ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ພ້ອມດ້ວຍຜູ້ນໍາປະເທດຕ່າງໆ ຈາກທົ່ວໂລກ ​ໄປ​ເຕົ້າໂຮມກັນ ໃນພິທີ​ສົ່ງ​ສະ​ການ ຂອງພະຣາຊີນີເອລີຊາແບັດ ທີ 2


ປະທານາທິບໍດີ ໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ (ຂວາ),​ ຢືນເຄົາລົບ ຫີບສົບຂອງພະຣາຊີນີເອລີຊາແບັດ ທີ 2 ທີ່ຕັ້ງຢູ່ເທິງແທ່ນຕັ້ງຫີບພະບໍລົມມະສົບຂອງພະອົງ ໃນຫໍສະພາແວສມິນສະເຕີ ໃນນະຄອນຫຼວງລອນດອນ, ວັນທີ 18 ກັນຍາ 2022.
ປະທານາທິບໍດີ ໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງ ທ່ານນາງ ຈີລ ໄບເດັນ (ຂວາ),​ ຢືນເຄົາລົບ ຫີບສົບຂອງພະຣາຊີນີເອລີຊາແບັດ ທີ 2 ທີ່ຕັ້ງຢູ່ເທິງແທ່ນຕັ້ງຫີບພະບໍລົມມະສົບຂອງພະອົງ ໃນຫໍສະພາແວສມິນສະເຕີ ໃນນະຄອນຫຼວງລອນດອນ, ວັນທີ 18 ກັນຍາ 2022.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ອະທິບາຍເຖິງພະຣາຊີນີເອລີຊາແບັດ ທີ 2 ວ່າ “ພະອົງຊົງເປັນບຸກຄົນທີ່ວາງໂຕເໝາະສົມ, ໜ້າເຄົາລົບນັບຖື, ແລະສ້າງປະໂຫຍດແກ່ສັງຄົມທຸກຢ່າງ,” ໃນລະຫວ່າງທີ່ທ່ານ ແລະສະຕຣີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ໄດ້ເຊັນລົງນາມໃນໜັງສືສະແດງຄວາມເສົ້າເສຍໃຈໃນວັນອາທິດວານນີ້ ກ່ອນພິທີຊາປານາກິດພະບໍລົມມະສົບຂອງພະອົງ ທີ່ວິຫານແວສມິນສເຕີ ແອັບບີ ໃນນະຄອນຫຼວງລອນດອນ.

“ເຖິງປະຊາຊົນຊາວອັງກິດທັງໝົດ, ປະຊາຊົນທັງໝົດຂອງສະຫະລາດຊະອານາຈັກອັງກິດ, ພວກເຮົາຂໍສະແດງຄວາມເສົ້າສະຫຼົດໃຈກັບພວກທ່ານ,” ປະທານາທິບໍດີກ່າວ ໃນລະຫວ່າງທີ່ທ່ານໃຊ້ເວລາ 3 ນາທີ ຂຽນຂໍ້ຄວາມສະແດງຄວາມເສົ້າສະຫຼົດໃຈ ຢູ່ໃນປຶ້ມໄວ້ທຸກ ທີ່ທໍານຽບແລນແຄສເຕີ ເຊິ່ງ
ເປັນສະຖານທີ່ພັກ ຂອງຣາດຊະວົງ ໃກ້ກັບພະຣາດຊະວັງບັກກິງແຮມ ໃນນະຄອນຫຼວງລອນດອນ. “ແລະພວກທ່ານກໍໂຊກດີຫຼາຍ ທີ່ມີພະອົງມາຍາວນານເຖິງ 70 ປີ. ພວກເຮົາທັງໝົດໂຊກດີ, ແລະໂລກນີ້ກໍໂຊກດີທີ່ມີພະອົງ.”

ທ່ານຍັງກ່າວເສີມອີກວ່າ ພະຣາຊີນີໄດ້ເຮັດໃຫ້ທ່ານລະນຶກເຖິງມານດາຜູ້ລ່ວງລັບ ເມື່ອທ່ານໄດ້ພົບກັບພະອົງ, “ແມ່ມັກຈະເອົານັ້ນ ເອົານີ້ໃຫ້ຂ້າພະເຈົ້າກິນຫຼາຍໆຢ່າງ, ແລະຂ້າພະເຈົ້າກໍກິນທຸກຢ່າງ ທີ່ແມ່ເອົາມາໃຫ້ຂ້າພະເຈົ້າ.”

ປະຊາຊົນພາກັນຢືນຕໍ່ແຖວ ເພື່ອເຂົ້າໄປສະແດງຄວາມເຄົາລົບຂອງພວກເຂົາເຈົ້າ ຕໍ່ພະບໍລົມມະສົບຂອງພະຣາຊີນີເອລີຊາແບັດ ທີ 2, ຫຼັງຈາກການຊິ້ນພະຊົນຂອງພະອົງ, ໃນນະຄອນຫຼວງລອນດອນ, ວັນທີ 18 ກັນຍາ 2022.
ປະຊາຊົນພາກັນຢືນຕໍ່ແຖວ ເພື່ອເຂົ້າໄປສະແດງຄວາມເຄົາລົບຂອງພວກເຂົາເຈົ້າ ຕໍ່ພະບໍລົມມະສົບຂອງພະຣາຊີນີເອລີຊາແບັດ ທີ 2, ຫຼັງຈາກການຊິ້ນພະຊົນຂອງພະອົງ, ໃນນະຄອນຫຼວງລອນດອນ, ວັນທີ 18 ກັນຍາ 2022.

ທ່ານໄບເດັນ, ເຊິ່ງເດີນທາງໄປເຖິງນະຄອນຫຼວງລອນດອນ ໃນຕອນແລງຂອງມື້ວັນເສົາທີ່ຜ່ານມາ, ພ້ອມໆກັບບັນດາຜູ້ນໍາຂອງປະເທດອື່ນໆອີກຫຼາຍຮ້ອຍຄົນຈາກທົ່ວໂລກ ແລະພ້ອມດ້ວຍຝູງຊົນສາມັນຊົນອີກຫຼາຍພັນຄົນ ກໍເດີນທາງມານະຄອນຫຼວງຂອງປະເທດອັງກິດເຊັ່ນກັນ ເພື່ອໄວ້ອາໄລ ແລະທໍາຄວາມເຄົາ ລົບເປັນຄັ້ງສຸດທ້າຍໃຫ້ແກ່ພະ​ຣາ​ຊີ​ນີຂອງພວກເຂົາ ຜູ້ທີ່ຄອງຣາດຍາວນານທີ່ສຸດຂອງປະເທດ ເຊິ່ງພະອົງໄດ້ຊິ້ນພະຊົນລົງໃນວັນທີ 8 ກັນຍາ ​ໂດຍ​ມີພະຊົນມາຍຸ 96 ປີ.

ໃນວັນອາທິດວານນີ້, ໃນຂະນະທີ່ປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼວງຫຼາຍຢູ່ບໍລິເວນອ້ອມຮອບໃຈກາງຂອງນະຄອນຫຼວງລອນດອນ, ບັນດາທ່ານຜູ້ນໍາຈາກທົ່ວໂລກ ພາກັນເດີນທາງໄປທໍານຽບແລນແຄສເຕີ້ ເພື່ອນໍາສົ່ງ ແລະສະ ແດງຄວາມເສົ້າສະຫຼົດໃຈຕໍ່ການຊິ້ນພະຊົນຂອງພະຣາຊີນີ.

“ນີ້ຄືຊ່ວງເວລາຂອງຄວາມເສົ້າສະຫຼົດໃຈ, ແຕ່ກໍເປັນຊ່ວງເວລາ ຂອງການສະ ແດງຄວາມຮູ້ບຸນຄຸນທີ່ເລິກເຊິ່ງ,” ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຜູ້ທີ່ເປັນນຶ່ງໃນຜູ້ນໍາ 56 ປະເທດ ໃນເຄືອຈັກກະພົບອັງກິດກ່າວ, ບັນດາປະເທດຕ່າງໆທີ່ເປັນອະດີດອານານິຄົມຂອງອັງກິດ ປັດຈຸ ບັນແມ່ນນໍາພາໂດຍພະໂອລົດກົກຂອງພະອົງ, ພະເຈົ້າຊາລສ໌ ທີ 3. “ອອສເຕຣເລຍຂໍສະແດງຄວາມຂອບໃຈຕໍ່ການອຸທິດຕົນເອງເພື່ອປະຊາຊົນຂອງພະຣາຊີນີເອລີຊາແບັດ ທີ 2, ເຊິ່ງເປັນຊີວິດທີ່ກໍານົດຕໍ່ຄອບຄົວ, ຕໍ່ຄວາມຜູກພັນ ແລະຕໍ່ເຄືອຈັກກະພົບຂອງພະອົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG