ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໄບເດັນ ແລະສະຕີໝາຍເລກນຶ່ງ ຫໍ່ຫົວກາຣົດ ໝາກແອັບໂປລ ໃສ່ໃນກ່ອງລະຫວ່າງການຢຸດແວ່ແຈກຢາຍອາຫານ


ພະນັກງານຄນນຶ່ງກຳລັງເອົາມັນຫວານຝຣັ່ງ ເຂົ້າໃສ່ໃນຖົງຢູ່ສາງເກັບມ້ຽນອາຫານ.
ພະນັກງານຄນນຶ່ງກຳລັງເອົາມັນຫວານຝຣັ່ງ ເຂົ້າໃສ່ໃນຖົງຢູ່ສາງເກັບມ້ຽນອາຫານ.

ປະທານາທິບໍດີໄປເດັນ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ຈິວ ໄບເດັນ ໄດ້ຫໍ່ຫົວກາຣົດ ແລະ ໝາກແອັບເປິລ໌ ເຂົ້າໃສ່ໃນກ່ອງອາຫານສຳລັບຜູ້ທີ່ໂຫຍຫີວ ແລະ ໄດ້ໂອ້ລົມກັບພວກອາສາສະ ໝັກໃນວັນອາທິດວານນີ້ຢູ່ສະຖານທີ່ແຈກຢາຍອາຫານ ອັນເປັນພາກສ່ວນຂອງວັນລະນຶກເຖິງ ທ່ານ ມາຕິນ ລູເທີ ຄິງ ຈູເນຍ ອີງຕາມອົງການຂ່າວເອພີ.

ທ່ານ ແລະ ພັນລະຍາໄດ້ເດີນທາງປະມານເຄິ່ງຊົ່ວໂມງ ຈາກເຮືອນຂອງພວກເພິ່ນຢູ່ນະຄອນ ວິລມິງຕັນ, ລັດເດີລາແວຣ ໄປຫາ ອົງການ ຟິລາບັນດັນ, ທີ່ເປັນອົງການບັນເທົາຄວາມອຶດຫິວໃນນະ ຄອນ ຟິລາແດນເຟຍ ທີ່ບໍລິການປະມານ 140,000 ຄົນ ຕໍ່ອາທິດຢູ່ໃນລັດເພັນຊິນເວເນຍ ແລະພາກໃຕ້ຂອງຂົງເຂດລັດນິວເຈີຊີ. ກ່ອນມຸ້ງໜ້າໄປສູ່ບ່ອນເກັບມ້ຽນອາຫານ ທີ່ມີກ່ອງເຈັ້ຍເຕັມໄປດ້ວຍພວກອາຫານບໍລິຈາກນັ້ນ ທ່ານ ໄບເດັນ ໄດ້ກ່າວວ່າ ສິນເຊື່ອເດັກນ້ອຍຕ້ອງຖືກທົບທວຍຄືນໃໝ່.

ວັນປະເພນີການບໍລິການດັ່ງກ່າວແມ່ນຖືກວັນພັກ ວັນຈັນມື້ ແຕ່ວ່າພາຍຸລະດູໜາວທີ່ຮ້າຍແຮງໄດ້ມຸ່ງ ໜ້າໄປສູ່ຂົງເຂດດັ່ງກ່າວ ແລະ ງານແມ່ນໄດ້ຖືກກຳນົດເວລາໃໝ່ຢູ່ໃນຂົງເຂດນັ້ນ. ສິນເຊື່ອປະຈຳເດືອນ ພາກສ່ວນໃນໂຄງການບັນເທົາທຸກມູນຄ່າ 1 ພັນ 9 ຮ້ອຍລ້ານໂດລາຂອງທ່ານ ໄບເດັນ ແລະ ທ່ານປະທານາທິບໍດີ ໄດ້ຕໍ່ເວລາອອກໄປອີກເຕັມອີກນຶ່ງປີ, ອັນເປັນ ມາດຕະການຕ່າງຫາກ ທີ່ເນັ້ນໜັກໃສ່ເສດຖະກິດ ແລະບັນດາໂຄງການສັງຄົມ. ການຊຸກຍູ້ເພີ້ມເຕີມແມ່ນໄດ້ຖືກໃຊ້ໂດຍບັນດາຄອບຄົວ ເພື່ອຊື້ອາຫານ ແລະ ເຄື່ອງໃຊ້ຕ່າງໆ.

ປະທານາທິບໍດີໄປເດັນ ໄດ້ໂອ້ລົມກັບພວກອາສາສະໝັກ ຮວມທັງຜູ້ຊາຍຄົນນຶ່ງ ທີ່ຢືນຢູ່ໃກ້ແກັດ ມາໂກໂຣນີແລະ ເນີຍ ຜູ້ທີ່ກ່າວຕໍ່ປະທານາທິບໍດີວ່າ ລູກສາວຂອງລາວເປັນນາຍຄູ. ທ່ານ ໄບເດັນ ໄດ້ກ່າວເຖິງສະຕີໝາຍເລກນຶ່ງ ທີ່ມີອາຊີບເປັນນາຍຄູ ແລະໄດ້ຖາມເອົານໍ້າເບີໂທລະສັບຂອງລູກສາວຂອງຜູ້ຊາຍ ຄົນນັ້ນ ແລະກ່າວວ່າທ່ານຈະໂທໄປຫາລາວ.

ກ່ອງອາຫານດັ່ງກ່າວບັນຈຸເຄື່ອງເທດ, ໝາກໄມ້, ຜັກຕ່າງໆ, ເສັ້ນໝີ່, ຊາ ແລະກ່ອງນໍ້າໝາກໄມ້ ພ້ອມດ້ວຍເນີຍໝາກຖົ່ວດິນ ແລະ ໝາກຖົ່ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG