ສະໜັບສະໜູນ​ການ​ຄວບ​ຄຸມ​ປືນ​ບໍ່​ສາມາດ​ຊະນະ​ການ​ຄັດຄ້ານ​ຂອງພວກສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນ​ໃຫ້ມີ​ປືນ ​ເພື່ອ​ຈະໃຫ້ມີ​ການ​ເພີ້ມກົດ​ລະບຽບ​ເຄັ່ງ​ຄັດຂຶ້ນ​ກ່ຽວ​ກັບ​ການ​ຂາຍ ​ແລະການ​ຄອບ​ຄອງ​ອາວຸດ​ປືນ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານໄບ​ເດັນກ່າວ​ວ່າ “ຈາກໂສກ​ນາດ​ຕະ​ກຳ​ອັນນີ້” ຈະມີ “ຄວາມ​ຫວັງ, ຄວາມ​ສະຫວ່າງ ​ແລະ​ຊີວິດ” ຕາ​ມ​ມາ. “ຈົ່ງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ກັນ​ໄວ້ ພວກ​ເຮົາ​ຈະ​ຜ່ານຜ່າ​ເຫດ​ການ​ນີ້​ໄປ​ດ້ວຍກັນ.”

ເຈົ້າ​ໜ້າ​ທີ່​ບັງຄັບ​ໃຊ້​ກົດ​ໝາຍ​ໄດ້​ກ່າວ​ຫາທ້າງ​ເພ​ທັນ ເກນດ​ຣອນ (Payton Gendron) ​ໄວ 18 ປີ​ ວ່າ​ໄດ້​ທໍາ​ການ​ໂຈມ​ຕີ ຫລັງ​ຈາກ​ລາວ​ໄດ້​ສັງ​ເກດ​ເບິ່ງ ແຜນ​ຜັງຂອງ​ຮ້ານ​ຂາຍ​ເຄື່ອງຢູ່​ໃນ​ການ​ໄປເບິ່ງຄຸ້ມ​ຢູ່​ອາ​ໄສທີ່​ຄົນສ່ວນໃ​ຫຍ່​ເປັນ​ຄົນຜິວ​ດຳ​ນັ້ນ. 11 ຄົນ​ໃນ​ຈຳນວນ 13 ຄົນ ​ທີ່​ຖືກ​ຍິງ​ຕາຍ​ແມ່ນ​ຄົນ​ຜິວ​ດຳ.

ຫ້ອງການສັນ​ຕິ​ບານ​ກາງກໍາລັງສືບສວນການໂຈມຕີດັ່ງກ່າວ ວ່າເປັນການກໍ່ ອາດຊະຍາກໍາຍ້ອນ​ຄວາມກຽດຊັງ ຫລືບໍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG