ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ ປ. ໄບ​ເດັນ ແລະ​ ປ. ສີ ຄາດ​ວ່າ ຈະ​ກວມ​ເອົາເລື້ອງ ​ໄຕ້​ຫວັນແລະ​ຢູ​ເຄ​ຣນ, ອີງຕາມທຳ​ນຽບ​ຂາວ​


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານໂຈ ໄບ​ເດັນ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ (ພາບ​ຖ່າຍ​ວັນ​ທີ 6 ພະ​ຈິກ, 2021) ແລະ​ປະ​ທານ​ປະ​ເທດຈີນ, ທ່ານສີ ຈິ້ນ​ຜິງ ໃນ​ເບ​ຣ​ຊີ​ລ (ພາບ​ຖ່າຍ​ໃນວັນ​ທີ 13 ພະ​ຈິກ, 2019).
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານໂຈ ໄບ​ເດັນ ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ (ພາບ​ຖ່າຍ​ວັນ​ທີ 6 ພະ​ຈິກ, 2021) ແລະ​ປະ​ທານ​ປະ​ເທດຈີນ, ທ່ານສີ ຈິ້ນ​ຜິງ ໃນ​ເບ​ຣ​ຊີ​ລ (ພາບ​ຖ່າຍ​ໃນວັນ​ທີ 13 ພະ​ຈິກ, 2019).

ທຳນຽບຂາວ​ກ່າວ​ວ່າ ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບ​ໄຕ້​ຫວັນ ​ແລະການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍຢູ່​ຢູ​ເຄຣນ ຄິດ​ວ່າ​ຈະເປັນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ທາງ​ໂທລະສັບ ​ໃນ​ອາ ທິດ​ນີ້ ລະຫວ່າງ​ປະທານາທິບໍດີ​ສະຫະລັດ, ທ່ານໂຈ ໄບ​ເດັນ ​ແລະ​ທ່ານ​ສີ ຈິ້ນ​ຜິງ ຜູ້ນຳ​ຂອງ​ຈີນ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ໂຄສົກດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານຈອນ ​ເຄີ​ບີ ກ່າວຕໍ່ ບັນດານັກຂ່າວໃນກອງປະຊຸມລາຍ​ງານຫຍໍ້ວ່າ ການຄວບ​ຄຸມການແຂ່ງຂັນທາງ ດ້ານເສດຖະກິດລະຫວ່າງສອງປະເທດ ຍັງຄາດວ່າຈະມີຂຶ້ນໃນການລົມ​ທາງໂທ ລະສັບ​ ທີ່ທ່ານໄບ​ເດັນ ກ່າວໃນວັນຈັນຜ່ານ​ມາວ່າ ທ່ານຄາດວ່າຈະ​ມີ​ຂຶ້ນໃນ ທ້າຍອາທິດນີ້.

ມັນເປັນການໂທ​ລະ​ສັບ​ລົມ​ກັນຄັ້ງທີ່ 5 ລະຫວ່າງຜູ້ນຳທັງສອງທ່ານ, ແລະຈະມີ ຂຶ້ນ ໃນຂະນະທີ່ຈີນ ໄດ້ສົ່ງຄຳເຕືອນຢ່າງແຮງ ຕໍ່​ລັດ​ຖະ​ບານ​ຂອງ​ທ່ານໄບ​ເດັນ ກ່ຽວກັບການຢ້ຽມຢາມທີ່ອາດເປັນໄປໄດ້ຂອງປະທານສະພາຕ່ຳສະຫະລັດ ທ່ານນາງ ແນນ​ຊີ ​ເພ​ໂລ​ຊີ ຢູ່ໄຕ້ຫວັນ ທີ່​ປົກ​ຄອງ​ຕົນ​ເອງແບບມີປະຊາທິປະໄຕ ທີ່ປັກກິ່ງອ້າງວ່າເປັນດິນແດນຂອງຕົນນັ້ນ.
"ທຸກສິ່ງທຸກຢ່າງ​ນັບ​ຕັ້ງແຕ່ຄວາມເຄັ່ງຕຶງກ່ຽວ​ກັບໄຕ້ຫວັນ, ສົງຄາມໃນຢູເຄ​ຣນ, ຕະ​ຫລອດ​ທັງວິທີທີ່ວ່າ ພວກເຮົາຈະ​ຄວບ​ຄຸມການແຂ່ງຂັນແນວ​ໃດ​ໃຫ້​ໄດ້ດີ ກວ່າເກົ່າ ລະຫວ່າງສອງປະເທດຂອງພວກເຮົາ, ແນ່ນອນ ແມ່ນ​ຢູ່ໃນຂົງ​ເຂດ ເສດຖະກິດ," ນັ້​ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ເຄີ​ບີ ກ່າວກ່ຽວກັບຫົວຂໍ້ທີ່ຈະນຳ​ມາ​ສົນ​ທະ​ນາ​ກັນ.

ທ່ານກ່າວອີກວ່າ "ນີ້ແມ່ນການລົມ​ທາງໂທລະ​ສັບທີ່ໄດ້ກຳນົດໄວ້ເປັນ ເວລາດົນນານແລ້ວ ແລະມີວາລະກອງ​ປະ​ຊຸມຂອງ​ເລື້ອງທີ່ຕ້ອງ​ໄດ້​ສົນ​ທະ​ນາ​ກັນຢ່າງ​ກົງ​ໄປ​ກົງ​ມາສຳລັບຜູ້ນຳສອງທ່ານນີ້.”

ພາຍ​ໃຕ້​ນະ​ໂຍ​ບາຍ​ຈີນ​ດຽວ​ຂອງ​ຕົນນັ້ນ ​ສະ​ຫະ​ລັດບໍ່​ມີ​ການ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ກັບ​ໄຕ້​ຫວັນ ແຕ່​ມັນ​ຖືກ​ຜູກ​ມັດ​ດ້ວຍ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ​ໃນ​ການ​ສະ​ໜອງ​ສິ່ງ​ທີ່​ເຮັດ​ໃຫ້​ເກາະ​ດັ່ງ​ກ່າວ​ສາ​ມາດ​ປ້ອງ​ກັນ​ຕົວເອງ​ໄດ້. ທຳນຽບຂາວ​ໄດ້​ກ່າວ​ຢ້ຳ​ຄືນ​ໃໝ່​ຢ່າງວ່ອງ​ໄວວ່າ ທ່າ​ທີຂອງ​ຕົນ​ຍັງ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ເຖິງ​ແມ່ນ​ ມີ​ການ​ຄາດ​ຄະ​ເນວ່າ ຈະ​ມີ​ການ​ເດີນ​ທາງ​ທີ່​ເປັນ​ໄປ​ໄດ້​ຂອງ​ທ່ານນາງ​ເພ​ໂລ​ຊີໄປ​ເກາະ​ນັ້ນ.

ທ່ານ​ເຄີ​ບີ ກ່າວ​ວ່າ ທ່ານນາງ​ເພ​ໂລ​ຊີ ​ແມ່ນ​ຢູ່​ໃນ​ສາຍທີ່​ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ ປະທານາທິບໍດີໄດ້ ​ແລະ ສະ​ນັ້ນ ການ​ເດີນທາງ​ໄປ​ຕ່າງປະ​ເທດ​ຂອງ​ທ່ານ​ນາງ​ແມ່ນ​ບັນຫາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ. ແຕ່ວ່າ ກໍມີແຕ່ທ່ານນາງ ເທົ່າ​ນັ້ນທີ່ສາມາດຕັດສິນໃຈກ່ຽວກັບການເດີນທາງນີ້ຂອງຕົນ​ເອງໄດ້.

ທ່ານກ່າວວ່າ "ຄວາມບໍ່ພໍໃຈ" ໃນຄໍາເວົ້າຈາກປັກກິ່ງກ່ຽວກັບການເດີນທາງທີ່ມີ ຄວາມ​ເປັນ​ໄປ​ໄດ້ ກໍ​ມີແຕ່ເຮັດໃຫ້ຄວາມເຄັ່ງຕຶງ ເພີ່ມຂຶ້ນເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG