ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ໄບ​ເດັນ ແລະ​ທ່ານ​ສີ ບໍ່​ແມ່ນ​ທ່ານ​ປູ​ຕິນ ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ ຈີ 20 ທີ່​ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ໃນ​ການ​ພົບ​ປະ​ສອງ​ຝ່າຍ ກ່ອນກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ຈີ 20 ທີ່​ນູ​ຊາ ດົວ ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 14 ພະ​ຈິກ 2022.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ໃນ​ການ​ພົບ​ປະ​ສອງ​ຝ່າຍ ກ່ອນກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ຈີ 20 ທີ່​ນູ​ຊາ ດົວ ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 14 ພະ​ຈິກ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເຂົ້າ​ຮ່ວມ​ກັບ​ບັນ​ດາ​ຜູ້​ນຳ​ຂອງ​ໂລກ ທີ່​ເກາະ​ຕາກ​ອາ​ກາດ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ ຍອດ​ກຸ່ມ​ຈີ 20 ທີ່​ເປັນ​ເຈົ້າ​ພາບ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ໂກ ວີ​ໂດ​ໂດ.

“ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ບ້ານ” ທ່ານ​ໄບ​ເດັນເວົ້າ​ແກມຢອກໃນ​ ການ​ພົບ​ປະກັບ​ປະ​ທາ​ນາ​ທິ​ບໍ​ດີ​ວີ​ໂດ​ໂດ ຢູ່​ຂ້າງນອກ​ຂອງກອງ​ປະ​ຊຸມ​ສຸດຍອດ. “ທ່ານ​ໃຫ້​ຂ້າ​ພະ​ເຈົ້າ​ພັກ​ຢູ່​ຫາດ​ຊາຍ​ເດີ້.”

“ດີ​ຫຼາຍ​ທີ່​ໄດ້​ພົບ​ກັບ​ທ່ານ​ອີກ, ​ໂຈ​ໂກວີ” ທ່ານໄບ​ເດັນ​ໄດ້​ໃຊ້​ຊື່​ຫຼິ້​ນ​ຂອ​ງ​ຜູ້​ນຳ​ອິນ​ໂດ​ເນ​ເຊຍ. “ນີ້​ແມ່ນ ທ່ານ​ເປັນ​ເພື່ອນ​ທີ່​ດີ.”

ການ​ຫາ​ລື​ແບບ​ເພື່ອນ​ມິດ ມີ​ຂຶ້ນ​ຫຼາຍໆ​ເດືອນ​ກັບ​ໄປ​ກັບ​ມາ ລະ​ຫວ່າງວໍ​ຊິງ​ຕັນ​ແລະ​ຈາ​ກາ​ຕ້າ ກ່ອນ​ໜ້າ​ການ​ເຕົ້າ​ໂຮມ​ພວກ​ຜູ້​ນຳ​ຂອງ​ໂລກ ຈາກ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ ທີ່​ຖືກ​ບົດ​ບັງ​ໂດຍ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ​ການ​ກົດ​ດັນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເພື່ອ​ສ້າງ​ຄວາມ​ໂດດ​ດ່ຽວ​ໃຫ້​ແກ່​ຣັດ​ເຊຍ.

ສະ​ມ​າ​ຊິກ 17 ປະ​ເທດ​ຂອງ​ກຸ່ມ​ຈີ 20 ແມ່ນ​ຕາງ​ໜ້າ​ໂດຍ​ປະ​ມຸກ​ຂອງ​ລັດ​ຖະ​ບານ ຮວມ​ທັງ​ພວກ​ຜູ້​ນຳ​ຂອງ​ກຸ່ມຈີ 7 ທີ່​ຈະ​ເລີນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ ຕະ​ຫຼອດ​ທັງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ບໍ່​ໄດ້​ໄປ​ຮ່ວມ​ດ້ວຍ​ຕົນ​ເອງ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ທ່ານ​ຈະ​ເຂົ້າ​ຮ່ວມ​ທາງ​ອອນ​ລາຍ​ຫຼື​ບໍ່. ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຈະ​ເຂົ້າ​ຮ່ວ​ມ​ທາງ​ອອນ​ລາຍ ທັງໆ​ທີ່​ຢູ​ເຄ​ຣນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ດັ່ງ​ກ່າວ.

ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ບໍ່​ໄດ້​ຕອບ​ຄຳ​ຖາມ​ທີ່​ວ່າ ທ່ານ​ໄບ​ເດັນ​ພໍ​ໃຈ​ກັບ​ບັນ​ຊີ​ລາຍ​ຊື່​ຂັ້ນ​ສຸດ​ທ້າຍ​ຂອງ​ພວກ​ຜູ້​ນຳ​ທີ່​ໄປ​ຮ່ວມ​ຫຼື​ບໍ່. ທ່ານ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ມອງ​ເບິ່ງກອງ​ປະ​ຊຸມ​ສຸດຍອດ ເປັນ​ໂອ​ກາດ​ສຳ​ລັບ​ພວກ​ຜູ້​ນຳ​ທີ່​ສຳ​ຄັນ​ທາງ​ດ້ານ​ເສດ​ຖະ​ກິດ​ໂລກ ເພື່ອ​ຮັບ​ມື​ກັບ​ຜົນ​ທີ່​ຕິດ​ຕາມ​ມາ​ຈາກ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນແລະ​ຈະ​ເພັ່ງ​ເລັງ​ໃສ່​ບັນ​ຫາ​ຕ່າງໆ​ ຮວມ​ທັງ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ, ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ ແລະ​ການ​ປະ​ຕິ​ຮູບ​ໜີ້​ສິນ.

“ແລະ​ດັ່ງ​ນັ້ນ ‘ດີ​ໃຈ-ບໍ່​ດີ​ໃຈ’ ຂ້າ​ພະ​ເຈົ້າ​ຄິດ ມັນ​ບໍ່​ແມ່ນ​ວິ​ທີ​ທາງ​ທີ່​ຂ້ອນ​ຂ້າງ​ຖືກ​ຕ້ອງ​ ທີ່​ຈະ​ຄິດ​ກ່ຽວ​ກັບ​ເລື້ອງນີ້ ທ່ານ​ຄົງ​ຮູ້ ທ່ານ​ປູ​ຕິນ​ໄດ້​ເລືອກ​ທີ່​ຈະ​ມາ​ປາ​ກົດ​ໂຕ​ຫຼື​ບໍ່” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຊູ​ລ​ລີ​ວານ ຕໍ່​ວີ​ໂອ​ເອ ຢູ່​ເທິງ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ມື້​ວັນ​ອາ​ທິດ​ວານນີ້ ທີ່​ພວມ​ເດີນ​ທາງ​ໄປ​ບາ​ຫຼີ. “ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ຕັດ​ສິນ​ໃຈ​ດ້ວຍ​ໂຕ​ທ່ານ​ເອງ ສຳ​ລັບ​ເຫດ​ຜົນ​ທີ່​ໄດ້​ຮັບ​ຄວາມ​ກົດ​ດັນ ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່.”

ທ່ານ​ຊູ​ລ​ລີ​ວານ ບໍ່​ຍອມ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ທ່ານ​ໄບ​ເດັນ ມີ​ແຜນ​ການ​ທີ່​ຈະ​ຍ່າງ​ອອກ​ຈາກກອງ​ປະ​ຊຸມ ຖ້າ​ທ່ານ​ປູ​ຕິນ​ຫາກ​ເຂົ້າ​ຮ່ວມ​ທາງ​ອອນ​ລາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG