ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄາດການວ່າ ທ່ານ ໄບເດັນ ແລະ ທ່ານ ສີ ຈະ​ສົນ​ທະ​ນາ​ກັນ​ໃນ​ຫຼາຍໆ​ບັນ​ຫາ


ແຟ້ມຮູບ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 6 ພະຈິກ 2021, ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນນະຄອນຫຼວງບຣາຊີເລຍ, ປະເທດບຣາຊີລ, ເມື່ອວັນທີ 13 ພະຈິກ 2019. ຄາດວ່າ ທັງສອງຈະໄດ້ໂອ້ລົມກັນກ່ຽວກັບບັນຫາຕ່າງໆເຊັ່ນ ດ້ານເສດຖະກິດ, ໄຕ້ຫວັນ ແລະສົງຄາມ ຣັດເຊຍ ໃນ ຢູເຄຣນ. 
ແຟ້ມຮູບ-ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 6 ພະຈິກ 2021, ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໃນນະຄອນຫຼວງບຣາຊີເລຍ, ປະເທດບຣາຊີລ, ເມື່ອວັນທີ 13 ພະຈິກ 2019. ຄາດວ່າ ທັງສອງຈະໄດ້ໂອ້ລົມກັນກ່ຽວກັບບັນຫາຕ່າງໆເຊັ່ນ ດ້ານເສດຖະກິດ, ໄຕ້ຫວັນ ແລະສົງຄາມ ຣັດເຊຍ ໃນ ຢູເຄຣນ. 

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ຄາດວ່າຈະໄດ້ໂອ້ລົມກັນກ່ຽວກັບສິ່ງທີ່ທໍານຽບຂາວໄດ້ກ່າວໄປວ່າ ເປັນ ບັນຫາຕ່າງໆ ລວມເຖິງເລື້ອງຂອງເສດຖະກິດ, ຄວາມເຄັ່ງຕຶງກ່ຽວກັບໄຕ້ຫວັນ ແລະສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນ.

ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວ ທ່ານຈອນ ເຄີບີ ກ່າວກັບບັນດານັກຂ່າວໃນວັນພຸດວານນີ້ວ່າ ທ່ານຍັງບໍ່ສາມາດໃຫ້ລາຍລະອຽດແຜນການກ່ຽວກັບວັນ ແລະ ເວລາ ສໍາລັບການໂອ້ລົມທາງໂທລະສັບລະຫວ່າງຜູ້ນໍາຂອງທັງສອງປະເທດ, ແຕ່ທ່ານຄາດວ່າ ການໂອ້ລົມດັ່ງກ່າວ “ກໍາລັງຈະເກີດຂຶ້ນໃນອີກບໍ່ເທົ່າໃດມື້ ໃນຕໍ່ໜ້ານີ້.”

ທ່ານເຄີບີ ກ່າວວ່າ ທ່ານໄບເດັນ “ຕ້ອງການໃຫ້ໝັ້ນໃຈວ່າ ຂອບເຂດການໂອ້ລົມສົນທະນາ ກັບປະທານປະເທດ ສີ ຈະຍັງຄົງເປັນການສົນທະນາແບບເປີດ ເຜີຍ ເນື່ອງຈາກວ່າມັນມີຄວາມຈໍາເປັນ.” ບັນຫາຕ່າງໆທີ່ພວກເຮົາສາມາດຮ່ວມມືກັນກັບຈີນໄດ້ ແລະບັນຫາທີ່ເຫັນໄດ້ຢ່າງແຈ່ມແຈ້ງວ່າ ມັນມີຄວາມຂັດແຍ້ງ ແລະຄວາມເຄັ່ງຕຶງ.

ທ່ານກ່າວວ່າ ຄວາມເຄັ່ງຕຶງດັ່ງກ່າວແມ່ນກ່ຽວຂ້ອງກັບທະເລຈີນໃຕ້ ແລະໃນສິ່ງທີ່ທ່ານຮ້ອງວ່າ “ເປັນການປະ​ພຶດ​ແບບ​ຮຸກ​ຮານ ແລະບີບບັງຄັບ” ຂອງຈີນ ຕໍ່ບັນດາປະເທດຕ່າງໆຢູ່ໃນພູມິພາກ ເຊິ່ງຄາດວ່າຈະເປັນສ່ວນນຶ່ງໃນການໂອ້ລົມສົນທະນາ.

ໃນແຜນການໂທລະສັບຄັ້ງນີ້ ມີຂຶ້ນໃນລະຫວ່າງການຢ້ຽມຢາມໄຕ້ຫວັນຂອງປະ ທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ, ເຊິ່ງໂຄສົກຊວງການຕ່າງປະເທດຈີນ ທ່ານຊາວ ລີຈ້ຽນ (Zhao Lijian) ໄດ້ມີການເຕືອນໃນວັນພຸດວານນີ້ວ່າ ຈະຕ້ອງ “ໄດ້ຮັບການຕອບໂຕ້ຢ່າງເຂັ້ມແຂງ.”

ທ່ານເຄີບີ ກ່າວວ່າ ບໍ່ມີການປ່ຽນແປງໃດໆຕໍ່ນະໂຍບາຍຂອງສະຫະລັດ ທີ່ຈະຮັບຮູ້ປັກກິ່ງ ແລະບໍ່ແມ່ນໄຕ້ຫວັນ.

ທ່ານກ່າວວ່າ “ຂ້າພະເຈົ້າໝັ້ນໃຈວ່າ ໃນຮູບແບບໃດ ຫຼືຮູບແບບນຶ່ງ ທ່ານປະ ທານາທິບໍດີຈະຢືນຢັນອີກຄັ້ງນຶ່ງວ່າ ບໍ່ມີການປ່ຽນແປງໃດໆສໍາລັບຄວາມມຸ້ງໝັ້ນຂອງອາເມຣິກາຕໍ່ນະໂຍບາຍຈີນດຽວ, ບໍ່ມີເລີຍ, ເປັນສູນ, ນັ້ນ ພວກເຮົາຍັງຄົງບໍ່ຕ້ອງການເຫັນບັນຫາຕ່າງໆຂ້າມຊ່ອງແຄບ ຫຼືການແກ້ໄຂຄວາມ​ເຄັ່ງ​ຕຶງ ແຕ່ຝ່າຍດຽວຕາມ​ລຳ​ພັງ, ແນ່ນອນແມ່ນບໍ່ມີການໃຊ້ກອງກໍາລັງທາງທະຫານ, ແລະ ມັນບໍ່ມີເຫດຜົນ ສໍາລັບບັນ​ຫາດັ່ງກ່າວນັ້ນເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG