ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຊະນະການເລືອກຕັ້ງຂັ້ນຕົ້ນ ຂອງພັກເດໂມແຄຣັດ ໃນລັດວິສຄອນຊິນ


ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສຢູ່ເມືອງ Wilmington, ລັດເດລາແວ ໃນວັນທີ 12 ມີນາ, 2020, ແລະປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ທໍານຽບຂາວໃນວັນທີ 5 ເມສາ, 2020.
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ກ່າວຄໍາປາໄສຢູ່ເມືອງ Wilmington, ລັດເດລາແວ ໃນວັນທີ 12 ມີນາ, 2020, ແລະປະທານາທິບໍດີ ດໍໂນລ ທຣໍາ ກ່າວຄໍາປາໄສ ຢູ່ທໍານຽບຂາວໃນວັນທີ 5 ເມສາ, 2020.

ອະດີດຮອງປະທານາທິບໍດີ ສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດຢູ່ໃນລັດວິສຄອນຊິນ ໃນອາທິດ ແລ້ວນີ້.

ຜົນການເລືອກຕັ້ງ ທີ່ເປີດເຜີຍອອກມາໃນວັນຈັນວານນີ້ ສະແດງໃຫ້ເຫັນວ່າ ທ່ານໄບເດັນໄດ້ຮັບຄະແນນສຽງ ປະມານສອງເທົ່າຂອງສະມາຊິກສະພາສູງ
ແຊນເດີສ໌, ຄູ່ແຂ່ງຄົນສຸດທ້າຍຂອງທ່ານ ຢູ່ໃນສະໜາມທີ່ຄັ້ງນຶ່ງ ມີຄົນເຂົ້າ
ຮ່ວມຢ່າງຄັບຄາໜາແໜ້ານເພື່ອຈະໄປປະເຊີນໜ້າກັບປະທານາທິບໍດີ ດໍໂນລ ທຣໍາຈາກ ພັກຣີພັບ ບລິກັນໃນການເລືອກຕັ້ງທົ່ວໄປ ໃນເດືອນພະຈິກຈະມາ ເຖິງນີ້.

ລັດວິສຄອນຊິນກັບກາຍມາເປັນລັດທີ່ແຂ່ງຂັນອັນສຸດທ້າຍຢູ່ການເລືອກຕັ້ງທີ່ມີ ຂຶ້ນຫລາຍໆຄັ້ງ ທີ່ພັກດັ່ງກ່າວໃຊ້ໃນການຊອກຫາຜູ້ເປັນຕົວແທນການເລືອກຕັ້ງ ທີ່ໃຫ້ຄໍາໝັ້ນສັນຍາ ທີ່ຈະໄປຮ່ວມການເລືອກເອົາຜູ້ຕາງໜ້າພັກເພື່ອໄປແຂ່ງຂັນ ເປັນປະທານາທິບໍດີ.

ມື້ລຸນຫລັງທີ່ມີການລົງຄະແນນສຽງເລືອກຕັ້ງຈັດຂຶ້ນນັ້ນ, ທ່ານແຊນເດີສ໌ ກໍໄດ້ ຖອນໂຕອອກຈາກການແຂ່ງຂັນໄປ ຊຶ່ງປ່ອຍໃຫ້ແຕ່ທ່ານໄບເດັນ ກາຍເປັນຜູ້ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າພັກໄປໃນຕົວ. ໃນວັນຈັນວານນີ້ ທ່ານ ແຊນເດີສ໌ ຍັງໄດ້ເຮັດເພີ້ມໄປອີກ ໂດຍໄດ້ໃຫ້ການຮັບຮອງ ສະໜັບສະໜຸນ ທ່ານໄບເດັນຢ່າງເປັນທາງການຢູ່ໃນການສະແດງໃຫ້ເຫັນເຖິງຄວາມສາມັກຄີ ທີ່ແນໃສ່ຈະທ້ອນໂຮມເອົາພວກສະໜັບສະໜຸນທ່ານ ໃຫ້ຊ່ວຍກັນເອົາຊະນະ ທ່ານ ທຣໍາໃຫ້ໄດ້.

ລັດວິສຄອນຊິນ ກໍຄືກັນກັບການແຂ່ງຂັນເລືອກຕັ້ງໃນປີ 2016 ຄາດວ່າຈະມີ ບົດບາດສໍາຄັນໃນຜົນການເລືອກຕັ້ງໃນເດືອນພະຈິກຈະມາເຖິງນີ້. ທ່ານ ທຣໍາ ໄດ້ຮັບໄຊຊະນະແບບມີຄະແນນສູສີກັນກັບທ່ານນາງ ຮີລລາຣີ ຄລິນຕັນ ໃນ 4 ປີກ່ອນ, ຊຶ່ງເປັນປີທໍາອິດທີ່ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຈາກພັກຣີພັບບລິ ກັນໄດ້ໄຊຊະນະນັບແຕ່ປີ 1984 ເປັນຕົ້ນມາ.

ສະຫະລັດບໍ່ໄດ້ດໍາເນີນການເລືອກຕັ້ງປະທານາທິບໍດີໂດຍອີງໃສ່ຄະແນນນິຍົມ ແຕ່ກັບອີງໃສ່ຈໍານວນຂອງຜູ້ເປັນຕົວແທນການເລືອກຕັ້ງໂດຍທີ່ຜົນການເລືອກ ຕັ້ງຢູ່ໃນແຕ່ລະລັດຂອງທັງໝົດ 50 ລັດ ເປັນຜູ້ຊ່ວຍຕັດສິນວ່າໃຜເປັນຜູ້ຊະນະ ການເລືອກຕັ້ງຂອງປະເທດ ຊຶ່ງລັດທີ່ໃຫຍ່ສຸດ ແມ່ນມີຈໍານວນຄະແນນສຽງ ສູງ ສຸດ.

ໃນຂະນະທີ່ລັດວິສຄອນຊິນໄດ້ຈັດການເລືອກຕັ້ງຂັ້ນຕົ້ນຂອງຕົນໃນອາທິດແລ້ວນີ້ ຜົນຂອງການເລືອກຕັ້ງໄດ້ອອກມາຊ້າ ຍ້ອນການຕໍ່ສູ້ທາງກົດໝາຍທີ່ສະແດງ ເຫັນວ່າຜູ້ປົກຄອງລັດທີ່ສັງກັດພັກດີໂມແຄຣັດ, ທ່ານ ໂທນີ ແອເວີສ໌, ພະຍາ ຍາມທີ່ຈະເລື່ອນການປ່ອນບັດລົງຄະແນນສຽງໄປ ຍ້ອນການລະບາດຂອງໄວ ຣັສໂຄໂຣນາ ນັ້ນ, ການຕັດສິນໃຈຂອງທ່ານຖືກຕ່າວປີ້ນຄືນໂດຍພຽງແຕ່ສານ ຂອງລັດ ທີ່ຄອບງໍາໂດຍພວກຫົວອະນຸລັກນິຍົມເທົ່ານັ້ນ.

ພວກທີ່ຄັດຄ້ານຕໍ່ການຈັດໃຫ້ມີການປ່ອນບັດເວົ້າວ່າ ມັນບໍ່ມີເຫດຜົນ ທາງດ້ານ ສາທາລະນະສຸກພໍປານໃດ ທີ່ໃຫ້ຄົນໄປປາກົດຕົວຢູ່ໃນສະຖານທີ່ປ່ອນບັດແຫ່ງ ຕ່າງໆ ທ້າມກາງການລະບາດໃນລະດັບໂລກຂອງໄວຣັສໂຄໂຣນາ. ພວກທີ່ຈະ ໄປເປັນພະນັກງານສໍາລັບຈັດການເລືອກຕັ້ງຫລາຍຮ້ອຍຄົນປະຕິເສດບໍ່ເຮັດຕາມ ສັນຍາ ທີ່ເວົ້າວ່າຈະໄປປະຈໍາຢູ່ໃນສະຖານທີ່ປ່ອນບັດແຫ່ງຕ່າງໆ ເພື່ອໝາຍຊື່ ຄົນຢູ່ໃນບັນຊີຂອງຄົນລົງທະບຽນເລືອກຕັ້ງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG