ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານສີ ພົບປະກັນ ນອກກອງປະຊຸມສຸດຍອດຂອງ​ອົງ​ການ APEC


ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຕ້ອນຮັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ທີ່ບ້ານພັກ ຟີໂລລີ (Filoli estate) ຢູ່ Woodside, ລັດຄາລີຟໍເນຍ ວັນທີ 15 ພະຈິກ, 2023, ນອກກອງປະຊຸມສຸດຍອດຂອງ APEC. (Doug Mills/The New York Times ຜ່ານອົງການຂ່າວ ເອພີ)
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ຕ້ອນຮັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ທີ່ບ້ານພັກ ຟີໂລລີ (Filoli estate) ຢູ່ Woodside, ລັດຄາລີຟໍເນຍ ວັນທີ 15 ພະຈິກ, 2023, ນອກກອງປະຊຸມສຸດຍອດຂອງ APEC. (Doug Mills/The New York Times ຜ່ານອົງການຂ່າວ ເອພີ)

ທ່ານ​ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ​ໄດ້​ຕ້ອນຮັບ​ ປະທານ​ປະ​ເທດ​ຈີນ ທ່ານ​ສີ ​ຈິ້ນ​ຜິ​ງ ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ ບ່ອນ​ທີ່​ທັງສອງ​ທ່ານ​ ພວມ​ພົບ​ປະກັນ ​ຢູ່​ນອກ​ກອງປະຊຸມການ​ຮ່ວມ​ມື​ເສດຖະກິດ ເອເຊຍ - ປາຊີ​ຟິກ ຫຼື APEC.

ທ່ານ ໄບເດັນ ແລະ ທ່ານສີ ຈັບມືກັນເປັນເວລາສັ້ນໆ ຢູ່ທາງນອກບ້ານພັກ ຟີໂລລີ (Filoli) ເຊິ່ງຢູ່ຫ່າງຈາກແຊນ ແຟຣນຊິສໂກ ໄປທາງໃຕ້ ປະມານ 30 ໄມລ໌, ກ່ອນທີ່ຈະເຂົ້າໄປຂ້າງໃນ ບ່ອນທີ່ພວກທ່ານໄດ້ແລກປ່ຽນຄໍາຄິດເຫັນ. ຫຼັງ​ຈາກ​ນັ້ນ, ສື່​ມວນ​ຊົນກໍ​ໄດ້​ຖືກພາ​ອອກໄປ​ຈາກ​ຫ້ອງ​ ເພື່ອ​ໃຫ້​ກອງ​ປະ​ຊຸມແບບປິດລັບ ລະຫວ່າງຜູ້ນຳ ​ສາ​ມາດ​ດຳ​ເນີນ​ຕໍ່​ໄປ.

ທ່ານ ໄບເດັນ, ເຊິ່ງເປັນຜູ້ເລີ້ມການສົນທະນາກ່ອນ ໄດ້ກ່າວວ່າຄວາມເຄັ່ງຕຶງບໍ່ຄວນ "ກ້າວໄປສູ່ຄວາມຂັດແຍ້ງ", ເຊິ່ງທ່ານສີຕອບວ່າ ສໍາລັບທັງສອງປະເທດ, "ການຫັນຫຼັງ​ໃຫ້ກັນແລະກັນ ບໍ່ແມ່ນທາງເລືອກ."

​ຈາກ​ການ​ພົບ​ປະກັນ​ຄັ້ງ​ທຳ​ອິດ​ ໃນ​ຮອບ​ນື່ງ​ປີ ​ລະຫວ່າງ​ຜູ້ນຳ​ສອງ, ຫວັງ​ວ່າການພົບປະກັນໃນຄັ້ງນີ້ ​ຈະ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ່ຍັງມີຢູ່ ​ລະຫວ່າງ ມະຫາອຳນາດທັງ​ສອງ ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ທາງ​ທະຫານ, ການ​ຄ້າ​ຢາ​ເສບ​ຕິດ​ ແລະ​ປັນຍາ​ປະດິດ.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ຝ່າຍ​ ໄດ້​ຕັ້ງ​ຄວາມ​ຄາດ​ຫວັງໄວ້​ຕໍ່າ ວ່າ​ສິ່ງທີ່ສຳຄັນທີ່ສຸດທີ່ຈະຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ສອງ​ຝ່າຍ​ຈະ​ປຶກສາ​ຫາລືກັນ ​ກ່ຽວ​ກັບ​ໄຕ້​ຫວັນ, ​ທະ​ເລ​ຈີນ​ໃຕ້, ສົງຄາມ​ອິສຣາ​ແອລ ກັບກຸ່ມຮາ​ມາ​ສ, ການ​ບຸກ​ໂຈມ​ຕີ​ຂອງຣັດ​ເຊຍ​ໃນຢູເຄຣນ, ​ເກົາຫຼີ​ເໜືອ ​ແລະ​ສິດທິ​ມະນຸດ ​ເຊິ່ງທັງໝົດນີ້ ລ້ວນແຕ່ເປັນຫົວຂໍ້ທີ່​ທັງ​ສອງ​ປະ​ເທດ​ ມີ​ຄວາມ​ບໍ່​ລົງ​ລອຍ​ກັນ ຢູ່ຕະຫຼອດເວລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG