ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ທ່ານ ໄບເດັນ ເດີນທາງໄປຢ້ຽມຢາມ ນະຄອນ ນິວອໍລີນສ໌ ລຸນຫຼັງເຫດການໂຈມຕີທີ່ຮ້າຍແຮງ ພຽງບໍ່ເທົ່າໃດມື້ຜ່ານມາ


ວີດີໂອລາຍງານກ່ຽວກັບ ເດີນທາງໄປຢ້ຽມຢາມນະຄອນ ນິວອໍລີນສ໌ ຂອງ ທ່ານ ໄບເດັນ ລຸນຫຼັງເຫດການໂຈມຕີທີ່ຮ້າຍແຮງພຽງບໍ່ເທົ່າໃດມື້ທີ່ຜ່ານມາ.

ປະທານາທິບໍດີ ໂຈ ໄບເດັນ ເດີນທາງໄປຢ້ຽມຢາມນະຄອນ ນິວອໍລີນສ໌ (New Orleans) ໃນວັນຈັນວານນີ້ ລຸນຫຼັງການໂຈມຕີກໍ່ການຮ້າຍທີ່ຮຸນແຮງທີ່ສຸດ ໃນວັນຂຶ້ນປີໃໝ່. ອົງການ FBI ກໍາລັງດໍາເນີນການສືບສວນສອບສວນ ແລະກ່າວວ່າ ຜູ້ກໍ່ເຫດການໂຈມຕີໃນຄັ້ງນີ້ ໄດ້ຮັບແຮງບັນດານໃຈຈາກກຸ່ມລັດອິສລາມ.

ວິ​ດີ​ໂອ​ວົງ​ຈອນ​ປິດ​ ໄດ້​ບັນທຶກພາບ​ຕອນ​ທີ່​ນາຍ​ທະຫານ​ອາ​ເມ​ຣິ​ກັນ​ອາຍຸ 42 ປີ ທ້າວ ຊາມຊຸດ-ດີນ ຈັບບາຣ໌ (Shamsud-Din Jabbar) ​ໄດ້ຂັບ​ລົດກະບະແລ່ນເຂົ້າຕໍາ​ໃສ່​ຝູງ​ຊົນ​ໃນ​ຕົ້ນ​ວັນ​ປີ​ໃໝ່ ​ຢູ່ທີ່​ນະຄອນ ນິວອໍລີນສ໌.

ປ້າຍໂຄສະນາລັດອິສລາມສີດຳ ຖືກພົບເຫັນຢູ່ລົດກະບະຄັນດັ່ງກ່າວ, ທີ່ກະຕຸ້ນໃຫ້ອົງການ FBI ດໍາເນີນການສືບສວນໃນການກະທຳນີ້ ຂອງການກໍ່ການຮ້າຍ.

ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ກ່າວ​ວ່າ ໜ່ວຍງານຕ່າງໆຂອງລັດຖະບານ​ກາງ ​ກຳລັງ​ສືບສວນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ໃນການເຊື່ອມໂຍງ​ໃດໆທັງ​ໝົດ.

ທ່ານ ໄບເດັນ ກ່າວໃນງານຖະແຫຼງຂ່າວເມື່ອວັນທີ 2 ມັງກອນ ທີ່ສະໜອງໃຫ້ໂດຍອົງການຂ່າວ AP ວ່າ:

“ໜ່ວຍງານບັງຄັບໃຊ້ກົດຫມາຍຂອງລັດຖະບານກາງ ແລະໜ່ວຍງານສືບລັບຕ່າງໆ ກໍາລັງສືບສວນຢ່າງຈິງຈັງກ່ຽວກັບການຕິດຕໍ່ພົວພັນພາຍນອກ ຫຼື ພາຍໃນປະເທດ ທີ່ອາດຈະກ່ຽວຂ້ອງກັບການໂຈມຕີໃນຄັ້ງນີ້, ພວກເຮົາຈະຍັງຄົງສືບຕໍ່ຕິດຕາມ ISIS ແລະອົງກອນກໍ່ການຮ້າຍອື່ນໆ ໃນພື້ນທີ່ທີ່ພວກເຂົາຢູ່, ພວກເຂົາຈະບໍ່ມີບ່ອນຢູ່ທີ່ປອດໄພ ນະທີ່ນີ້.”

ມີຜູ້ເສຍຊີວິດ 14 ຄົນ ແລະມີອີກຫຼາຍສິບຄົນໄດ້ຮັບບາດເຈັບຈາກການໂຈມຕີ. ທ້າວ ຈັບບາຣ໌ ໄດ້​ຖືກຍິງ​ບາດ​ເຈັບ​ສາຫັດ​ລຸນຫຼັງ​ທີ່ລາວເປີດສາກຍິງໃສ່ເຈົ້າໜ້າທີ່​ຕຳຫຼວດ.

ອົງການ FBI ກ່າວວ່າ ທ້າວ ຈັບບາຣ໌ ໄດ້ເຊື່ອງອຸປະກອນລະເບີດທີ່ປະດິດຂຶ້ນເອງ ຫຼື IEDs ໄວ້ໃນກະຕິກນໍ້າເຢັນສໍາລັບແຊ່ເຄື່ອງດື່ມ, ນຶ່ງໃນນັ້ນ ພວກເຂົາກ່າວວ່າ ລາວໄດ້ວາງມັນໄວ້ ຢູ່ບໍລິເວນສີ່ແຍກທີ່ມີຄົນຈຸ້ມກັນຫຼາຍ.

ກະ​ຊວງຮັກສາຄວາມປອດໄພ​ພາຍ​ໃນ​ກ່າວ​ວ່າ ນີ້​ແມ່ນ​ອີກ​ກໍ​ລະ​ນີ​ນຶ່ງ​ຂອງ​ອັນ​ທີ່​ຕົນຮ້ອງ​ວ່າ ລັດ​ທິ​ຫົວ​ຮຸນ​ແຮງ​ທີ່ສຸດທີ່ກໍາລັງເຕີບໃຫຍ່ຢູ່ພາຍໃນປະເທດ.

ທ່ານ ອະເລຮານໂດຣ ມາຢໍກາສ (Alejandro Mayorkas) ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ກ່າວໃນລາຍການປະຈໍາອາທິດຂອງໂທລະພາບ ABC ທີ່ໄດ້ເຜີຍແຜ່ໃນສື່ສັງຄົມ X.

ທ່ານ ອະເລຈານໂດ ມາຢໍກາສ ກ່າວວ່າ:

“ມັນເປັນພາກສ່ວນໄພຂົ່ມຂູ່ທີ່ຫຍຸ້ງຍາກຫຼາຍ, ແລະນັ້ນຈຶ່ງເປັນເຫດຜົນວ່າ ເປັນຫຍັງ ພວກເຮົາ-ໃນຖານະທີ່ເປັນຊຸມຊົນ, ບໍ່ມີພຽງແຕ່ລັດຖະບານກາງເທົ່ານັ້ນ ແຕ່ລວມທັງເຈົ້າໜ້າທີ່ລັດ, ເຈົ້າໜ້າທີ່ທ້ອງຖິ່ນ ແລະປະຊາຊົນທີ່ອາໄສຢູ່ໃນຂົງເຂດ ຈຶ່ງຕ້ອງຕື່ນຕົວຕໍ່ເຫດການນັ້ນ ແລະດໍາເນີນມາດຕະການທີ່ຈໍາເປັນເພື່ອຫຼີກເວັ້ນຕໍ່ຄວາມຮຸນແຮງບໍ່ໃຫ້ທີ່ເກີດຂຶ້ນ.”

ຕໍ່ມາ, ໃນວັນປີໃຫມ່, ໃນລັດເນວາດາທີ່ມີໄລຍະຫ່າງອອກໄປຫຼາຍກວ່າ 2,000 ກິໂລແມັດ, ທະຫານ ກຣີນ ເບເຣັດທ໌ ຈາກກອງທັບສະຫະລັດ ທ້າວ ແມັດທິວ ລີໂວລສ໌ເບີເກີ (Matthew Livelsberger) ໄດ້ຂັບລົດ ກະບະ ເທັສລາ ໄຊເບີ (Tesla Cybertruck) ທີ່ເຊົ່າມາ ໄປຈອດໄວ້ຢູ່ບໍລິເວນທາງເຂົ້າຂອງໂຮງແຮມ Trump International Las Vegas.

ເຈົ້າໜ້າທີ່ຊັນນະສູດສົບຂອງຂົງເຂດ ຄລາກຣ໌ (Clark) ອອກມາຢືນຢັນວ່າ ທ້າວ ລີໂວລສ໌ເບີເກີ ທີ່ໄດ້ຮັບການຍ້ອງຍໍເປັນຢ່າງສູງ, ເຊິ່ງເຈົ້າໜ້າທີ່ກ່າວວ່າ ປະສົບກັບບັນຫາຈາກອາການ PTSD, ເສຍຊີວິດເນື່ອງຈາກໄດ້ທໍາການຍິງຕົນເອງຕາຍ ກ່ອນທີ່ລົດກະບະທີ່ກ່ຽວຂ້ອງນັ້ນ ຈະເກີດລະເບີດຂຶ້ນ. ເຈົ້າໜ້າທີ່ກ່າວວ່າ ບໍ່ມີຜູ້ອື່ນໃດໄດ້ຮັບບາດເຈັບສາຫັດຈາກເຫດການໃນຄັ້ງນີ້.

ເຈົ້າ​ໜ້າ​ທີ່​ບັງຄັບ​ໃຊ້​ກົດໝາຍ​ກ່າວ​ວ່າ ມາ​ຮອດ​ປັດຈຸ​ບັນ ​ຍັງ​ບໍ່​ມີ​ການ​ເຊື່ອມ​ໂຍງໃດໆ​ລະຫວ່າງ​ການ​ໂຈມ​ຕີ​ດັ່ງກ່າວມານັ້ນ.

ປະຊາຊົນ​ໃນ​ນະຄອນ ນິວອໍລິນສ໌ ​ໄດ້ຮ່ວມກັນ​ຈັດ​ງານ​ໄວ້ທຸກໃຫ້​ກັບ​ຜູ້​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ໃນ​ວັນ​ປີ​ໃໝ່.

ປະທານາທິບໍດີ ໄບເດັນ ​ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານນາງ ຈຽວລ໌ ໄບເດັນ ໄດ້ມີ​ແຜນເດີນທາງ​ໄປ​ຢ້ຽມຢາມ​ເມືອງດັ່ງກ່າວ ໃນ​ມື້ວັນ​ຈັນ​ວານນີ້.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

President Joe Biden visits New Orleans on Monday in the wake of a deadly New Year’s Day terrorist attack. The FBI is investigating and says the assailant was inspired by Islamic State. VOA’s Arash Arabasadi has the story.

Closed circuit video captures the moment when 42-year-old U.S. Army veteran Shamsud-Din Jabbar rammed his truck into crowds of people early New Year’s Day in New Orleans.

A black Islamic State banner was recovered from the truck — prompting the FBI to investigate this as an act of terror.

U.S. President Joe Biden says federal agencies are investigating all possible links.

Biden at a news conference as provided by AP, 01/02.

“Federal law enforcement and the intelligence community are actively investigating any foreign or domestic contacts in connection that could possibly be relevant to the attack… We’re going to continue to relentlessly pursue ISIS and other terrorist organizations where they are, and they’ll find no safe harbor here.”

Fourteen people died in the attack and dozens were injured. Jabbar suffered a fatal gunshot wound after opening fire on police.

The FBI says Jabbar stashed improvised explosive devices, or IEDs, in drink coolers, one of which they say he placed at a busy intersection.

The Department of Homeland Security says this is another case of what it calls homegrown violent extremism.

U.S. Homeland Security Secretary Alejandro Mayorkas speaking Sunday on ABC’s This Week as carried on the social media platform X.

Alejandro Mayorkas, Homeland Security Secretary.

“It is a very difficult threat landscape, and it is why that we – as a community – not just the federal government, but state and local officials and residents, need to be alert to it and take the precautions necessary to avoid violence from occurring.”

Later, on New Year’s Day, and more than two-thousand kilometers away in Nevada, U.S. Army Green Beret Matthew Livelsberger drove a rented Tesla Cybertruck to the Trump International Las Vegas Hotel.

The Clark County coroner confirmed the highly decorated Livelsberger, whom officials say suffered from PTSD, died from a self-inflicted gunshot before the truck exploded. Officials say no one else was seriously hurt.

Law enforcement says there are so far no links between the attacks.

People in New Orleans held a party-like vigil for the victims of the New Year’s Day attack.

President Biden and first lady Jill Biden plan to visit the city on Monday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG