ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ວ່າ ເລື້ອງການຍິງສັງຫານໝູ່ ແມ່ນແຕ່ພວກຝ່າຍຄ້ານ ຕໍ່ການຄວບຄຸມປືນ ຢາກໃຫ້ມີການຫລຸດຜ່ອນ


ປະທານາທິບໍດີ ໂອ້ລົມ ນຳບັນດາສະມາຊິກນັກຂ່າວຂອງສື່ມວນຊົນຢູ່ທີ່ເດີ່ນສວນກ້ຳໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ພຶດສະພາ 2022.
ປະທານາທິບໍດີ ໂອ້ລົມ ນຳບັນດາສະມາຊິກນັກຂ່າວຂອງສື່ມວນຊົນຢູ່ທີ່ເດີ່ນສວນກ້ຳໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ພຶດສະພາ 2022.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນວັນຈັນວານນີ້ ວ່າ ການຍິງສັງຫານໝູ່ໃນສະຫະລັດ “ໄດ້ເປັນເລື້ອງບໍ່ດີເກີນໄປແລ້ວ” ທີ່ວ່າ ແມ່ນກະທັງພວກທີ່ຄັດຄ້ານຕໍ່ຂໍ້ຈຳກັດກ່ຽວກັບການຂາຍປືນ ກໍກາຍມາເປັນຄົນທີ່ “ບໍ່ມີເຫດຜົນ” ຫຼາຍຂຶ້ນ ໃນຄວາມພະຍາຍາມທີ່ຈະຫລຸດຜ່ອນຄວາມວຸ້ນວາຍນີ້.

ນຶ່ງວັນຫຼັງຈາກທີ່ທ່ານໄດ້ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມ ໃນລັດເທັກຊັສ ບ່ອນທີ່ມືປືນ ເມື່ອອາທິດແລ້ວນີ້ ໄດ້ຍິງສັງຫານເດັກນ້ອຍ 19 ຄົນ ແລະນາຍຄູສອງຄົນ ຊຶ່ງທ່ານໄບເດັນ ໄດ້ຟື້ນຟູການປຸກລະດົມ ໃຫ້ລັດຖະສະພາອອກ ກົດໝາຍໃໝ່ ວ່າດ້ວຍການຄວບຄຸມປືນ ອາດເປັນໄປໄດ້ວ່າ ຈະຂະຫຍາຍການກວດປະຫວັດຂອງພວກທີ່ຊື້ປືນໃຫ້ຫຼາຍຂຶ້ນ--ກ່ອນການຂາຍ ໃຫ້ສຳເລັດເສັດສິ້ນເສຍກ່ອນ ແລະມາດຕະການອື່ນໆ.

ບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດຄົນສຳຄັນໆ ໄດ້ຊຸກຍູ້ມາຍາວນານ ໃຫ້ຄວບຄຸມປືນເຄັ່ງຄັດຂຶ້ນກວ່າເກົ່າ ຕາມການກ່າວຂອງບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ຜູ້ທີ່ເກືອບວ່າ ເປັນເອກະພາບນຳກັນ ໄດ້ຄັດຄ້ານຕໍ່ຂໍ້ຈຳກັດຫຼາຍຂຶ້ນນັ້ນ ເປັນການລະເມີດສິດເສລີພາບສ່ວນບຸກຄົນ ທີ່ໄດ້ພົວພັນສົນທະນາຢ່າງເອົາຈິງເອົາຈັງ ກ່ຽວກັບວ່າ ແມ່ນຫຍັງຄືມາດຕະການໃໝ່ຕ່າງໆ ທີ່ອາດຈະຊະນະການຮັບຮອງຂອງລັດຖະສະພາໄດ້ ເຖິງແມ່ນວ່າ ອາດຈະມີການປ່ຽນແປງແດ່ຈັກເລັກນ້ອຍກໍຕາມ.

ໃນໄລຍະທີ່ຜ່ານມາ ບໍ່ວ່າການຍິງສັງຫານໝູ່ມີຄວາມໂຫດຮ້າຍຫຼາຍຊ່ຳໃດ ບັນດາສະມາຊິກລັດສະພາ ໄດ້ກ່າວເຖິງຄວາມໂສກເສົ້າເສຍໃຈ ແລະຕໍ່ຈາກນັ້ນ ບໍ່ມີຫຍັງເກີດຂຶ້ນ ທີ່ຈະສະກັດກັ້ນບໍ່ໃຫ້ມີການໂຈມຕີຄັ້ງຕໍ່ໄປ.

ດຽວນີ້ ທ່ານໄບເດັນ ໄດ້ກ່າວວ່າ “ສິ່ງຕ່າງໆ ບໍ່ດີເກີນໄປແລ້ວ ທີ່ໝົດທຸກຄົນກຳລັງຊອກຫາເຫດຫາຜົນຫຼາຍຂຶ້ນ ກ່ຽວກັບມັນ.”

ລັດຖະສະພາ ເປັນໄປໄດ້ສູງວ່າ ຈະບໍ່ຫ້າມການຂາຍອາວຸດສົງຄາມ ແມ່ນກະທັງທີ່ຕຳຫຼວດ ກ່າວວ່າ ມືປືນຢູ່ໃນເມືອງຢູວາລດີ (Uvalde) ລັດເທັກຊັສ ໄດ້ດຳເນີນການໂຈມຕີເມື່ອອາທິດແລ້ວນີ້ ດ້ວຍອາວຸດເຊັ່ນ AR-15 ທີ່ລາວໄດ້ຊື້ໃນມື້ທີ່ວັນເກີດຂອງລາວ ມີອາຍຸຄົບ 18 ປີ ໃນຕົ້ນເດືອນພຶດສະພາ.

ສະຫະລັດ ໄດ້ຫ້າມການຂາຍອາວຸດສົງຄາມ ຈາກປີ 1994 ຫາ 2004 ແຕ່ລັດຖະສະພາໃນເວລານັ້ນ ໄດ້ກີດກັນການຕໍ່ອາຍຸຂອງກົດໝາຍດັ່ງກ່າວ ຫາກແຕ່ວ່າ ທ່ານໄບເດັນ ຢາກຈະວາງກົດໝາຍຕໍ່ການຫ້າມອີກຄັ້ງນຶ່ງ.

ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາ ວ່າ “ຄວາມຄິດຂອງພວກອາວຸດທີ່ມີຄວາມຮ້າຍແຮງສູງນັ້ນ ໂດຍທົ່ວໄປແລ້ວ ບໍ່ມີພື້ນຖານຂອງຄວາມສົມເຫດສົມຜົນເລີຍສຳລັບມັນ ໃນແງ່ຂອງການປ້ອງກັນຕົນເອງ ການລ່າສັດ.”

ໃນຂະນະທີ່ທ່ານໄບເດັນ ກຳລັງຈະຂຶ້ນລົດລີມູຊີນຂອງທ່ານ ໃນວັນອາທິດຜ່ານມານີ້ ໃນເມືອງຢູວາລດີ ທ່ານໄດ້ຍິນສຽງຂອງພວກຄົນຢືນຢູ່ຮ້ອງອອກມາວ່າ “ເຮັດສິ່ງໃດສິ່ງນຶ່ງ!”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG